ສະຫະລັດຮ້ອງຂໍ ໃຫ້ຈີນ ຊ່ອຍສະກັດກັ້ນ ການໂຈມຕີ ທາງອິນເຕີແນັດ ຈາກເກົາຫຼີເໜືອ

ເຈົ້າໜ້າທີ່ຍາມຢືນທີ່ທາງເຂົ້າຫາ ໂຮງສາຍຮູບເງົາ United Artists theater ໃນລະຫວ່າງການສາຍຟິມຮູບເງົາ "The Interview" ທີ່ນະຄອນ Los Angeles, ລັດ California ວັນທີ 11 ທັນວາ 2014.

ສະຫະລັດ​ໄດ້​ປະຕິ​ເສດ ຕໍ່​ຂໍ້​ສະ​ເໜີ​ຂອງ​ເກົາຫລີ​ເໜືອ ທີ່​ຈະ​
ຮ່ວມ​ທຳ​ການ​ສອບ​ສວນ​ກັບ​ສະຫະລັດ ກ່ຽວ​ກັບ​ການ​ລັກລອບ
​ເຈາະ​ເອົາ​ຂໍ້​ມູນ ທາງ​ຄອມ​ພິວ​ເຕີ ຂອງ​ບໍລິສັດ​ຜະລິດຮູບ​ເງົາ
Sony Pictures ນັ້ນ​ແລະ​ໄດ້​ຮ້ອງຂໍ​ໃຫ້ຈີ​ນ ​ຊ່ວຍ​ສະກັດ​ກັ້ນ​
ການ​ໂຈມ​ຕີ ທາງ cyber ຫລື​ທາງ​ອິນ​ເຕີ​ແນັດ ຈາກ​ພຽງຢາງ.

​ເ​ຈົ້າໜ້າ​ທີ່​ສະຫະລັດ​ທ່ານ​ໜຶຶ່ງ​ກ່າວ​ວ່າ ​ໃນ​ການ​ສົນທະນາ​
ເລື້ອງ​ຄວາມ​ໝັ້ນຄົງ​ກັບ​ຈີນ​ນັ້ນ ທັງ​ສອງ​ຝ່າຍ​ໄດ້ເຫັນ​ພ້ອມ​ນຳ​
ກັນ​ວ່າ ການ​ທຳ​ການ​ໂຈມ​ຕີ​ທາງອິນ​ເຕີ​ແນັດ ທີ່​ສ້າງ​ຄວາມ​
ເສຍ​ຫາຍ​ນັ້ນ ​ບໍ່​ແມ່ນ​ການ​ປະພຶດ ຂອງ​ປະ​ເທດ​ທີ່​ສິວິ​ໄລ.

​ແຕ່​ວ່າຄຳ​ຮ້ອງ​ຂໍ​ດັ່ງກ່າວ​ນັ້ນ​ອາດ​ຈະ​ມີ​ບັນຫາ ​ເພາະວ່າ​ວໍ​ຊິງ​ຕັນ​ໄດ້​ກ່າວ​ ມາ​ເປັນ​ເວລາ
​ດົນ​ນານ​ແລ້ວ​ວ່າ ​ການ​ໂຈມ​ຕີ ລັກລອບເຈາະຂໍ້​ມູນ​ທາງ​ຄອມ​ພິວ​ເຕີ​ຂອງ​ຈີນ ​ໄດ້​ຂົ່ມຂູ່​ຕໍ່ຄວາມ​ລັບ​ດ້ານ​ການ​ປ້ອງ​ກັນ​ຂອງ​ສະຫະລັດ ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ສາ
ມາດແຂ່ງຂັນ​ຂອງບັນດາ​ບໍລິສັດ​ອາ​ເມຣິກັນ ​ແລະ​ເຮັດ​ໃຫ້​ຊາວ​ອາ​ເມຣິກັນ​ສູນ​ເສຍວຽກ​ງານ.

ປ. ໂອບາມາ ວ່າ ສຫລ ຈະຕອບໂຕ້ ຕໍ່ເກົາຫລີເໜືອ:

Your browser doesn’t support HTML5

Obama to N. Korea: US Will Respond to Hack Attack

ເກົາຫຼີ​ເໜືອ​ປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ມີ​ສ່ວນໃດໆໃນການລັກລອບ​ເອົາ​ຂໍ້​ມູນ​ໃນ​ເຄືອ​ຂ່າຍ​ຄອມພິວ​ເຕີ​ຂອງ​ບໍລິສັດ Sony Pictures ​ແລະ​ການ​ເຜີຍ​ແຜ່ emails ທີ່​ສ້າງ​ຄວາມ​ອັບອາຍ​ ​ແລະ​ຂໍ້​ມູນ​ທາງ​ສ່ວນ​ຕົວອື່ນໆ ​ຕະຫລອດ​ທັງ​ນຳເອົາຮູບ​ເງົາ​ທີ່ Sony ຍັງ​ບໍ່​ມີ​
ແຜນ​ຈະ​ນຳ​ອອກ​ສາຍ​ນັ້ນ ​ອອກເຜີຍ​ແຜ່ທາງ​ອິນ​ເຕີ​ແນັດ​.

​ເຖິງ​ຢ່າງ​ໃດ​ກໍ​ດີ ​ເກົາຫຼີ​ເໜືອ ​ໄດ້​ກ່າວ​ຊົມ​ເຊີຍ​ການ​ໂຈມ​ຕີ​ທາງ​ຄອມ​ພິວ​ເຕີນັ້ນ ວ່າ
“​ເປັນ​ການ​ກະທຳ​ທີ່​ຖືກຕ້ອງ​ແລ້ວ.”

​ພຽງ​ຢາງຍັງ​ກ່າວ​ວ່າ ຕົນ​ສາມາດ​ພິສູດ​ໄດ້​ວ່າ ​ຕົນ​ບໍ່​ໄດ້​ມີ​ສ່ວນພົວພັນໃນ​ການ​ໂຈມ​ຕີ​ນັ້ນ ແລະເຕືອນ​ວ່າ ຈະ​ມີ “​ຜົນ​ສະທ້ອນ​ທີ່​ຮ້າຍ​ແຮງ​ຕິດຕາມ​ມາ” ຖ້າ​ຫາກ​ວໍ​ຊິງ​ຕັນ​ບໍ່​ຮັບ​
ເອົາ​ຄຳ​ສະ​ເໜີ​ຂອງ​ຕົນ ທີີ່ຈະ​ເຂົ້າ​ຮ່ວມ​ທຳ​ການ​ສືບສວນ​ສອບ​ສວນ​ນັ້ນ.

Your browser doesn’t support HTML5

sonyhackers21december14