ນັກການທູດ ແລະຜູ້ແທນ ສະຫະລັດ ຈະໄປຢ້ຽມຢາມ ມຽນມາ (ເບິ່ງວີດີໂອ)

  • ສິງ ບູຣົມມະວົງ

ທ່ານ Michael Posner ລັດຖະມົນຕີຊ່ອຍວ່າກາຕ່າງປະເທດສະຫະລັດ ວ່າດ້ວຍສິດທິມະນຸດແລະແຮງງານ, ທ່ານ Derek Mitchell (ກາງ) ທູດພິເສດຂອງສະຫະລັດກ່ຽວກັບມຽນມາ ພົບປະກັບ ທ່ານນາງ Aung San Suu Kyi ທີ່ຢ້າງກຸ້ງ ໃນລະຫວ່າງການຢ້ຽມຢາມມຽນມາໃນເດືອນພະຈິກ 2011.

ນັກ​ການ​ທູດ​ຂັ້ນ​ອາວຸ​ໂສ​ຂອງ​ສະຫະລັດ 2 ທ່ານ​ແລະ​ສະມາຊິກ​ສະພາ​ຕໍ່າສະຫະລັດ​ທ່ານ​
ນຶ່ງ ຈະ​ເດີນທາງ​ໄປ​ຢ້ຽມຢາມ​ມຽນມາ​ຄົນ​ລະ​ເທື່ອ​ໃນ​ສັບປະດາ​ໜ້າ ​ເພື່ອຊຸກຍູ້​ໃຫ້​ລັດຖະ
ບານ​ໃໝ່ມຽນມາ​ດໍາ​ເນີນໄປ​ຕາມ​ເສ້ນ​ທາງ​ການປະຕິ​ຮູບ​ຕໍ່​ໄປ.

ສະມາຊິກ​ສະພາ​ຕໍ່າ​ສະຫະລັດ Joe Crowley ​ຈະ​ເດີນທາງ​ຢ້ຽມຢາມ​ມຽນມາ​ເປັນ​ເວລາ
2 ມື້ ​ໃນ​ວັນ​ທີ 12 ​ເດືອນ​ນີ້ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະ
ບານພ້ອມ​ທັງ​ພວກ​ຜູ້ນໍາຊົນ​ກຸ່ມ​ນ້ອຍ​ ແລະ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ​ທີ່​ສໍາ
ຄັນຂອງ​ມຽນມາ. ຜ່ານ​ມາ ທ່ານ Crowley ​ໄດ້​ຮຽກຮ້ອງໃຫ້​ລົງ​ໂທດ​ຢ່າງ​ແຮງ​ຂຶ້ນຕໍ່​ພວກ​
ອະດີດ​ຜູ້ນໍາ​ກອງທັບ​ມຽນມາທີ່​ທໍາ​ການ​ປາບ​ປາມ​ເສລີພາບ​ແລະ​ສິດທິ​ມະນຸດ​ນັ້ນ.

ທ່ານ Derek Mitchell ທີ່​ເຄີຍ​ຢ້ຽມຢາມ​ມຽນມາ​ມາ​ຫລາຍ​ເທື່ອ​ນັບແຕ່​ທ່ານ​ໄດ້​ຖືກ​ແຕ່ງ​
ຕັ້ງ​ໃນ​ເດືອນ​ສິງຫາ​ຜ່ານ​ມາ​ ໃຫ້​ເປັນ​ທູດ​ພິ​ເສດ​ກ່ຽວກັບ​ມຽນມາ ຈະ​ເດີນທາງ​ໄປ​ຍັງ​ມຽນ
ມາ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້. ນອກຈາກ​ທໍາການ​ຢ້ຽມຢາມນະຄອນຫລວງ Naypiidaw ​ແລະ​ນະ
ຄອນ​ຢ້າງ​ກຸ້​ງ ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ມຽນມາ​ແລ້ວ ທ່ານ Mitchell ຍັງຈະ​ເດີນທາງ​ໄປຍັງ​
ເມືອງ Bagan ເພື່ອ​ໄປ​ເບິ່ງ​ໂຄງການ​ການ​ເງິນ​ຂະໜາດ​ນ້ອຍ​ໆ ແລະ​ວຽກ​ການ​ພັດທະນາ​
ອື່ນໆ.

ນອກ​ນີ້ ອອກ​ເດີນທາງ​ຢ້ຽມຢາມ​ມຽນມາ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້​ເຊ່ນ​ກັນ ກໍ​ຈະ​ມີ​ທ່ານ Luis
CdeBaca ທູ​ດພິ​ເສດ​ວ່າ​ດ້ວຍ​ການຕໍ່ສູ້​ຕ້ານ​ການ​ຄ້າມະນຸດ​ຂອງກະຊວງ​ການ​ຕ່າງປະ​ເທດ
ສະຫະລັດ ຊຶ່ງ​ເປົ້າ​ໝາຍ​ຂອງ​ການ​ຢ້ຽມຢາມ​ຂອງ​ທ່ານ ​ແມ່ນ​ເພື່ອ​ທໍາ​ການ​ປະ​ເມິ​ນ​ເບິ່ງ​
ສະຖານະ​ການດ້ານ​ການຄ້າມະນຸດ ​ແລະ​ຫາ​ຊ່ອງ​ທາງ​ຕ່າງໆ​ເພື່ອ​ຊ່ອຍ​ໃນຄວາມພະຍາຍາມ​
ຂອງ​ລັດຖະບານມຽນມາ​ໃນ​ການຕໍ່ສູ້​ກັບ​ການ​ຄ້າ​ມະນຸດ​ນັ້ນ. ທີ່​ນະຄອນຫລວງ Naypyidaw
ທ່ານ Luis CdeBaca ຈະ​ຮ່ວມ​ກັບ​ທ່ານ Mitchell ​ໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​
ບາດກ້າວຕ່າງໆ​ເພື່ອ​ແກ້​ໄຂ​ບັນຫາການ​ຄ້າປະ​ເວ​ນີ​ຂ້າມ​ຊາດ ​ແລະ​ປັບປຸງ​ສະພາບ​ການ​ດ້ານ​
ແຮງ​ງານໃຫ້​ດີ​ຂຶ້ນ.

ການ​ຢ້ຽມຢາມ​ຂອງບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ ໃນ​ປະ​ເທດ​ໃນ​ພາກ​ພື້ນເອ​ເຊຍ​ຕາ​ເວັນ​
ອອກສຽງໃຕ້​ແຫ່ງ​ນີ້ ມີ​ຂຶ້ນ​ຫລັງ​ຈາກ​ການ​ຢ້ຽມຢາມ​ຂອງລັດຖະມົນຕີ​ການ​ຕ່າງປະ​ເທດ​ອັງ
ກິດ William Hague ທີ່ເສັດ​ສິ້ນ​ການ​ຢ້ຽມຢາມຂອງ​ທ່ານ​ເປັນ​ເວລາ 2 ມື້​ໃນ​ສັບປະດາ​
ແລ້ວນີ້. ທ່ານ Hague ​ໄດ້ຮຽກຮ້ອງ​ຊໍ້າ​ແລ້ວ​ຊໍ້າ​ອີກ ​ໃຫ້​ລັດຖະບານ​ໃໝ່​ມຽນມາ ຊຶ່ງ​ຂຶ້ນ​ກໍາ​
ອໍານາ​ດ​ໃນເດືອ​ນມີນາ​ຜ່ານ​ມາໃຫ້​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ​ທີ່​ຍັງ​ຖືກ​ກັກ​ຂັງ​ຢູ່
ນັ້ນ. ​ໃນ​ການຖະ​ແຫລ​ງຕໍ່​ພວກ​ນັກຂ່າວ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ທ່ານ Hague ກ່າວ​ວ່າ ບໍ່​ມີ
ເຫດຜົນ​ໃດໆ​ທີ່ຈະ​ຊັກ​ຊ້າ​ກ່ຽວ​ກັບ​ເລື້ອງ​ນີ້.

ເບິ່ງວີດີໂອກ່ຽວກັບການຢ້ຽມຢາມຂອງລັດຖະມົນຕີຕ່າງປະເທດອັງກິດ William Hague:

http://www.voanews.com/templates/widgetDisplay.html?id=136871258&player=article