ປ.ໂອບາມາ ພົບປະກັບ ບັນດາຜູ້ນຳ ລັດຖະສະພາ ທີ່ ທຳນຽບຂາວ (ວີດີໂອ)

ປະທານາທິບໍດີ ບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ມີກຳນົດທີ່ຈະ
ພົບປະກັບພວກຜູ້ນຳຂອງລັດຖະສະພາສັງກັດພັກຣີພັບບລີກັນ ແລະເດໂມແຄຣັທ ຢູ່ທີ່ທຳນຽບຂາວ ໃນວັນສຸກມື້ນີ້ ເພື່ອປຶກສາ
ຫາລື ກ່ຽວກັບການດໍາເນີນຄວາມພະຍາຍາມໃນນາທີສຸດທ້າຍ ຫາທາງຫລີກລ່ຽງບໍ່ໃຫ້ມີການຕັດງົບປະມານທົ່ວທຸກໆພະແນກ
ການຊຶ່ງກຳນົດຈະເລີ້ມມີຜົນບັງຄັບໃຊ້ກ່ອນທີ່ມື້ນີ້ຈະສິ້ນສຸດລົງ.

ສ່ວນໃຫຍ່ແລ້ວ ການພົບປະທີ່ວ່ານີ້ ແມ່ນເບິ່ງກັນວ່າເປັນພຽງ
ສັນຍາລັກ ຫຼັງຈາກຮ່າງກົດໝາຍ ທີ່ມີການແຂ່ງຂັນກັນ 2 ສະ
ບັບ ເພື່ອຫາທາງຫລີກລ່ຽງບໍ່ໃຫ້ມີການຕັດງົບປະມານດັ່ງກ່າວ ໄດ້ຮັບຄວາມປະລາໄຊຢູ່ໃນສະພາສູງສະຫະລັດໃນວັນພະຫັດ
ວານນີ້ຊຶ່ງເຮັດໃຫ້ການຕັດການໃຊ້ຈ່າຍຢ່າງອັດຕະໂນມັດ 85 ພັນລ້ານໂດລາປະກົດວ່າຫລີກລ່ຽງບໍ່ໄດ້ເມື່ອກຳໜົດເສັ້ນຕາຍ
ໃນວັນສຸກມື້ນີ້ຜ່ານພົ້ນໄປ.

ປະທານາທິບໍດີໂອບາມາເວົ້າວ່າຜົນກະທົບຈາກການຕັດການ ໃຊ້ຈ່າຍໂດຍພະແນກການຕ່າງໆຂອງລັດຖະບານກາງສະຫະ
ລັດ ທີ່ສຳຄັນສຸດ ກໍຄື ໃນດ້ານປ້ອງກັນປະເທດ ການໃຊ້ຈ່າຍ
ດ້ານໂຄງລ່າງພື້ນຖານ ໂຮງຮຽນຫລວງແລະການເບິ່ງແຍງພວກເດັກນ້ອຍກ່ອນເຂົ້າອະນຸ ບານ ຈະບໍ່ຮູ້ສຶກໃນທັນທີ ແຕ່ຈະຄ່ອຍໆມີໃນອັນທີ່ທ່ານເອີ້ນວ່າ ຜົນກະທົບທີ່ມີທ່າອຽງໄປ ສູ່ການພັງທະລາຍລົງຊຶ່ງໝາຍຄວາມວ່າຍິ່ງດົນນານເທົ່າໃດທີ່ການຕັດການໃຊ້ຈ່າຍດັ່ງກ່າວ ຍັງມີຜົນບັງຄັບຢູ່ ກໍຍິ່ງຈະສ້າງຄວາມເສຍຫາຍຫຼາຍຂຶ້ນເທົ່ານັ້ນ.

ເປັນທີ່ຄາດກັນວ່າ ບັນດາພະນັກງານຂອງກະຊວງປ້ອງກັນປະເທດ ຈະຖືກບັງຄັບໃຫ້ພັກ
ການ ໂດຍບໍ່ໄດ້ຮັບເງິນເດືອນ ໃນຂະນະທີ່ການໃຊ້ຈ່າຍ ສຳລັບໂຄງການໃຫຍ່ຕ່າງໆ ໃນ ດ້ານໂຄງລ່າງພື້ນຖານ ກໍຈະຍຸຕິລົງໃນທີ່ສຸດ.