ສະຫະລັດ ຫ້າມນໍາເຂົ້າຝ້າຍ ແລະສິນຄ້າ ເຮັດດ້ວຍໝາກເລັ່ນ ທີີ່ມາຈາກເຂດຊາວວີເກີ ຢູ່ໃນຈີນ

ແຮງງານເຄື່ອນທີ່ເກັບຝ້າຍຢູ່ໃນທົ່ງ Korla ຢູ່ເມືອງແຫ່ງນຶ່ງທີ່ຕັ້ງຢູ່ໃກ້ທະເລຊາຍ Tarim Basin ແລະ Taklamakan ທາງທິດໃຕ້ຂອງເມືອງເອກ Urumqi ຂອງເຂດປົກຄອງຕົນເອງຊິນຈຽງ ຢູ່ພາກຕາເວັນຕົກຂອງຈີນ, ວັນທີ 10 ຕຸລາ 2006.

ສະຫະລັດກ່າວໃນວັນພຸດວານນີ້ວ່າ ຕົນຈະຍຸຕິການນຳເຂົ້າຝ້າຍ ແລະຜະລິດ ຕະພັນອາຫານທີ່ເຮັດດ້ວຍໝາກເລັ່ນ ຈາກຂົງເຂດຊາວວີເກີຂອງຈີນເຊິ່ງເປັນສ່ວນນຶ່ງຂອງການປຸກລະດົມຕໍ່ຕ້ານພັກຄອມມູນິດໃນຂໍ້ກ່າວຫາວ່າໃຊ້ແຮງງານແບບບີບບັງຄັບຕໍ່ຊາວມຸສລິມວີເກີ ທີ່ຖືກກັກຂັງຢູ່ນັ້ນ.

ການເກືອດຫ້າມທີ່ປະກາດອອກມາໂດຍກົມພາສີ ແລະການປ້ອງກັນຊາຍແດນຂອງສະຫະລັດຢູ່ໃນກອງປະຊຸມຖະແຫຼງຂ່າວ ໃນນະຄອນຫຼວງວໍຊິງຕັນແມ່ນນໍາໃຊ້ກັບເສັ້ນໃຍທີ່ເປັນວັດຖຸດິບ, ເຄື່ອງນຸ່ງແລະແຜ່ນແພທີ່ຜະລິດຈາກຝ້າຍ ທີ່ປູກຢູ່ເຂດຊິນຈຽງ ທາງພາກຕາເວັນຕົກສຽງເໜືອຂອງຈີນ.

ຂົງເຂດດັ່ງກ່າວ ແມ່ນເປັນຜູ້ສະໜອງຝ້າຍລາຍໃຫຍ່ຂອງໂລກ, ສະນັ້ນການເກືອດຫ້າມອາດຈະມີຜົນກະທົບຢ່າງຫຼວງຫຼາຍຕໍ່ການຄ້າໂລກ. ຄະນະລັດຖະ ບານທ່ານທຣໍາກ່ອນໜ້ານີ້ ໄດ້ຫ້າມການນຳເຂົ້າຈາກບໍລິສັດສ່ວນບຸກຄົນທີ່ຕິດພັນກັບການບັງຄັບໃຊ້ແຮງງານຢູ່ໃນຂົງເຂດນັ້ນ.

ອົງການປົກປ້ອງສິດທິຂອງຜູ້ອອກແຮງງານ, ເຊິ່ງລວມທັງກຸ່ມແຮງງານແລະສິດທິມະນຸດປະເມີນວ່າການເກືອດຫ້າມຂອງສະຫະລັດ ແມ່ນສົ່ງຜົນກະທົບຕໍ່ປະມານ 20% ຂອງການສະໜອງຝ້າຍທົ່ວໂລກ.

ຜູ້ຜະລິດຈຳນວນນຶ່ງໄດ້ສະແດງການຄັດຄ້ານຕໍ່ຄຳສັ່ງທີ່ກວມເອົາທົ່ວຂົງເຂດນັ້ນ, ໂດຍກ່າວວ່າ ມັນອາດສາມາດຈະເປັນການລົງໂທດ ຕໍ່ຜູ້ຜະລິດທີ່ຖືກຕ້ອງຕາມກົດໝາຍກໍເປັນໄດ້ ແລະຍ້ອນວ່າມັນອາດຈະເປັນການຍາກທີ່ຈະຮັບປະກັນບໍ່ໃຫ້ວັດຖຸດິບທີ່ປົນເປື້ອນໄປດ້ວຍການໃຊ້ແຮງງານບັງຄັບນັ້ນເຂົ້າໄປສູ່ຕ່ອງໂສ້ການ ສະໜອງສິນຄ້າໄດ້.

ສິນຄ້າຝ້າຍຂອງຈີນທີ່ມີມູນຄ່າປະມານ 9 ຕື້ໂດລາ ຖືກນຳເຂົ້າມາສະຫະລັດໃນປີກາຍນີ້, ອີງຕາມຫ້ອງການການຄ້າຂອງກົມພາສີແລະການປົກປ້ອງຊາຍແດນ. ຫ້ອງການດັ່ງກ່າວເວົ້າວ່າມີຜະລິດຕະພັນໝາກເລັ່ນໃນມູນ ຄ່າພຽງແຕ່ປະມານ 10 ລ້ານໂດລາທີ່ມາຈາກປະເທດຈີນເຂົ້າມາໃນສະຫະລັດໃນປີກາຍນີ້.

ຢູ່ໃນຖະແຫຼງການຮ່ວມສະບັບນຶ່ງ, ສະມາຄົມເຄື່ອງນຸ່ງແລະເກີບຂອງອາເມຣິກາ, ສະຫະພັນຂາຍຍ່ອຍແຫ່ງຊາດ, ສະມາຄົມຜູ້ນຳອຸດສາຫະກຳຂາຍຍ່ອຍ ແລະສະມາຄົມອຸດສາຫະກຳດ້ານແຟຊັ່ນຂອງສະຫະລັດ ໄດ້ຊົມເຊີຍການເຄື່ອນໄຫວດັ່ງກ່າວ.

ຖະແຫຼງການກ່າວນັ້ນເວົ້າວ່າ "ບໍລິສັດທີ່ພວກເຮົາເປັນຕົວແທນໃຫ້ນັ້ນ ຍັງມີຄວາມໂກດແຄ້ນຕໍ່ລາຍງານກ່ຽວກັບການບັງຄັບໃຊ້ແຮງງານໃນຂົງເຂດຊິນຈຽງວີເກີ ຫລື XUAR - ແລະລາຍງານທີ່ເວົ້າວ່າ ຊາວວີເກີກຳລັງຖືກນໍາເອົາໄປຂາຍຢູ່ໃນຂົງເຂດອື່ນ - ແລະໄດ້ເຮັດໃຫ້ການລົບລ້າງການໃຊ້ແຮງງານທີ່ຖືກບັງຄັບຖືກຢູ່ໃນລະບົບຕ່ອງໂສ້ການສະໜອງສິນຄ້າຂອງພວກເຮົາເປັນບູລິມະສິດອັນດັບນຶ່ງ ໃນນະໂຍບາຍດ້ານການປະຕິບັດງານແລະນະໂຍບາຍທົ່ວໄປຂອງພວກມາເປັນເວລາດົນນານແລ້ວ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ