ສະພາຕໍ່າ ສຫລ ບໍ່ພົບເຫັນຫຼັກຖານ ກ່ຽວກັບ ການກະທຳຜິດ ຂອງທ່ານນາງ Clinton ໃນການໂຈມຕີ ທີ່ Benghazi

ລາຍງານຫລ້າສຸດຂອງການໂຈມຕີກົງສຸນສະຫະລັດ ປີ 2012 ທີ່ເມືອງ Benghazi ປະເທດ Libya.

ການ​ສືບສວນພາຍ​ໃຕ້​ການ​ນຳພາ​ຂອງ​ພັກຣີພັບ​ບລິ​ກັນ ກ່ຽວ​ກັບ​ການ​ໂຈ​ມຕີກໍ່​ການ​ຮ້າຍ​ປີ 2012 ​ຢູ່ບ່ອນ​ຕັ້ງດ້ານ​ການ​ທູດ​ສະຫະລັດ​ແຫ່ງ​ນຶ່ງ ໃນ​ລີ​ເບຍ ທີ່ີໄດ້​ສັງຫານ​ຊາວ​ອາ​ເມຣິ ກັນສີ່​ຄົນ ​ໄດ້​ສີ້​ນສຸດ​ລົງ​ໃນ​ວັນ​ອັງຄານ​ວານ​ນີ້ ​ໂດຍບໍ່​ມີ​ການ​ກ່າວ​ຫາ​ໃໝ່​ໃດໆ ກ່ຽວ​ກັບ​ບົດບາດ​ໃນ​ເວລາ​ນັ້ນ ​ຂອງລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ຊຶ່ງ​ໃນ​ເວລາ​ນີ້​ຈະ​ຖືກ​ສະ​ເໜີຊື່​ເປັນຜູ້​ສະໝັກ ​ປະ​ທາ​ນາ​ທິບໍດີ ​ໃນ​ເລືອກ​ຕັ້ງ​ປີ 2016 ຂອງ​ພັກ​ເດ​ໂມແຄ​ຣັດ.

ທ່ານນາງ Clinton ທີ່​ໄດ້​ສັງ​ເກດການເບິ່ງ​ສະຖານະ​ການໃນ​ຂະນະ​ທີ່​ເຫດການ ​ດັ່ງກ່າວ ເກີດ​ຂຶ້ນ​ໃນ​ວັນ​ທີ 11 ​ກັນຍາ ປີ 2012 ກ່າວ​ຢູ່​ບ່ອນ​ໂຄສະນາ​ຫາ​ສຽງ​ວ່າ ຄະນະ​ກຳມະ ການສືບສວນສະພາ​ຕໍ່າ “ບໍ່​ໄດ້​ພົບ​ເຫັນ​ຫຍັງ ບໍ່​ມີ​ຫຍັງ​ທີ່​ກົງ​ກັນ​ຂ້າມ​” ​ໃນ​ການ​ພົບ​ເຫັນ ກ່ຽວ​ກັບ​ການ​ໂຈມ​ຕີ​ ​ໃນ​ການ​ສື​ບສວນ​ຫຼາຍໆ ຄັ້ງກ່ອນ​ໜ້ານີ້.​

ທ່ານ​ນາງ​ກ່າວ​ວ່າ “ມັນ​ເປັນ​ທີ່​ແຈ້ງ​ຂາວວ່າ ​ເຖິງ​ເວລາແລ້ວທີ່​ຈະ​ເຄື່ອນໄຫວໄປ​ໜ້າ.”

ກົງສຸນສະຫະລັດ ທີ່ຖືກໂຈມຕີໄຟໄໝ້ ທີ່ເມືອງ Benghazi ປະເທດ Libya ໃນເດືອນກັນຍາ ປີ 2012.

ສ່ວນ​ໃຫຍ່​ຂອງສະມາຊິກ​ພັກຣີພັບ​ບລິກັນຢູ່​ໃນ​ຄະນະ​ກຳມະການ ພົບ​ເຫັນ​ວ່າ​ກອງທັບ​ເປັນ​ຜູ້​ມີ​ຄວາມ​ຜິ​ດ ຍ້ອນ​ບໍ່​ສາມາດ​ຕອບ​ໂຕ້​ຄືນ​ຕໍ່​ການ​ໂຈມ​ຕີ ​ໃນ​ຂະນະ​ທີ່​ມັນ​ເກີດ​ຂຶ້ນນັ້ນ. ປະທານ​ຄະນະ​ກຳມະການ ສະມາຊິກ​ສະພາ​ຕໍ່າ ທ່ານ Trey Gowdy ກ່າວ​ວ່າ “ບໍ່​ມີ​ກຳລັງ​ທະຫານ​ສະຫະລັດ ​ຖືກ​ສົ່ງ​ໄປ​ເມືອງ Benghazi” ​ເຖິງ​ແມ່ນ​ວ່າ​ມີ​ຄຳ​ສັ່ງ​ຈາກ ປະທາ​ນາ​ທິບໍດີ Barack Obama ​ແລະ​ເວລານັ້ນ ທ່ານ Leon Banetta ​ເປັນ​ລັດຖະມົນຕີປ້ອງ​ກັນ​ປະ​ເທດ.

ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ອະດີດລັດຖະມົນຕີຕ່າງປະເທດ ທ່ານນາງ Hillary Rodham Clinton ກຳລັງໃຫ້ການຕໍ່ໜ້າຄະນະກຳມະການສຶບສວນ ທີ່ລັດຖະສະພາສະຫະລັດ.

“ບໍ່​ມີ​ຫຍັງ​ຖືກ​ສົ່ງ​ໄປ Libya ​ໃນເວລາ​ທີ່ຊາວ​ອາ​ເມຣິກັນ​ສອງ​ຄົນ​ຖືກ​ສັງຫານ ​ເກືອບ​ແປດ​ຊົ່ວ​ໂມງ ຫລັງ​ຈາກ​ການ​ໂຈມ​ຕີ​ໄດ້​ເລີ້ມ​ຂຶ້ນ” ທ່ານ Gowdy ​ໄດ້​ກ່າວ​ຢູ່​ໃນ​ລາຍ​ງານທີ່​ນຳ​ອອກ​ເຜີຍ​ແຜ່ 800 ໜ້າ ​ກ່ຽວ​ກັບການ​ໂຈມ​ຕີ ຫລັງ​ຈາກ​ສອງ​ປີ ທີ່​ໄດ້​ໃຊ້​ເງິນ 7 ລ້ານ​ໂດ​ລາ ​ໃນ​ການ​ສືບສວນ.

ຜູ້ຊາຍຄົນນຶ່ງຍ່າງຢູ່ກົງສຸນສະຫະລັດ ທີ່ຖືກໄຟໄໝ້ ທີ່ເມືອງ Benghazi.

ບັນດາ​ຜູ້ນຳ​ທະຫານ​ໄດ້​ກ່າວ​ຊໍ້າ​ແລ້​ວຊໍ້າ​ອີກ​ວ່າ ​ເຂົາ​ເຈົ້າ​ບໍ່​ມີ​ຂໍ້​ມູນສືບ​ລັບ​ໃດໆ​ທີ່​ຢັ້ງຢືນ​ກ່ຽວ​ກັບ​ສິ່ງທີ່​ເກີດ​ຂຶ້ນ​ໃນ Libya ຫລື​ຊັບພະຍາກອນ​ເພື່ອ​ທຳການ​ຕອບ​ໂຕ້. ​ແຕ່​ຫລັງ​ຈາກ​ໄດ້​ພິມເຜີຍ​ແຜ່​ລາຍ​ງານ​ແລ້ວ ກະຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ ຕົນ “​ໄດ້​ປ່ຽນ​ແປງ​ຢ່າ​ງຫລວງ​ຫລາຍ ​ເພື່ອ​ປັບປຸງ​ການ​ຕອບ​ໂຕ້ຂອງ​ພວກ​ເຮົາ ອີງ​ຕາມ​ບົດຮຽນ​ທີ່​ໄດ້​ຖອດ​ຖອນຈາກເຫດຮ້າຍ​ດັ່ງ​ກ່າວ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ