ສະຫະລັດ ສະແດງ ຄວາມເປັນຫ່ວງ ກ່ຽວກັບ ອົບພະຍົບມຽນມາ

  • ໄພສານ ວໍຣະຈັກ

ທູດພິເສດຂອງສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງມຽນມາ ທ່ານ Derek Mitchell ຖະແຫຼງຕໍ່ພວກນັກຂ່າວ ທີ່ສະຖານທູດສະຫະລັດ ໃນນະຄອນຢ່າງກຸ້ງ (15 ມີນາ 2012)

ຫົວໜ້າ​ທູດ​ພິ​ເສດ​ຂອງ​ສະຫະລັດ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຄັ້ງ​ໃໝ່ກ່ຽວ​ກັບຊະ​ຕາ​ກຳ​ຂອງ
ພວກ​ອົ​ບພະຍົບຫຼາຍພັນ​ຄົນ​ໃນເຂດ​ພາກ​ເໜືອ​ຂອງ​ມຽນມາ​ ທີ່​ຍັງມີ​ການ​ສູ້​ລົບ​ດຳ​ເນີນ​ຢູ່​ຕໍ່​ມາ​
ລະຫວ່າງ​ທະຫານ​ລັດຖະບານ​ແລະ​ພວກ​ກະບົດ​ເຜົ່າ Kachin.

ທ່ານ Derek Mitchell ​ໃນ​ການ​ຖະ​ແຫຼງທີ່​ນະຄອນ​ຢ່າງ​ກຸ້ງໃນ​ວັນ​ພະຫັດ​ວານນີ້ ​ໄດ້​ຮັບ​ຮູ້​
ເຖິງ​ຄວາມ​ກ້າວໜ້າ​ໃນ​ການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ເພື່ອ​ໃຫ້​ໄດ້ມາ​ຊຶ່ງ​ການ​ຕົກລົງ​ຢຸດ​ຍິງ
ກັບ​ພວກ​ຊົນ​ຊາດ​ຊົນ​ເຜົ່າ​ຫຼາຍໆ​ກຸ່ມ​ຂອງ​ມຽນມາ. ​ແຕ່​ໃນ​ຂະນະ​ດຽວ​ກັນທ່ານ​ກໍ​ກ່າວ​ວ່າ ສັນ
ຕິພາບ​ໃນ​ລັດ Kachin ຍັງ​ບໍ່​ທັນ​ມີ​ຂຶ້ນ​ເທື່ອ.

ທ່ານ Mitchell ​ເວົ້າວ່າ “ຢູ່​ທີ່​ລັດ Kachin ຂ້າພະ​ເຈົ້າຄິດ​ວ່າ ຄວາມ​ຮຸນ​ແຮງ​ຍັງດຳ​ເນີນ​ຢູ່
ຕໍ່​ມາ ຊຶ່ງ​ບໍ່​ສອດຄ່ອງ​ກັບ​ທ່າ​ອຽງ​ໄປ​ສູ່​ການ​ເຈລະຈາ​ຫາລື​ກັນແລະ​ການເສີມ​ສ້າງຄວາມ​ໄວ້​ເນື້ອ
ເຊື່ອ​ໃຈ ແລະ​ຄວາມ​ປອງ​ດອງ​ຊາດ​ທີ່​ພວກ​ເຮົາ​ໄດ້​ເຫັນ​ກັນ.

ໃນຕົ້ນ​ເດືອນ​ນີ້ ພວກ​ຜູ້ຕາງໜ້າ​ຂອງ​ອົງການ​ເພື່ອ​ຄວາມ​ເປັນ​ເອກ​ກະລາດ​ຂອງ Kachin ​ໄດ້​
ພົບ​ປະ​ກັບ​ພວກ​ຜູ້​ແທນ​ລັດຖະບານ​ຂອງ​ມຽນມາທີ່​ຫົວ​ເມືອງໃນ​ເຂດ​ຊາຍ​ແດນ​ຈີນ​ແຫ່ງ​ນຶ່ງເພື່ອ​
ຊອກ​ຫາ​ຊ່ອງ​ທາງ​ແກ້​ໄຂສະພາບ​ການ​ບໍ່​ໄປ​ບໍ່​ມາ ກ່ຽວ​ກັບ​ພວກ​ອົບ​ພະຍົບ Kachin ຈຳ​ນວນ
60,000 ຄົນ ທີ່​ຕ້ອງ​ອົບ​ພະຍົບຫຼົບ​ໄພ​ ຍ້ອນ​ການ​ສູ້​ລົບ​ ທີ່ເລີ່​ມມາ ​ແຕ່​ເດືອນ​ມິ​ຖຸນາປີ​ກາຍ.
ລາຍ​ງານ​ສະບັບ​ນຶ່ງຈາກ​ກຸ່ມ​ອົງການ​ຂ່າວ Kachin ​ແຈ້ງວ່ານອກ​ນັ້ນອົງການ​ເພື່ອ​ຄວາມ​ເປັນ​
ເອກກະລາດ​ ຂອງ​ເຜົ່າ​ Kachin ຍັງ​ໄດ້​ຊອກ​ຫາ​ຊ່ອງ​ທາງ​ໃຫ້​ມີ​ການ​ຖອນ​ກຳລັງ​ທະຫານ​ລັດ
ຖະບານອອກ​ໄປ​ຈາກ​ດິນ​ແດນ​ຂອງ​ພວກ​ກະບົດ.

ບໍ່​ມີ​ລາຍ​ງານ​ວ່າ ​ໄດ້​ເກີດ​ຄວາມ​ກ້າວໜ້າ​ ແຕ່​ປະການ​ໃດ.