ສະຫະລັດວິຕົກ ເລື່ອງຄວາມປອດໄພ ຜູ້ນໍາຝ່າຍຄ້ານມຽນມາ

  • ໄພສານ ວໍຣະຈັກ

ໂຄສົກະຊວງການຕ່າງປະເທດສະຫະລັດ ທ່ານ P.J. Crowley

ສະຫະລັດກ່າວວ່າຕົນມີຄວາມ
ວິຕົກກັງວົນ ກ່ຽວກັບເລື່ອງ
ຄວາມປອດໄພຂອງທ່ານນາງ
ອອງຊານ ຊູຈີ ຜູ້ນຳພັກຝ່າຍ
ຄ້ານຂອງມຽນມາລຸນຫຼັງທີ່ໄດ້
ມີການຂົ່ມຂູ່ໂດຍໜັງສືພິມຂອງ
ທາງການມຽນມາ.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານ P.J. Crowley ກ່າວໃນມື້ວັນພຸດວານ
ນີ້ວ່າ ມີຫລາຍ​ຄັ້ງທີ່ວ່າຫລັງຈາກທີ່ທ່ານນາງອອງຊານຊູຈີໄດ້ຖືກປ່ອຍໃຫ້ເປັນອິດສະຫຼະ
ຈາກການກັກບໍລິເວນ​ແລ້ວ ພວກເຈົ້າໜ້າທີ່ກໍຊອກຫາຊ່ອງທາງຈັບກຸມທ່ານນາງຕື່ມອີກ.

ທ່ານ Crowley ເວົ້າວ່າ ພວກເຈົ້າໜ້າທີ່ມຽນມາ ມີ​ຄວາມຜິດຊອບຂັ້ນພື້ນຖານ ທີ່​ຈະ​
ຕ້ອງຄໍ້າປະກັນຄວາມປອດໄພ​ໃຫ້ທ່ານນາງ. ນອກນັ້ນ ທ່ານຍັງໄດ້ກ່າວຢໍ້າອີກຄັ້ງນຶ່ງ
ເຖິງການຮຽກຮ້ອງ ໃຫ້ມຽນມາ ປ່ອຍພວກນັກໂທດການເມືອງທັງໝົດ ແລະ​ໃຫ້ຮັບຮູ້
ກ່ຽວກັບຄວາມຖືກຕ້ອງຊອບທຳຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງ
ທ່ານນາງອອງຊານຊູຈີ.

ໃນສັບປະດານີ້ສື່ມວນຊົນຂອງທາງການມຽນມາເຕືອນວ່າ ທ່ານນາງອອງຊານຊູຈີແລະ
ພັກການເມືອງຂອງທ່ານນາງຈະພົບກັບຈຸດຈົບທີ່ໜ້າເສົ້າສະລົດໃຈຖ້າພວກເຂົາເຈົ້າຫາກ
ຍັງສືບຕໍ່ຄັດຄ້ານ ຕໍ່​ການ​ຍຸດຕິການລົງໂທດຂອງປະເທດຕາເວັນຕົກຕໍ່​ມຽນມາ​ນັ້ນ.