ສະຫະລັດ ເພີ້ມການຊ່ວຍເຫລືອ ທາງຫະຫານ ໃນເອເຊຍອາຄະເນ 50 ເປີເຊັນ (ວີດິໂອ)

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ທ່ານ Chuck Hagel ກໍາລັງກວດແຖວທະຫານ ກອງກຽດຕິຍົດ ທີ່ອິນໂດເນເຊຍ, ວັນທີ 26 ສິງຫາ 2013.

ສະຫະລັດ ​ໄດ້​ປະກາດເພີ້​ມ​ເງິນ​ກ້ອນ​ໃຫຍ່ ​ໃສ່ງົບປະມານ​ຊ່ວຍ​
ເຫລືອຂອງສະຫະລັດ ສໍາລັບ​ໂຄງການສຶກສາແລະເຝິກອົບ​ຮົມ
ຕ່າງໆ​ ໃຫ້​ແກ່ກອງທັບ​ຂອງ​ຫລາຍໆ​ປະ​ເທດ​ໃນ​ເຂດເອ​ເຊຍ​
ອາຄະ​ເນ.

ລັດຖະມົນຕີປ້ອງ​ກັນ​ປະ​ເທດສະຫະລັດ ທ່ານ Chuck Hagel
​ໄດ້​ປະກາດ​ໃນ​ວັນ​ອາທິດ ທີ່​ຜ່ານ​ມາ ​ໃນ​ລະຫວ່າງ​ການກ່າວ​ຄໍາ
​ປາ​ໄສຢູ່​ທີ່ ສະ​ຖາ​ບັນ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ໝັ້ນ ຄົງແຫ່ງ​
ຊາດຂອງມາ​ເລ​ເຊຍ​ ​ໃນ​ກຸງ​ກົວ​ລາ​ລໍາ​ເປີ​ຣ໌. ທ່ານ​ກ່າວ​ວ່າ ງົບປະ
ມານຂອງທໍາ​ນຽບ ຫ້າ​ແຈ ງວດ​ຫ​ລ້າ​ສຸດ ​ແມ່ນຮວມ​ທັງ 90 ລ້ານ
ໂດ​ລາ​ສໍາລັບໂຄງການ​ຕ່າງໆ​ເຫລົ່າ​ນັ້ນ ຊຶ່ງ​ເປັນ​ການ​ເພີ້​ມຂຶ້ນ ຫລາຍ​ກວ່າ 50 ​ເປີ​ເຊັນ ສົມ​ທຽບໃສ່ກັບ​ສີ່​ປີກ່ອນ.

ການ​ຕັດສິນ​ໃຈເພີ້ມງົບປະມານ​ດັ່ງກ່າວໄດ້​ມີ​ຂື້ນ ​ໃນ​ຂະນະ​ທີ່ກຸ​ງ
ວໍ​ຊິງ​ຕັນກໍາລັງ​ຫັນປ່ຽນຈຸດເພ່ງ​ເລັງ​ດ້ານຍຸດ​ທະ​ສາດຂອງ​ຕົນ ​ໄປ
ເນັ້ນ​ໜັກໃສ່​ຂົງ​ເຂດເອ​ເຊຍ​ປາຊີ​ຟິກຫລາຍ​ຂຶ້ນ. ທ່ານ Hagel
ກ່າວ​ວ່າ ລັດຖະບານສະຫະລັດ ກໍາລັງ​ພະຍາຍາມ​ສ້າງ “ຄວາມ
ກໍ້າ​ເກີ່ງ​ຄືນ​ໃໝ່” ທາງ​ດ້ານ​ການ​ທູດ ​ເສດຖະກິດ ​ແລະ​ການ​ພົວ
ພັນດ້ານຄວາມ​ໝັ້ນຄົງກັບເອ​ເຊຍ ປາຊີຟິກ “​ເພື່ອ​ສະທ້ອນ​ໃຫ້​ເຫັນ​ເຖິງຄວາມ​ໂດດ​ເດ່ນ​
ແລະຄວາມ​ສໍາຄັນທີ່​ກໍາລັງໂຜ່​ໂຕ​ຂື້ນ​ມາ​ ຂອງ​ຂົງ​ເຂດເອເຊຍ​ອາຄະ​ເນນັ້ນ.

ກຸງ​ປັກ​ກິ່ງ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ​ ກ່ຽວ​ກັບ​ຄວາມ​ສົນ​ໃຈ​ທີ່ເພີ້​ມທະວີຂຶ້ນຂອງອາ​ເມ
ຣິກາ ຢູ່​ໃນ​ຂົງ​ເຂດ ​ໂດຍ​ເຫັນ​ວ່າ​ ​ເປັນ​ການ​ພະຍາຍາມ​ປິດລ້ອມ​ຈີນ ​ແລະເຮັດ​ໃຫ້​ບັນດາ​
ປະ​ເທດ ເພື່ອນບ້ານ​ຂອງຈີນ ມີ​ຄວາມແຂງ​ກະດ້າງ​ຂຶ້ນ. ຈີນ​ມີ​ບັນຫາ​ຜິດຖຽງ​ກັນທີ່ຍັງແກ້​
ໄຂ​ບໍ່​ໄດ້​ ກັບ​ຫລາຍ​ປະ​ເທດ ຮວມ​ທັງ ຫວຽດນາມ ​ແລະຟີລິບ​ປິນທີ່​ພົວພັນ​ກັບ​ບາງ​ເຂດ
ຂອງທະ​ເລ​ຈີນ​ໃຕ້.

ເບິ່ງວີດິໂອ ທີ່ກ່ຽວຂ້ອງກັບຂ່າວນີ້:

Your browser doesn’t support HTML5

US Bolsters Asian Militaries in Face of China's Growth