ສະຫະລັດ ຕົກລົງ ໃຫ້ການຊ່ວຍເຫຼືອລາວ ໃນການພັດທະນາ ຢ່າງຮອບດ້ານ

ລັດຖະບານ ສະຫະລັດ ໄດ້ອະນຸ ມັດງົບປະມານ ໃນມູນຄ່າລວມ 6 ລ້ານ 5 ແສນໂດລາ ຊຶ່ງແບ່ງອອກເປັນ 5 ລ້ານໂດລາ ສຳລັບໃຫ້ການຊ່ວຍເຫຼືອຜູ້ທີ່ພິການ ຈາກລະເບີດ UXO ໃນລາວ ຫຼາຍກວ່າ 70,000 ຄົນ ຊຶ່ງດຳເນີນໂຄງການໂດຍອົງການ World Education.

ທາງການສະຫະລັດອາເມຣິກາ ຕົກລົງໃຫ້ການຊ່ວຍເຫຼືອລາວ ໃນການພັດທະນາ ຢ່າງຮອບດ້ານ ແລະສືບຕໍ່ຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືຕ່າງໆ ລະຫວ່າງກັນ ແລະໃນປະຊາຄົມອາຊຽນ.

Your browser doesn’t support HTML5

ເຊີນຟັງ ລາຍງານ ສະຫະລັດ ຕົກລົງໃຫ້ ການຊ່ວຍເຫຼືອລາວ ໃນການພັດທະນາ ຢ່າງຮອບດ້ານ.

ທ່ານແສງເພັດ ຮຸ່ງບຸນຍວງ ລັດຖະມົນຕີຊ່ວວ່າການຕ່າງປະເທດ ຖະແຫລງລາຍງານ ສະລຸບຜົນກອງປະຊຸມ ປຶກສາຫາລືຮອບດ້ານ ກ່ຽວກັບການພົວພັນ-ຮ່ວມມື ລະຫວ່າງ ສປປ ລາວ ກັບ ສະຫະລັດອາເມຣິກາ ຄັ້ງທີ 7 ຢູ່ນະຄອນວຽງຈັນ ເມື່ອບໍ່ນານມານີ້ ວ່າ ທາງການສະຫະລັດ ໄດ້ຕົກລົງໃຫ້ການຊ່ວຍເຫຼືອລາວ ເຂົ້າໃນການພັດທະນາ ຢ່າງ ຮອບດ້ານ ແລະຈະປະກອບສ່ວນ ຢ່າງເໝາະສົມເຂົ້າໃນບັນດາ ໂຄງການພັດທະນາ ຕ່າງໆ ທີ່ສະຫະລັດ ມີສ່ວນຮ່ວມກັບລາວ ແລະບັນດາປະເທດສະມາຊິກ ໃນປະຊາຄົມ ອາຊຽນ.

ໂດຍຫຼ້າສຸດ ທາງການສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອລາວ ເຂົ້າໃນການປັບປຸງ ໂພຊະນາການ ສຳລັບເດັກນ້ອຍອາຍຸຕ່ຳກວ່າ 5 ປີ ທີ່ຈະຈັດຕັ້ງປະຕິບັດໄປ ຈົນເຖິງ ປີ 2018 ດ້ວຍງົບປະມານລວມ 27 ລ້ານໂດລາ ດ້ວຍເປົ້າໝາຍ ທີ່ຈະພັດທະນາ ການຕອບ ສະໜອງດ້ານໂພຊະນາການ ທີ່ດີສຳລັບການເຕີບໂຕ ຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຈຳນວນຫຼາຍກວ່າ 170,000 ຄົນ ໃນເຂດຊົນນະບົດຂອງລາວ.

ທາງການສະຫະລັດ ກໍໄດ້ໃຫ້ການຊ່ວຍເຫຼືອລາວ ເຂົ້າໃນການປັບປຸງ ໂພຊະນາການ ສຳລັບ ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ໃນເຂດຊົນນະບົດຂອງລາວ ທີ່ຈະຈັດຕັ້ງປະຕິບັດໄປ ຈົນເຖິງ ປີ 2018 ດ້ວຍງົບປະມານລວມ 27 ລ້ານໂດລາ.

ຊຶ່ງຕໍ່ບັນຫາດັ່ງກ່າວນີ້ ກະຊວງສາທາລະນະສຸກຂອງລາວ ກໍໄດ້ສະເໜີລາຍງານວ່າ ບັນຫາການຂາດສານອາຫານ ຂອງເດັກນ້ອຍອາຍຸຕ່ຳກວ່າ 5 ປີ ໄດ້ເປັນສາເຫດ ທີ່ເຮັດໃຫ້ການລົດຈຳນວນເດັກນ້ອຍ ທີ່ຕົວເຕ້ຍ ສາມາດດຳເນີນການໄດ້ຢ່າງຊັກຊ້າ ຄືສາມາດລົດໄດ້ ຈາກອັດຕາສະເລ່ຍ 40 ເປີເຊັນ ໃນປີ 2006 ລົງມາເປັນ 38 ເປີເຊັນ ໃນປັດຈຸບັນນີ້ ໝາຍຄວາມວ່າ ລົດລົງໄດ້ພຽງ 2 ເປີເຊັນ ເທົ່ານັ້ນ ໃນລະຍະກວ່າ 8 ປີ ທີ່ຜ່ານມາ ສ່ວນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ທີ່ມີນ້ຳໜັກຕ່ຳກວ່າເກນ ກໍຍັງສູງເຖິງ 32 ເປີເຊັນ ໃນຂະນະທີ່ເປົ້າໝາຍສະຫັດສະວັດ ໄດ້ວາງເອົາໄວ້ທີ່ອັດຕາສະເລ່ຍບໍ່ເກີນ 22 ເປີເຊັນ ຂອງຈຳນວນເດັກນ້ອຍອາຍຸ ຕ່ຳກວ່າ 5 ປີ ໃນທົ່ວປະເທດ.

ຍິ່ງໄປກວ່ານັ້ນ ເດັກນ້ອຍລາວ ທີ່ມີໂອກາດໄດ້ຮັບການລ້ຽງດູດ້ວຍນ້ຳນົມແມ່ ນັບຕັ້ງ ແຕ່ມື້ເກີດຈົນຮອດ ອາຍຸ 6 ເດືອນ ຍັງຄິດເປັນອັດຕາສະເລ່ຍພຽງ 40 ເປີເຊັນ ເທົ່ານັ້ນ ຊຶ່ງກໍເຮັດໃຫ້ມີຄວາມສ່ຽງສູງ ຕໍ່ການເສຍຊີວິດ ຍ້ອນໂຣກໄພຕ່າງໆ ຂອງເດັກນ້ອຍລາວ ດັ່ງທີ່ທ່ານນາງຄຳແສງ ພິລາວົງ ຮອງຫົວໜ້າສູນໂພຊະນາການ ກະຊວງສາທາລະນະສຸກ ໄດ້ໃຫ້ການຢືນຢັນວ່າ:

“ເພິ່ນໄດ້ເຮັດການຄົ້ນຄວ້າ ແລະສົມທຽບກັນແລ້ວ ເຫັນວ່າ ເດັກນ້ອຍທີ່ບໍ່ໄດ້ຖືກ ລ້ຽງລູກດ້ວຍນ້ຳນົມແມ່ ຫັ້ນນ່ະ ຫລະແມ່ນມີຄວາມສ່ຽງ ຕໍ່ການຕາຍຍ້ອນພະຍາດ ຖອກທ້ອງ 7 ເທົ່າ ແລ້ວກະມີຄວາມສ່ຽງ ຕໍ່ການຕາຍຍ້ອນພະຍາດອັກເສບປອດ 5 ເທົ່າ ແຕ່ວ່າກິນນົມແມ່ຢູ່ແຕ່ວ່າ ກິນເຂົ້າກິນນ້ຳໄປນຳ ນີ້ນ່ະ ລະຍະຫົກເດືອນທຳອິດ ກະຍັງມີຄວາມສ່ຽງ ຕໍ່ການຕາຍເພີ້ມຂຶ້ນ 2 ເທົ່າ.”

ນອກຈາກການຊ່ວຍເຫຼືອດັ່ງກ່າວແລ້ວ ທ່ານ Daniel Clune ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ໄດ້ປະກາດການໃຫ້ຄວາມຊ່ວຍເຫຼືອ ງົບປະມານ ສຳລັບການເກັບກູ້ລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງຢູ່ໃນລາວ ເພີ້ມຂຶ້ນ ເປັນ 13 ລ້ານໂດລາ ໃນປີ 2015 ທີ່ຜ່ານມາ.

ໂດຍການເພີ້ມການຊ່ວຍເຫຼືອແກ່ລາວ ຂອງທາງການສະຫະລັດດັ່ງກ່າວ ກໍຍັງລວມເຖິງ ການສົມທົບທຶນ ໃນມູນຄ່າ 2 ລ້ານໂດລາ ສຳລັບໃຫ້ກຸ່ມທີ່ປຶກສາ MAG ເພື່ອນຳໃຊ້ໃນ ການເກັບກູ້ລະເບີດ UXO ຢູ່ທີ່ແຂວງຊຽງຂວາງ ອັນຖືເປັນພາກສ່ວນໜຶ່ງໃນໂຄງການ ທີ່ທາງການສະຫະລັດ ໄດ້ລິເລີ້ມຂຶ້ນໃໝ່ ເພື່ອໃຫ້ການຊ່ວຍເຫຼືອແກ່ປະຊາຊົນລາວ ທີ່ ໄດ້ຮັບຜົນກະທົບຈາກລະເບີດ UXO ອີກດ້ວຍ.

ກ່ອນໜ້ານີ້ ທ່ານ Daniel Clune ໃຫ້ການຢືນຢັນວ່າ ລັດຖະບານ ສະຫະລັດ ໄດ້ອະນຸ ມັດງົບປະມານ ໃນມູນຄ່າລວມ 6 ລ້ານ 5 ແສນໂດລາ ຊຶ່ງແບ່ງອອກເປັນ 5 ລ້ານໂດລາ ສຳລັບໃຫ້ການຊ່ວຍເຫຼືອຜູ້ທີ່ພິການ ຈາກລະເບີດ UXO ໃນລາວ ຫຼາຍກວ່າ 70,000 ຄົນ ຊຶ່ງດຳເນີນໂຄງການໂດຍອົງການ World Education ພາຍໃຕ້ 4 ເປົ້າໝາຍ ຄືການຝຶກ ອົບຮົມ ການເພີ້ມຂີດຄວາມສາມາດດ້ານເສດຖະກິດ ການເຂົ້າເຖິງເທັກໂນໂລຈີ ແລະ ການຟື້ນຟູທາງການແພດສຳລັບຄົນພິການ ໃນລາວ ເປັນເວລາ 3 ປີ ຕິດຕໍ່ກັນ.

ສ່ວນເງິນທຶນອີກ 1 ລ້ານ 5 ແສນໂດລານັ້ນ ເປັນການສະໜັບສະໜູນ ໃຫ້ແກ່ໂຄງການ ຮ່ວມມື ດ້ານການຜະລິດອົງຄະທຽມ ແລະ ເພື່ອຄ້ຳຊູ ສຳລັບຄົນພິການ ໃນລະຍະ 3 ປີ ຕໍ່ໄປນີ້ ທັງນີ້ ໂດຍນັບແຕ່ປີ 1993 ເປັນຕົ້ນມາ ທາງການສະຫະລັດ ໄດ້ໃຫ້ການຊ່ວຍ ເຫຼືອ ສຳລັບການເກັບກູ້ລະເບີດ UXO ໃນລາວ ໄປແລ້ວເຖິງ 83 ລ້ານໂດລາ ລວມໄປ ເຖິງການຊ່ວຍເຫຼືອ ໃນການສຶກສາຄວາມສ່ຽງ ຈາກລະເບີດ UXO ໃນລາວດ້ວຍ.