ຝຣັ່ງກ່າວວ່າ ພວກຫົວຮຸນແຮງ ລັດອິສລາມ ເປັນໄພຂົ່ມຂູ່ ຕໍ່ໂລກ ແລະໂລກຈຳເປັນຕ້ອງຕອບໂຕ້ (ສະໄລດ໌/ວີດີໂອ)

ທ່ານ Laurent Fabius ລັດຖະມົນຕີຕ່າງປະເທດຝຣັ່ງ (ກາງ) ຮ່ວມກອງປະຊຸມນາໆຊາດ ກ່ຽວກັບສັນຕິພາບ ແລະຄວາມ ປອດໄພໃນອີຣັກ ຢູ່ທຳນຽບລັດຖະບານ Quai d'Orsay ທີ່ນະຄອນຫລວງປາຣີ, ວັນທີ 15 ກັນຍາ 2014.

ປະທານາທິບໍດີ​ຝຣັ່ງ ທ່ານ Francois Hollande ກ່າວ​ວ່າ
ພວກຫົວ ຮຸນ​ແຮງ ​ລັດ​ອິສລາມ ​ເປັນ​ໄພ​ຂົ່ມຂູ່​ຕໍ່​ໂລກ ​ທີ່​ຕ້ອງ
ການ​ການ​ໂຕ້​ຕອບ​ຈາກ​ໂລກ.


ທ່ານ Hollande ກ່າວໃນ​ວັນ​ຈັນ​ມື້​ນີ້​ ວ່າ: “ຂະ​ບວນການ​ນີ້​
ໄດ້​ແຜ່​ລາມ​ອອກ​ໄປ​ໃນ​ທັງ​ໝົດ​ດິນ​ແດນ​ແຫ່ງ​ນຶ່ງ ຢູ່​ໃນ​
ອີຣັກ ​ໃນ​ຊີ​ເຣຍ. ຂະ​ບວນການ​ກໍ່​ການ​ຮ້າຍ​ອັນ​ນີ້ ບໍ່​ເອົາ
​ຫົວຊາ​ນຳ​ຊາຍ​ແດນ ​ແລະ​ມີ​ຄວາມ​ໄຝ່ຝັນ​ຢາກ​ຈະ​ສ້າງ
​ລັດ​ນຶ່ງ​ຂຶ້ນ​ມາ. ນັ້ນ​ແມ່ນ​ໄພ​ຂົ່ມຂູ່ ມັນ​ເປັນ​ໄພ​ຂົ່ມຂູ່​ຕໍ່​ໂລກ
ເພາະສະ​ນັ້ນ ກໍ​ຈຳ​ເປັນ​ຕ້ອງ​ມີ​ການ​ຕອບ​ໂຕ້​ຈາກ​ໂລກ.”

ທ່ານ Hollande ​ເວົ້າ​ອີກ​ວ່າ “ບໍ່​ມີ​ເວລາ​ທີ່​ຈະ​ເສຍ​ໄປ​ຊື່ໆ” ໃນ​ຂະນະ​ທີ່​ທ່ານ ​ແລະ​ປະທານາທິບໍດີ Fouad Massoum ​ແຫ່ງ​ອີຣັກ ​ໄຂ​ກອງ​ປະຊຸມ​ຢູ່ນະຄອນຫຼວງ​ປາຣີ
ທີ່​ເພ່ງ​ເລັງ​ໃສ່​ສັນຕິພາບ ​ແລະຄວາມ​ປອດ​ໄພ​ໃນ​ອີຣັກ.

Your browser doesn’t support HTML5

franceislamicstate15september14

ການພົບ​ປະກັນ​ດັ່ງກ່າວ ຊຶ່ງຮວມ​ເອົາ​ບັນດາ​ເຈົ້າ​ໜ້າ​ທີ່​ ​ຈາກ​ປະມານ 30 ປະ​ເທດ ສະຫະ​ປະຊາ​ຊາດ ສະຫະພາບ​ຢູ​ໂຣບ ​ແລະ​ສັນນິບາດ​ຊາດ​ອາຫຣັບ ​ແມ່ນ​ເປັນ​ບາດກ້າວ​ຫຼ້າ​ສຸດ​ ໃນ​ຄວາມ​ພະຍາຍາມ​ເພື່ອ ສ້າງ​ແນວ​ໂຮມ​ຂຶ້ນມາ ​ຕໍ່ສູ້​ກັບ​ກຸ່ມ​ລັດອິສລາມ​ ທີ່​ໄດ້​ຍຶດ​ເອົາ​ຂົງ​ເຂດ​ໃຫຍ່ໆ ​ໃນ​ພາກ​ເໜືອ​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກ ຕະຫຼອດ​ທັງ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍນຳ.

ລັດຖະມົນຕີ​ຕ່າງປະ​ເທດ ​ສະຫະລັດ ທ່ານ John Kerry ກໍ​ກຳລັງ​ປະກອບສ່ວນ​ໃນ​ກອງ​ປະຊຸມ​ດັ່ງກ່າວ ຫຼັງ​ຈາກ​ໃຊ້​ເວລາ​ຫຼາຍ​ມື້ ທຳ​ການ​ພົບ​ປະ​ກັບ​ ບັນດາ​ຜູ້ນຳ​ປະ​ເທດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ.

ທ່ານ Kerry ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ມີ​ຫລາຍໆ​ປະ​ເທດໃນຈຳນວນ​ທີ່ເພີ້​ມຂຶ້ນ​ນັບ
​ ມື້ ຕຽມ​ພ້ອມ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ການ​ຕໍ່ສູ້​ຕ້ານ​ກຸ່ມ​ລັດ​ອິສລາມ​ນັ້ນ ຮວມທັງ​ຫຼາຍ​ປະ​ເທດ​ອາຫຣັບ ທີ່​ໄດ້ສະ​ເໜີ​ໃຫ້ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ທະຫານ ​ແລະ​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາກາດ ຖ້າຫາກ​ຕ້ອງການ​ນັ້ນ.

ບັນດານັກການທູດຂັ້ນສູງສຸດຂອງໂລກ ຮັບປາກ ຈະສະໜັບສະໜຸນ ອີຣັກ:

ບັນດານັກການທູດ ຂັ້ນສູງສຸດຂອງໂລກ ຮັບປາກ ຈະສະໜັບສະໜຸນ ອີຣັກ