ກຸ່ມໂຈມຕີ ອິນເຕີແນັດ ນຳເຜີຍແຜ່ ການສົນທະນາ ຂອງເຈົ້າໜ້າທີ່ສະຫະລັດ ກັບອັງກິດ

  • ໄພສານ ວໍຣະຈັກ

ພວກປະທ້ວງໃສ່ໜ້າກາກ ທີ່ເອີ້ນຕົນເອງວ່າ ກຸ່ມ Anonymous ເຂົ້າຮ່ວມການປະທ້ວງທີ່ນະຄອນ Brussels ປະເທດເບລຢ້ຽມ (28 ມັງກອນ 2012)

Anonymous ຊຶ່ງ​ເປັນ​ກຸ່ມ​ໂຈມ​ຕີີ​ທາງ​ອິນ​ເຕີ​ແນັດ ໄດ້​ນຳ​ອອກ​ເຜີຍ​ແຜ່ສຽງ​ທີ່​ອັດ​ບັນທຶກ
ເອົາການ​ສົນທະນາ​ຢ່າງ​ເປັນ​ທາງ​ລັບ​ຂອງເຈົ້າໜ້າ​ທີ່​ປະຕິບັດ​ກົດ ໝາຍຈາກ​ສະຫະລັດ​ກັບ​
ອັງກິດ ທີ່​ຫາລື​ກັນ​ກ່ຽວ​ກັບ​ວ່າ​ຈະ​ຈັດການ​ແບບ​ໃດ​ກັບ​ກຸ່ມ​ດັ່ງກ່າວ​.

ກຸ່ມ Anonymous ​ໄດ້ນຳ​ອອກ​ເຜີຍ​ແຜ່​ທາງ​ອິນ​ເຕີ​ແນັດ ສຽງ​ບັນທຶກທີ່​ຍາວ​ປະມານ 15
ນາທີ. ​ໃນ​ລະຫວ່າງການ​ປະຊຸມ​ກັນ ທາງ​ອິນ​ເຕີ​ແນັດ​ນັ້ນ​ ເຈົ້າໜ້າ​ທີ່​ຈາກ​ໜ່ວຍ​ສັນຕິ​ບານ​
ກາງ FBI ຂອງ​ສະຫະລັດ​ແລະ​ໜ່ວຍ​ສືບ​ລັບ Scotland Yard ຂອງ​ອັງກິດໄດ້​ເວົ້າຕະລົກ
ກັນ​ກ່ຽວ​ກັບ​ການ​ໂຈມ​ຕີ​ແຮັກ​ກິ່ງທາງ​ອິນ​ເຕີ​ແນັດ​ ແລະ​ສົນທະນາ​ເລື່ອງ​ຂໍ້ມູນ ​ທີ່​ພວກ​ເຂົາ
ເຈົ້າ​ໄດ້​ຮັບ. ​ໄດ້​ຍິນ​ສຽງ​ນັກ​ສືບ​ຂອງອັງກິດ​ຄົນ​ນຶ່ງ ໄດ້​ເວົ້າ​ເຖິງຜູ້ທີ່​ຖືກ​ກ່າວ​ຫາ​ວ່າ​ເປັນ​ນັກ
ໂຈມ​ຕີ​ທາງ​ອິນ​ເຕີ​ແນັດ​ອາຍຸ 15 ຄົນ​ນຶ່ງ​ ທີ່​ເຈົ້າໜ້າ​ທີ່​ທ່ານ​ນີ້​ເອີ້ນວ່າ “ຂ້ອນ​ຂ້າງ​ບ້າ​ໜ້ອຍ​
ນຶ່ງ”.

ອົງການ​ FBI ​ໄດ້​ໃຫ້ການ​ຢືນຢັນວ່າ ​ສຽງ​ທີ່​ນຳ​ອອກ​ເຜີຍ​ແຜ່ນັ້ນ​ເປັນ​ຂອງ​ຈິງ​ແລະ​ເວົ້າວ່າ
ພວມ​ທຳ​ການ​ສືບສວນ​ແບບ​ອາຍາ​ຢູ່​ເພື່ອ​ລະບຸ​ໂຕ​ພວກ​ທີ່​ຮັບຜິດຊອບ.

ການ​ຮົ່ວ​ໄຫຼຂອງ​ຂໍ້​ມູນ​ລັບ​ດັ່ງກ່າວ​ແມ່ນ​ນຶ່ງ​ໃນ​ການ​ໂຈມ​ຕີ​ຂອງ​ກຸ່ມ Anonymous ​ໃນ​ມື້
ວັນ​ສຸກ​ວານ​ນີ້.

ນອກ​ນັ້ນ​ແລ້ວ ກຸ່ມ​ດັ່ງກ່າວ​ຍັງ​ໄດ້​ໂຈມ​ຕີ​ເວັບ​ໄຊ​ທ໌ຂອງ​ກະຊວງ​ຍຸຕິ​ທຳ​ກຣີສ​ແລະ​ເວັບ​ໄຊ​ທ໌
ຂອງ​ຕຳຫຼວດ​ໃນ​ນະຄອນ​ບອສ​ຕັນ ​ແລະ​ຍັງ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ໃນ​ການ​ທຳລາຍ
ເວັບ​ໄຊ​ທ໌ຂອງ​ບໍລິສັດ​ທະນາຍຄວາມ​ບໍລິສັດ​ນຶ່ງ ທີ່​ຕໍ່ສູ້​ຄະດີ​ໃຫ້ແກ່​ທະຫານ​ມາຣີນຄົນນຶ່ງທີ່​
ໄດ້​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ໃນ​ການ​ສັງຫານ​ພົນລະ​ເຮືອນອີຣັກ​ໃນ​ປີ 2005 ນັ້ນ.