ປະທານາທິບໍດີ ໂອບາມາ ເປີດເຜີຍ ຮ່າງງົບປະມານ ປີ 2013 (ເບິ່ງວີດີໂອ)

  • Phaysarn Vorachak

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຖະແຫຼງທີ່ມະຫາວິທະຍາໄລຊຸມຊົນແຫ່ງນຶ່ງ ໃກ້ໆກຸງວໍຊິງຕັນ ກ່ຽວກັບຮ່າງງົບປະມານຂອງທ່ານ (13 ກຸມພາ 2012)

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ເປີດເຜີຍຮ່າງງົບປະມານຂອງທ່ານ ທີ່ທ່ານເວົ້າວ່າ ຈະເສີມຂະຫຍາຍເສດຖະກິດຂອງສະຫະລັດໃນໄລຍະສັ້ນແລະຕັດການຂາດດຸນງົບປະມານ ຢ່າງມະຫາສານຂອງລັດຖະບານກາງສະຫະລັດລົງໃນໄລຍະຍາວ. ແຕ່ພັກຣີພັບບລີກັນຊຶ່ງ ເປັນພັກຝ່າຍຄ້ານ ທີ່ຄວບຄຸມສະພາຕໍ່າຂອງສະຫະລັດນັ້ນ ໄດ້ກ່າວໂຈມຕີຮ່າງງົບປະມານ ຂອງທ່ານໂອບາມາວ່າບໍ່ມີຄວາມຮັບຜິດຊອບໃນດ້ານງົບປະມານເລີຍ ແລະເວົ້າວ່າບໍ່ມີທາງ ທີ່ຈະກາຍເປັນ ກົດໝາຍໄດ້. ຜູ້ສື່ຂ່າວວີໂອເອ Michael Bowman ມີລາຍງານກ່ຽວກັບ ເລື່ອງນີ້

ປະທານາທິບໍດີ​ໂອ​ບາ​ມາ​ ໄດ້​ໄປຖະ​ແຫລ​ງທີ່​ມະຫາວິທະຍາ​ໄລ​ຊຸມ​ຊົນ​ແຫ່ງ​ນຶ່ງໃກ້ໆ​ກຸງ​ວໍ​ຊິງ
ຕັນ ເພື່ອ​ໃຫ້​ເຫດຜົນ​ສໍາລັບແຜນ​ເສີມ​ຂະຫຍາຍ​ເສດຖະກິດ​ຂອງ​ສະຫະລັດເຖິງແມ່ນວ່າ​ປະ
ເທດ​ຊາດ​ພວມກ້າວ​ເຂົ້າສູ່​ຍຸກ​ສ​ະ​ໄໝ​ໃນ​ການ​ຕັດ​ງົບປະມານ​ກໍ​ຕາມ.

ປະທານາທິບໍດີ​ໂອ​ບາ​ມາ​ເວົ້າວ່າ “ພວກ​ເຮົາ​ຕ້ອງ​ໄດ້​ເຮັດທຸກ​ສິ່ງ​ຢ່າງ​ ທີ່ຢູ່​ໃນອຳນາດ​
ຂອງ​ພວກ​ເຮົາ ເພື່ອ​ໃຫ້ການ​ຟື້ນ​ໂຕ​ຄືນ​ຂອງ​ເສດຖະກິດ​ດຳ​ເນີນ​ຕໍ່​ໄປສ່ວນ​ນຶ່ງ​ຂອງ
ວຽກ​ງານ​ພວກ​ເຮົາ​ ກໍ​ແມ່ນ​ຕັດ​ການ​ຂາດ​ດຸນ​ງົບປະມານ​ໃຫ້ຫຼຸດຕໍ່າລົງ ​ແລະ​ຖ້າ​ລັດ
ຖະສະພາ​ ຫາກ​ຮັບ​ຜ່ານຮ່າງ​ງົບປະມານ​ສະບັບ​ນີ້ ແລະພ້ອມໆ​ກັບ​ ການ​ຕັດລາຍ​
ຈ່າຍ​ຕ່າງໆ​ ທີ່​ພວກ​ເຮົາ​ໄດ້ເຮັດມາ​ແລ້ວນັ້ນ ພວກ​ເຮົາ​ກໍຈະ​ສາມາດ​ຫຼຸດການຂາດ​
ດຸນ​ງົບປະມານ​ລົງ​ໄດ້ 4 ພັນຕື້​ໂດ​ລາ ພາຍ​ໃນ​ປີ 2022.”

ງົບປະມານ​ຂອງ​ປະທານາ​ທິບໍດີ​ໂອ​ບາ​ມາທີ່​ມີ​ມູນ​ຄ່າ 3 ພັນ 800 ຕື້​ໂດ​ລາສຳ​ຫຼັບສົກ​ງົບປະ
ມານ​ປີ 2013 ​ນັ້ນ ​ແມ່ນເພີ່ມ​ການ​ໃຊ້​ຈ່າຍ​ໃນ​ດ້ານ​ໂຄງ​ລ່າງ​ພື້ນຖານ​ແລະ​ການ​ສຶກສາຂະນະ​
ດຽວ​ກັນ​ກໍ​ຕັດ​ການ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ ແລະ​ດ້ານ​ອື່ນໆ​ລົງ. ຈຸດ​ໃຫຍ່​ໃນ​ການປະ
ຢັດ​ການ​ໃຊ້​ຈ່າຍ​ເງິນ​ຂອງ​ທ່ານ​ ກໍແມ່ນ​ການຍຸດຕິ​ ການ​ປະຕິບັດ​ງານ​ທາງ​ທະຫານ​ຢູ່​ໃນອີຣັກ
ແລະຫຼຸດ​ການປະຕິບັດ​ງານ​ທາງ​ທະຫານໃນ​ອັຟກາ​ນິສຖານ.

ທ່ານ​ໂອ​ບາ​ມາ​ໄດ້​ເນ້ນ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ຄວບ​ຄຸມ​ການ​ໃຊ້​ຈ່າຍ​ແຕ່ກໍ​ກ່າວ​ວ່າການ​ຕັດ​
ການ​ໃຊ້​ຈ່າຍ​ເຫຼົ່ານີ້ຕ້ອງ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ລະມັດລະວັງ.

ທ່ານໂອ​ບາ​ມາ​ກ່າວ​ວ່າ “ພວກ​ເຮົາ​ຈະຕັດ​ການ​ໃຊ້​ຈ່າຍ​ທີ່​ສະໜັບສະໜຸນ​ການ​ເຕີບໂຕ
ຂອງ​ເສດຖະກິດບໍ່​ໄດ້. ພວກ​ເຮົາ​ສາມາດ​ຕັດ​ໃນ​ສິ່ງ​ຕ່າງໆ ​ທີ່​ພວກ​ເຮົາ​ເຫັນ​ວ່າ​ ບໍ່​
ມີ​ຄວາມ​ຈຳ​ເປັນ. ​ແຕ່​ພວກ​ເຮົາ​ຕ້ອງ​ໄດ້​ໃຫ້​ເປັນ​ທີ່​ແນ່​ໃຈ​ຄື​ກັນ​ວ່າທຸກໆ​ຄົນ​ກໍ​ມີ​ສ່ວນ
ຮັບຜິດຊອບຮັບ​ພາລະ​ທໍ່ໆ​ກັນໃນສິ່ງ​ຕ່າງໆ​ທີ່​ພວກ​ເຮົາ​ເຫັນ​ວ່າ​ມີ​ຄວາມ​ຈຳ​ເປັນ​ນັ້ນ.”

http://www.voanews.com/templates/widgetDisplay.html?id=139266968&player=article

ເພື່ອເປົ້າ​ໝາຍ​ດັ່ງກ່າວ​ນີ້ ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ສະ​ເໜີ​ໃຫ້​ຂຶ້ນພາສີ​ພວກຄົນ​ຮັ່ງ​ມີ​ແລະ​
ຢຸດເຊົາ​ການຫຼຸດພາສີລາຍ​ໄດ້ໃຫ້​ແກ່​ບໍ​ລິ​ສັດການ​ຄ້າ​ໃຫຍ່ໆ​.

ຮ່າງ​ງົບປະມານ​ຂອງ​ປະທາ​ນາ​ທິບໍດີໂອ​ບາ​ມາ​ ແມ່ນ​ເປັນ​ການ​ສະ​ແດງ​ອອກ ​ໃນຂອບ​ເຂດ​ທີ່​
ກວ້າງຂວາງເຖິງ​ນະ​ໂຍບາຍຂອງ​ລັດຖະບານ ກ່ຽວ​ກັບ​ການ​ໃຊ້​ຈ່າຍທີ່​ເປັນຄວາມ​ໄຝ່ຝັນຂອງ
ທຳນຽບຂາວຊຶ່ງ​ໄດ້​ຖືກ​ໂຈມ​ຕີໂດຍ​ສະມາຊິກ​ສະພາພັກ​ຝ່າຍ​ຄ້ານນັ້ນ. ທ່ານ John Boeh-
ner ປະທານ​ສະພາ​ຕໍ່າ​ສະຫະລັດສັງ​ກັດ​ພັກຣີພັບບລີ​ກັນກ່າວ​ຫາ​ທ່ານ​ໂອ​ບາ​ມາ​ວ່ານຳ​ໃຊ້​ເລ່
ກົນ​ແລະການ​ຂຶ້ນພາສີ​ທີ່​ຈະ​ເຮັ​ດ​ໃຫ້​ເສດຖະກິດ​ຂອງ​ສະຫະລັດຊຸດ​ໂຊມ​ລົງ​ຕື່ມ.

ສະມາຊິກ​ສະພາ​ສູງ​ສັງກັດ​ພັກຣີພັບ​ບລີ​ກັນກໍ​ໄດ້​ທຳ​ການ​ເຕືອນ​ໃນ​ທຳນອງ​ດຽວກັນນີ້. ສະມາ
ຊິກ​ສະພາ​ສູງ John Barrasso ​ມີ​ຂໍ້​ໂຕ້​ແຍ້​ງກ່ຽວ​ກັບ​ໂຕ​ເລກ​ຂອງປະທານ​າທິບໍດີ​ໂອ​ບາ​ມາ.

ຮ່າງງົບປະມານ 2013 ຂອງປະທານາທິບໍດີໂອບາມາ

  • 525.4 ຕື້ໂດລາ ສຳລັບກະຊວງປ້ອງກັນປະເທດ - 5.1 ຕື້ໂດລາ ຕໍ່າກວ່າທີ່ສະພາອະນຸມັດໃຫ້ ສຳລັບ
    ປີ 2012.
  • 76.4 ຕື້ໂດລາ ສຳລັບກະຊວງສາທາລະນະສຸກແລະ ບໍລິການມະນຸດ - 300 ລ້ານໂດລາ ຫຼາຍກວ່າທີ່ສະ
    ພາອະນຸມັດ ໃຫ້ສຳລັບປີ 2012.
  • 51.6 ຕື້ໂດລາ ສຳລັບກະຊວງການຕ່າງປະເທດແລະ ອົງການຢູເສດ ເພີ່ມຂຶ້ນຈາກປີກາຍ 1.6%.
  • 720 ລ້ານໂດລາ ສຳລັບຄະນະກຳມະການອອກອາ ກາດ ຊຶ່ງເປັນຜູ້ກຳກັບນຳວິທະຍຸວີໂອເອ - ຫຼຸດລົງ
    27 ລ້ານໂດລາ ຈາກລະດັບປີ 2012.
  • 39.5 ຕື້ໂດລາ ສຳລັບກະຊວງຮັກສາຄວາມປອດໄພ ພາຍໃນຂອງສະຫະລັດ ຫຼື Homeland Security - ເຄິ່ງເປີເຊັນຫຼື 191 ລ້ານໂດລາ ໜ້ອຍກວ່າລະດັບປີ 2012.

ສະມາຊິກ​ສະພາ​ສູງ Barrasso ​
ເວົ້າວ່າ “ປະທານາທິບໍດີ​ພວມ
ດັກ​ໂຈມ​ຕີ​ ປະຊາຊົນອາ​ເມຣິ
ກັນ ໂດຍ​ໃຫ້​ຄຳ​ໝັ້ນສັນຍາ​ທີ່​
ຈະ​ຕັດ​ ການ​ຂາດ​ດຸນ​ ງົບປະ
ມານ​ລົງ 4 ພັນຕື້​ໂດ​ລາພາຍ
ໃນ​ໄລຍະ​ເວລາ 10 ປີ ແຕ່​
ຄວາມ​ຈິງ​ແລ້ວ ທ່ານ​ຈະ​ເພີ່ມ
ໜີ້​ສິນຂອງ​ປະ​ເທດຂຶ້ນຕື່ມ​ອີກ
11 ພັນ​ຕື້​ໂດ​ລາ.”

ການ​ຢັ່ງ​ຫາ​ງສຽງ​ສະ​ແດງ​ໃຫ້​ເຫັນ
ວ່າ ຊາວ​ອາ​ເມຣິກັນ​ສ່ວນ​ໃຫຍ່
ເຫັນ​ພ້ອມ​ກັບການ​ຂຶ້ນພາສີ​ພວກ
ຄົນ​ຮັ່ງມີ. ນອກ​ນັ້ນ​ແລ້ວຊາວ​ອາ
ເມຣິ​ກັນ​ສ່ວນ​ຫຼາຍ ຍັງ​ເຫັນພ້ອມ​
ນຳ​ການສະ​ເໜີ ​ໃຫ້​ຕັດ​ການ​ໃຊ້​
ຈ່າຍ​ລົງແຕ່​ບໍ່​ແມ່ນ​ໂຄງການ​ຕ່າງໆ
ທີ່ເປັນປະ​ໂຫຍ​ດສຳ​ຫຼັບພວກເຂົາ​ເຈົ້າ.

ທ່ານ Bill Myhre ຊຶ່ງ​ເປັນ​ທະນາຍຄວາມ​ກ່າວ​ວ່າ “​ແນ່ນອນຂ້ອຍບໍ່ຢາກໃຫ້​ມີ​ການ​ຕັດ​
ໂຄງການ​ຕ່າງໆ​ກ່ຽວ​ກັບ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອພາຍ​ໃນ​ປະ​ເທດ ຂ້ອຍ​ຄິດ​ວ່າຍັງ​
ມີຫຼາຍໆ​ບ່ອນຢູ່​ທີ່​ຍັງ​ສາມາດ​ຕັດ​ລົງ​ໄດ້​ ໃນ​ງົບປະມານດ້ານ​ປ້ອງກັນ​ປະ​ເທດນັ້ນ.”

ສ່ວນ​ທ່ານ Karl Phillips ນັກທຸລະກິດ​ຈາກ​ລັດ​ເວີ​ຈີ​ເນຍ​ເວົ້າວ່າ “ຂ້ອຍ​ຄິດ​ວ່າພວກ​ເຮົາ​
ຈຳ​ເປັນຕ້ອງ​ໄດ້​ລົງທຶນ​ເພີ່ມ​ຕື່ມໃສ່ໂຄງ​ລ່າງ​ພື້ນຖານ​ຂອງ​ເຮົາ. ຂ້ອຍ​ຫວັງ​ວ່າສົງ
ຄາມ​ຕ່າງໆ​ຈະ​ຍຸຕິ​ລົງ ​ເພື່ອ​ວ່າພວກ​ເຮົາ ​ຈະ​ບໍ່ຕ້ອງ​ໄດ້​ໃຊ້​ຈ່າຍ​ຢ່າງ​ຫຼວງຫຼາຍສຳ
ລັບ​ກອງທັບ.”

ເປັນ​ທີ່​ຄາດ​ກັນ​ວ່າ ສະມາຊິກ​ລັດຖະສະພາ​ຂອງ​ພັກຣີພັບ​ບລີ​ກັນ ກໍຈະ​ຮ່າງ​ງົບປະມານ​ຂອງ​
ພວກຕົນ​ຂຶ້ນ​ເອງ. ​ໃນ​ໄລຍະ​ສອງ​ສາມ​ປີຜ່ານມາ​ນີ້ ຄວາມ​ບໍ່​ສາມາດ​ທີ່​ຈະຕົກລົງ​ກັນ​ໄດ້​ຂອງ​
ທັງ​ສອງ​ພັກການ​ເມືອງ ກ່ຽວ​ກັບ​ແຜນການ​ໃຊ້​ຈ່າຍ​ຕ່າງໆ​ນັ້ນ​ ໄດ້​ພາ​ໃຫ້​ມີ​ການ​ຂົ່ມຂູ່​ວ່າຈະ
ມີ​ການອັດ​ການ​ປະຕິບັດ​ງານ​ຂອງ​ລັດຖະບານ​ລົງ​ແລະພາ​ໃຫ້​ມີ​ການ​ຕັດ​ການ​ໃຊ້ຈ່າຍ​ຂອງ​ລັດ
ຖະບານ​ແບ​ບອັດຕະ​ໂນ​ມັດທີ່​ອາດ​ຈະ​ມີ​ຜົນ​ບັງຄັບ​ເລີ່​ມ​ແຕ່​ປີໜ້ານີ້​ເປັນຕົ້ນ​ໄປ.