ຕໍາຫລວດນີວຢອກ ຈັບກຸມ ຜູ້ຕ້ອງສົງໄສວາງລະເບີດ

  • ສິງ ບູຣົມມະວົງ

ທ່ານ Michael Bloomberg ເຈົ້າຄອງກໍາແພງນະຄອນນີວຢອກ ປະກາດການຈັບກຸມ ນາຍ Jose Pimentel, (ຮູບພາບເບື້ອງຂວາ) ທີ່ຖືກກ່າວຫາເປັນຜູ້ວາງແຜນທໍາການໂຈມຕີໃນນະຄອນນີວຢອກ. ວັນທີ 21 ພະຈິກ 2011.

ຕໍາຫລວດ​ນະຄອນ​ນີວຢອກ​ໄດ້​ຈັບ​ກຸມ​ຊາຍ​ຄົນ​ນຶ່ງ ​ທີ່​ພວກ​ຕໍາຫລວດກ່າວ​ວ່າ ກໍາລັງ​ວາງ
ແຜນ​ຈະທໍາ​ການ​ໂຈມ​ຕີ​ໂຮງ​ໄປສະນີ​ ລົດ​ຕໍາຫລວດ​ ແລະ​ພວກທະຫານ​ທີ່​ກັບ​ຄືນ​ມາ​ປະ​
ເທດ​ຫລັງ​ຈາກປະ​ຈໍາ​ການ​ຢູ່ໃນ​ອີຣັກ​ແລະ​ອັຟກາ​ນິສຖານ​ນັ້ນ.

ທ່ານ Michael Bloomberg ​ເຈົ້າ​ຄອງ​ກໍາ​ແພງ​ນະຄອນ​ນີວຢອກ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​
ໃນ​ວັນ​ອາທິດ​ວານ​ນີ້​ວ່າ ນາຍ Jose Pimentelໄວ 27 ປີ ໄດ້​ຄວາມ​ບັນ​ດົນ​ໃຈມາ​ຈາກ​
ກຸ່ມ al-Qaida ​ແຕ່​ຜູ້ກ່ຽວ​ດໍາເນີນ​ການ​ພຽງ​ຜູ້​ດຽວ ​ແລະ​ບໍ່​ໄດ້​ເປັນ​ສ່ວນ​ນຶ່ງ​ຂອງ​ແຜນ
ການ​ທີ່ໃຫຍ່ກ່ວາໃດໆ.

ທ່ານ Raymond Kelly ຫົວໜ້າ​ຕໍາຫລວດ​ນະຄອນ​ນີວຢອກ ກ່າວວ່າ ຜູ້​ຕ້ອງ​ສົງ​ໄສ​ໄດ້​
ເລີ້ມຜະລິດ​ລະ​ເບີດທໍ່​ 3 ລູກ​ແລ້ວ​ເວລາຖືກ​ຕໍາຫລວດຈັບໃນ​ຕອນ​ບ່າຍ​ວັນ​ເສົາ​ຜ່ານ​ມາ​ນີ້.

ພວກ​ໄອ​ຍະ​ການ​ກ່າວ ​ໃນ​ການ​ໃຫ້ການ​ຂັ້ນ​ຕົ້ນ​ຕໍ່​ສານໃນ​ຕອນ​ແລງ​ວັນອາທິ​ດວານ​ນີ້ວ່າ
ຍັງ​ເຫລືອ​ເວລາ​ປະມານ​ຊົ່ວ​ໂມງດຽວ ນາຍ Pimentel ກໍຈະ​ຜະລິດ​ລະ​ເບີດ​ເຫ​ລົ່ານັ້ນສໍາ​
ເລັດ.

ນາຍ Pimentel ​ໄດ້​ຖືກ​ກາວ​ຫາ​ວ່າ ວາງ​ແຜນ​ສ້າງ​ລະ​ເບີດ​ເພື່ອ​ເປົ້າ​ໝາຍທໍາ​ການ​ກໍ່​ການ
ຮ້າຍ ​ແລະ​ມີ​ເຄື່ອງມືຢູ່​ໃນ​ຄວາມ​ຄອບ​ຄອງ​ເພື່ອ​ກໍ່ຄວາມ​ຮຸນ​ແຮງ.

ທາງ​ການ​ເວົ້າ​ວ່າ ພົນລະ​ເມືອງ​ອາ​ເມຣິກັນ​ຄົນ​ນີ້​ໄດ້​ປ່ຽນ​ສາສະໜາ​ເປັນອິດສະ​ລາມ ​ແລະ​
ມີ​ຄວາມເຫລື້​ອມ​ໄສໃນ​ໂຕນັກບວດ​ຫົວ​ຮຸນ​ແຮງ Anwar Al-Awlaki ທີ່​ໄດ້​ຖືກ​ສັງຫານ​ໃນ​
ຕົ້ນ​ປີ​ນີ້​ ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ສະຫະລັດ​ທີ່​ເຢ​ເມນ​ນັ້ນ.