ພາກຕາເວັນອອກສຽງເໜືອ ຂອງ ສຫລ ກຽມຮັບມື ກັບພາຍຸຫິມະ (ສະໄລດ໌)

ຮູບພາບທີ່ນຳອອກເຜີຍແຜ່ ໂດຍອົງການ NOAA ສະແດງໃຫ້ເຫັນວ່າ ລະບົບລົມພາຍຸຫິມະພວມປົກຄຸມ ເຄິ່ງພາກຕາເວັນອອກຂອງສະຫະລັດ (7 ກຸມພາ 2013)

ປະຊາຊົນໃນ 9 ລັດທາງພາກຕາເວັນອອກສຽງເໜືອຂອງສະຫະ
ລັດ ພວມກະກຽມ ຕໍ່ອັນທີ່ພວກນັກພະຍາກອນອາກາດ ເວົ້າວ່າ ອາດຈະເປັນລົມພາຍະລະດູໜາວທີ່ແຮງທີ່ສຸດ ໃນຮອບ 25 ປີ.

ອົງການພະຍາກອນອາກາດແຫ່ງຊາດຂອງສະຫະລັດໄດ້ອອກ
ຄຳເຕືອນ ກ່ຽວກັບ ລົມພາຍຸຫິມະຫົວນີ້ ໄປຈົນຮອດຕອນບ່າຍ
ຂອງວັນເສົາມື້ອື່ນສຳລັບຂົງເຂດດັ່ງກ່າວ ບ່ອນທີ່ປະຊາຊົນຈຳ
ນວນ ຫຼາຍໆລ້ານຄົນພາກັນເຮັດວຽກເຮັດການແລະອາໄສຢູ່.
ເປັນທີ່ຄາດກັນວ່າ ຈະມີຫິມະຕົກ ສູງເຖິງ 61 ຊັງຕີແມັດ ຮວມ ທັງຢູ່ໃນຫົວເມືອງໃຫຍ່ໆເຊັ່ນນະຄອນບັອສເຕັນແລະນະຄອນ
ນິວຢອກນຳດ້ວຍ.

ຜູ້ປົກຄອງລັດຢ່າງໜ້ອຍຢູ່ໃນ 2 ລັດໄດ້ປະກາດພາວະສຸກເສີນ
ກ່ຽວກັບດິນຟ້າອາກາດ ກ່ອນທີ່ຫິມະຈະຕົກລົງມາດ້ວຍຊໍ້າ. ສະພາບໃນລະຫວ່າງທີ່ມີຫິມະ ຕົກນັ້ນມີການທຳນາຍວ່າຈະຮ້າຍແຮງຫຼາຍໂດຍທີ່ອຸນຫະພູມຈະຫຼຸດລົງຕໍ່າກວ່າລະດັບນໍ້າ ກ້າມ ເກືອບວ່າແນມບໍ່ເຫັນກັນເລີຍ ແລະຈະມີລົມແຮງເຖິງ 105 ກິໂລແມັດຕໍ່ຊົ່ວໂມງ.

ເຈົ້າໜ້າທີ່ຮຽກຮ້ອງໃຫ້ປະຊາຊົນຢູ່ແຕ່ໃນເຮືອນບໍ່ໃຫ້ອອກໄປຂ້າງນອກໃຊ້ຖະໜົນຫົນທາງ. ລະບົບໂຮງຮຽນຫຼາຍໆພັນແຫ່ງ ໄດ້ປະກາດປິດ ສາຍການບິນຕ່າງໆກໍໄດ້ຍົກເລີກຖ້ຽວບິນ ຫຼາຍຮ້ອຍຖ້ຽວ ໄປຈົນຮອດວັນເສົາມື້ອື່ນ ແລະການບໍລິການທາງລົດໄຟ ກໍໄດ້ມີການໂຈະ ເປັນການຊົ່ວຄາວ.

ພາຍຸຫິມະໃຫຍ່ ຂົ່ມຂູ ພາກຕາເວັນອອກ ສຽງເໜືອຂອງ ສຫລ