ອັງກິດ ຮ່ວມກັບ ສຫລ ຫ້າມຜູ້ໂດຍສານ ເອົາເຄື່ອງອີເລັກໂທຣນິກ ຂະໜາດໃຫຍ່ ຂຶ້ນເຮືອບິນໂດຍສານ

Your browser doesn’t support HTML5

ສະຫະລັດ ແລະ ອັງກິດ ຫ້າມການນຳໃຊ້ Laptops ພາຍໃນເຮືອບິນໂດຍສານ ຂອງບາງສາຍການບິນ

ປະເທດອັງກິດ ໄດ້ຮ່ວມ​ກັບ​ສະຫະລັດ ​ໃນ​ການຫ້າມຜູ້ໂດຍສານ ບໍ່ໃຫ້ນຳເອົາ ພວກ
ຄອມພິວເຕີ laptops ແລະ ເຄື່ອງອີເລັກໂທຣນິກຂະໜາດໃຫຍ່ ຂຶ້ນຖ້ຽວບິນ ທີ່ບິນ
ເຂົ້າມາໃນປະເທດທັງ​ສອງ ຈາກສະໜາມ​ບິນ​ຕ່າງໆໃນພາກຕາເວັນອອກກາງ.

ຄຳສັ່ງໃໝ່ຂອງອັງກິດ ທີ່​ປະ​ກາດ​ໃນ​ວັນ​ອັງຄານ​ວານ​ນີ້ ຈະຫ້າມ ​ບໍ່​ໃຫ້ນຳເອົາເຄື່ອງ
ອີເລັກໂທຣນິກ ທີ່​ຍາວກວ່າ 16 ຊັງຕີແມັດ ກວ້າງ 9.3 ຊັງຕີແມັດ ແລະ ໜາ 1.5
ຊັງຕີແມັດ ຂຶ້ນຖ້ຽວບິນໂດຍກົງ ຈາກປະເທດ ເທີກີ ເລບານອນ ຈໍແດັນ ອີຈິບ ຕູນີເຊຍ
ແລະ ຊາອຸດີ ອາຣາເບຍ.

ໂຄສົກຂອງນາຍົກລັດຖະມົນຕີ Theresa May ໄດ້ກ່າວຕໍ່ບັນດານັກຂ່າວວ່າ
“ພວກຖ້ຽວບິນໂດຍກົງ ມາຍັງອັງກິດ ຈາກປາຍທາງເຫຼົ່ານີ້ ​ແມ່ນ​ຍັງ​ສືບ​ຕໍ່ໄດ້​ຮັບ​
ອະນຸຍາດໃຫ້ບິນມາຍັງອັງກິດ​ໄດ້ ​ແຕ່ຈະຕ້ອງປະຕິບັດຕາມ ມາດຕະການໃໝ່
ທີ່ໄດ້ຖືກປະກາດ​ໄປ​ນັ້ນ. ພວກເຮົາຄິດວ່າ ບາດກ້າວເຫຼົ່ານີ້ ແມ່ນມີຄວາມຈຳເປັນ
ແລະ ສົມເຫດສົມຜົນ ທີ່ຈະອຳນວຍໃຫ້ພວກຜູ້ໂດຍສານ ເດີນທາງດ້ວຍຄວາມ
ປອດໄພ.”

ເມື່ອຕອນເຊົ້າວັນອັງຄານວານນີ້ ອົງການຄຸ້ມ​ຄອງຄວາມປອດໄພດ້ານການຂົນສົ່ງ
ສະຫະລັດ ຫຼື TSA ໄດ້ອອກແຈ້ງການຫ້າມ ທີ່ຄ້າຍຄືກັນ ຕໍ່ພວກຜູ້ໂດຍສານ ທີ່ບິນ
ເຂົ້າມາໃນສະຫະລັດ ໂດຍກົງ ຈາກສະໜາມບິນຢູ່ 10 ປະເທດ ໃນພາກຕາເວັນ
ອອກກາງ.

ການຫ້າມນີ້ ບໍ່ແມ່ນການຮັບ​ມື ຕໍ່ໄພຂົ່ມຂູ່ທີ່ເຈາະຈົງ​ໃດ​ນຶ່ງ ອີງ​ຕາມຖະແຫລງການ
ຂອງ​ອົງການດັ່ງກ່າວ​ ຫາກແຕ່ເປັນຍ້ອນ “ການປະເມີນຂໍ້ມູນລັບ” ທີ່ສະແດງໃຫ້
ເຫັນວ່າ ພວກ​ກໍ່​ການ​ຮ້າຍ ມີຄວາມສົນໃຈຢ່າງຕໍ່ເນື່ອງ ໃນເປົ້າໝາຍທີ່​ເປັນຖ້ຽວບິນ
ພານິດຕ່າງໆ.

ຄຳສັ່ງດັ່ງກ່າວ ຈະບັງຄັບໃຫ້ພວກຜູ້ໂດຍສານທັງຫຼາຍ ເອົາພວກເຄື່ອງອີເລັກໂທຣນິກ
ຂະໜາດໃຫຍ່ກວ່າ ໂທລະສັບມືຖື ບັນຈຸໄວ້ໃນຫີບເດີນທາງ. ອົງການ TSA ຍັງ​ກ່າວ
ອີກ​ວ່າ ຕົນໄດ້ເລືອກເອົາສະໜາມບິນຕ່າງໆ “ອີງຕາມສະພາບການຂົ່ມຂູ່​ໃນ​ປັດຈຸບັນ”
ແລະ ຫຼັງຈາກການປຶກສາຫາລື ກັບ ບັນດາເຈົ້າໜ້າທີ່ສືບລັບ​ແລ້ວ ອາດຈະເພີ້ມ ຈຳນວນຂອງສະໜາມບິນຕື່ມອີກ ໃນອະນາຄົດກໍ​ເປັນ​ໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ