ຜູ້ນຳຝ່າຍຄ້ານມຽນມາ ຂໍການສະໜັບສະໜຸນ ຈາກສະຫະລັດ

  • ໄພສານ ວໍຣະຈັກ

ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ ຖະແຫຼງຕໍ່ພວກນັກຂ່າວ ລຸນຫຼັງທີ່ໄດ້ພົບປະກັບທູດພິເສດ ຂອງສະຫະພາບຢູໂຣບ ທ່ານ Piero Fassino ແລະທ່ານ Robert Cooper ນັກການທູດສະຫະພາບຢູໂຣບ (22 ກຸມພາ 2011)

ຜູ້ນຳພັກຝ່າຍຄ້ານຂອງມຽນມາທ່ານນາງອອງຊານຊູຈີ ກ່າວຕໍ່ບັນດາສະມາຊິກລັດຖະສະພາ
ສະຫະລັດວ່າ ມະຕິຂອງສະພາສິດທິມະນຸດອົງການສະຫະປະຊາຊາດທີ່ໄດ້ຮັບຜ່ານໃນຕົ້ນປີ
ນີ້ແມ່ນເປັນທິດທາງນຳພາທີ່ດີສຳລັບມຽນມາຈະທຳການເຄື່ອນໄຫວແບບໃດໄປສູ່ປະຊາທິປະ
ໄຕນັ້ນ.

ໃນການໃຫ້ຄວາມເຫັນຜ່ານທາງວີດີໂອເທັບ ຕໍ່ອະນຸກຳມະການກິດຈະການເອເຊຍປາຊີຟິກ
ຂອງສະພາຕໍ່າສະຫະລັດໃນມື້ວັນພຸດວານນີ້ ທ່ານນາງອອງຊານ ຊູຈີຜູ້ທີ່ໄດ້ຮັບລາງວັນໂນ
ແບລຂະແໜງສັນຕິພາບກ່າວວ່າ ມະຕິສະບັບນີ້ ຮຽກຮ້ອງໃຫ້ລັດຖະບານມຽນມາອຳນວຍ
ໃຫ້ມີອິດສະຫຼະພາບຂອງປະຊາຊົນພົນລະເມືອງເພີ່ມຂຶ້ນປ່ອຍພວກນັກໂທດການເມືອງແລະ
ດຳເນີນງານໄປສູ່ການສ້າງຄວາມປອງດອງຊາດທາງດ້ານການເມືອງ.

ທ່ານນາງກ່າວຕື່ມວ່າ ການປະຕິບັດຕາມມະຕິດັ່ງກ່າວນີ້ຈະນຳພາໄປສູ່ການເປັນປະຊາທິ
ປະໄຕທີ່ແທ້ຈິງ.

ທ່ານນາງໄດ້ຮຽກຮ້ອງໃຫ້ລັດຖະສະພາສະຫະລັດ ຊຸກຍູ້ໃຫ້ມີການສ້າງຕັ້ງ ຄະນະກຳມາທິ
ການນາໆຊາດຂຶ້ນເພື່ອສືບສວນກ່ຽວກັບການລ່ວງລະເມີດສິດທິມະນຸດ ຢູ່ໃນມຽນມາໂດຍ
ເວົ້າວ່າ ຄະນະກຳມະການດັ່ງກ່າວນີ້ຈະບໍ່ແມ່ນສານແຕ່ຈະເປັນຊ່ອງທາງເພື່ອໃຫ້ເປັນທີ່ແນ່
ໃຈວ່າການລ່ວງລະເມີດບໍ່ໄດ້ເກີດຂຶ້ນ.

ການໃຫ້ທັດສະນະຄວາມເຫັນຂອງທ່ານນາງ ແມ່ນພາກສ່ວນນຶ່ງ ຂອງການຮັບຟັງຄຳໃຫ້
ການກ່ຽວກັບການເລືອກຕັ້ງໃນເດືອນພະຈິກປີກາຍນີ້ ຊຶ່ງເປັນການເລືອກຕັ້ງເທື່ອທຳອິດ
ໃນຮອບ 20 ປີຂອງມຽນມາ. ນາໆຊາດທີ່ຕຳໜິຕິຕຽນມຽນມາກ່າວວ່າການເລືອກຕັ້ງທີ່
ວ່ານີ້ເປັນພຽງການເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ກຳອຳນາດຂອງພວກທະຫານໃນເມື່ອ
ວ່າ ພັກທີ່ໄດ້ຮັບການສະໜັບສະໜຸນຈາກພວກເປັນພັກທີ່ໄດ້ຮັບບ່ອນນັ່ງເກືອບທັງໝົດຢູ່
ໃນສະພາແຫ່ງຊາດ.