ເພື່ອເຮັດໃຫ້ ຄວາມເຄັ່ງຕຶງ ຜ່ອນເບົາລົງ ສຫລ ເພີ້ມຄວາມພະຍາຍາມ ດ້ານການທູດ ຢູ່ກອງປະຊຸມອາຊ່ຽນ

来自加利福尼亚州的共和党众议员凯文·麦卡锡把议长槌交给第116届国会众议院议长、来自加州的南希·佩洛西。(2019年1月3日)

ການປະເຊີນໜ້າ ກັບບັນດາປະເທດເພື່ອນບ້ານຂອງຈີນ ກ່ຽວກັບບັນ ຫາຂັດແຍ້ງເລື້ອງເຂດນ້ຳແດນດິນຢູ່ທະເລຈີນໃຕ້ ຄາດວ່າຈະເປັນຈຸດເພັ່ງເລັງອີກເທື່ອນຶ່ງໃນຂະນະທີ່ລັດ ຖະມົນຕີການຕ່າງປະເທດຂອງພູມີພາກ ແລະ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໄປເຕົ້າໂຮມກັນທີ່ ສປປ ລາວໃນອາທິດນີ້ ເຮັດໃຫ້ປະເທດທີ່ບໍ່ມີທາງອອກທະເລດັ່ງກ່າວກາຍເປັນສະໜາມລົບຫຼັງສາກບັ້ນຕໍ່ໄປໃນການເຄື່ອນໄຫວທາງດ້ານ ການທູດກ່ຽວກັບການຜິດຂ້ອງຕ້ອງຖຽງທາງທະເລ ຊຶ່ງຜູ້ສື່ຂ່າວວີໂອເອ Nike Ching ມີລາຍງານເລື້ອງນີ້ ດັ່ງໄພສານຈະນຳເອົາລາຍລະອຽດ ມາສະເໜີທ່ານ.

ການຕັດສິນຂອງສານນາໆຊາດທີ່ນະຄອນ Hague ກ່ຽວກັບບັນຫາຂັດແຍ້ງໃນທະເລ ຈີນໃຕ້ ຊຶ່ງເຮັດໃຫ້ການອ້າງກຳມະສິດຂອງປັກກິ່ງ ເກືອບທັງໝົດ ຢູ່ໃນຂົງເຂດດັ່ງກ່າວກາຍເປັນໂມຄະນັ້ນ ພາໃຫ້ມີຄວາມວິຕົກກັງວົນວ່າ ອາດຈະເກີດຄວາມເຄັ່ງຕຶງຕື່ມຂຶ້ນ.

ກອງປະຊຸມສຸດຍອດເຂດເອເຊຍຕາເວັນອອກແລະກອງປະຊຸມຄວາມມໝັ້ນຄົງພູມີພາກຂອງບັນດາປະຊາຊາດໃນເຂດເອເຊຍຕາເວັນອອກສຽງໃຕ້ຫຼືອາຊ່ຽນ ແມ່ນການພົບປະຢູ່ໃນຂົງເຂດເທື່ອທຳອິດ ນັບຕັ້ງແຕ່ໄດ້ມີການຕັດສິນຂອງສານ ເມື່ອວັນທີ 12 ກໍລະກົດຜ່ານມາ.

Your browser doesn’t support HTML5

Calm the Waters: US Doubles Down Diplomatic Efforts in ASEAN Meetings

ສະຫະລັດກຳລັງດຳເນີນຄວາມພະຍາຍາມທາງດ້ານການທູດເພີ້ມຂຶ້ນເປັນສອງເທົ່າໂດຍການໂອ້ລົມແບບເຊິ່ງໜ້າ ເພື່ອຫາທາງຫລຸດຜ່ອນຄວາມເຄັ່ງຕຶງ.

ທ່ານນາງ Susan Rice ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວກຳລັງພົບປະກັບ ຫົວໜ້າສະພາທີ່ປຶກສາຂອງລັດ ທ່ານ Yang Jiechi ທີ່ນະຄອນຫຼວງປັກກິ່ງ. “ສະຫະລັດຈະເນັ້ນໜັກເຖິງ ຄວາມໝັ້ນໝາຍຂອງຕົນທີ່ຈະຂະຫຍາຍການຮ່ວມ ມືໂຕຈິງແລະການຄຸ້ມຄອງຄວາມເຫັນທີ່ແຕກຕ່າງກັນແບບສ້າງສັນກັບຈີນ” ນັ້ນຄືຄຳເວົ້າຢູ່ໃນຖະແຫຼງຂ່າວຂອງທຳນຽບຂາວ.

ພວກປະທ້ວງຈຳນວນນຶ່ງຮ້ອງໂຮ ຄຳຂວັນ ປະນາມປະເທດຈີນ ໃນລະຫວ່າງ ການຊຸມນຸມຢູ່ນອກ ສະຖານກົງສຸນຂອງຈີນ ຫຼາຍໆຊົ່ວໂມງ ກ່ອນໜ້າ ສານໄກ່ເກ່ຍສາກົນ ຂອງອົງການສະຫະປະຊາຊາດ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນ Hague ຈະປະກາດ ການຕັດສິນຂອງຕົນກ່ຽວກັບ ຂໍ້ຂັດແຍ້ງ ໃນທະເລຈີນໃຕ້, ວັນທີ 12 ກໍລະກົດ 2016.

ໃນຂະນະດຽວກັນທ່ານ John Kerry ລັດຖະມົນຕີການຕ່າງປະເທດສະຫະລັດກໍພວມໂອ້ລົມກັບລັດຖະມົນຕີການຕ່າງປະເທດຈີນທ່ານ Wang Yi ທີ່ນະຄອນ ວຽງຈັນ ສປປ ລາວ.

ເຈົ້າໜ້າທີ່ອະວຸໂສຂອງສະຫະລັດກ່າວວ່າ ວໍຊິງຕັນຈະສືບຕໍ່ການເດີນເຮືອຢ່າງເສລີແລະໃຫ້ການສະໜັບສະໜຸນ ຕໍ່ການຄ້າທີ່ຖືກຕ້ອງຕາມກົດໝາຍ ແບບທີ່ ບໍ່ມີການກີດກັ້ນຂັດ ຂວາງໃນຂະນະທີ່ຮຽກຮ້ອງໃຫ້ປັກກິ່ງໃຊ້ຄວາມຢັບຢັ້ງແລະໃຫ້ການເຄົາລົບຕໍ່ສິດທິຂອງປະເທດອື່ນ.

ໃນການໃຫ້ສຳພາດກັບວີໂອເອນັ້ນ ທ່ານນາງ Colin Willett ຮອງລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກ່ຽວກັບເລື້ອງຍຸດທະສາດ ແລະ ກິດຈະການຫລາຍຝ່າຍກ່າວວ່າ ມີການ “ຄາດຫວັງກັນວ່າການຄຸ້ມຄອງດ້ວຍຕົວບົດກົດ ໝາຍຈະໄດ້ຮັບການຍົກສູງແລະຫລາຍໆປະເທດຢູ່ໃນຂົງເຂດກຳລັງຊອກຫາຊ່ອງທາງເພື່ອໃຫ້ໄດ້ຮັບການແກ້ໄຂທາງດ້ານການທູດໃນອະນາຄົດຕໍ່ໜ້າ.”

ທ່ານນາງ Willett ກ່າວວ່າ “ທະເລຈີນໃຕ້ ແມ່ນນຶ່ງໃນບັນຫາທີ່ສຳຄັນສຸດທາງດ້ານການເມືອງແລະຄວາມໝັ້ນຄົງຢູ່ໃນພູມີພາກແລະດ້ວຍເຫດນີ້ຈຶ່ງໄດ້ມີການຫາລືກັນຢ່າງກວ້າງ ຂວາງຢູ່ບ່ອນໃດກໍຕາມທີ່ພວກເຮົາມີກອງປະຊຸມຫຼາຍຝ່າຍເຫຼົ່ານີ້.”

ບັນດາປະເທດສະມາຊິກຂອງອາຊ່ຽນ ໄດ້ຫາລືກັນມາເປັນເວລາດົນນານກວ່ານຶ່ງທົດສະ ວັດແລ້ວ ກ່ຽວກັບກົດການປະພຶດ ຢູ່ທະເລຈີິນໃຕ້ ໃນຂະນະທີ່ປັກກິ່ງ ຍັງສືບຕໍ່ຂະຫຍາຍການມີໜ້າຂອງຕົນຢູ່ທີ່ນັ້ນ.

ພວກເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ກ່າວວ່າ ວໍຊິງຕັນຫວັງວ່າປັກກິ່ງແລະສະມາຄົມ ອາຊ່ຽນຈະເລັ່ງລັດສ້າງຄວາມຄືບໜ້າແລະບັນລຸການຕົກລົງກ່ຽວກັບກົດການປະພຶດ​ຊຶ່ງເປັນທີ່ຮັບເອົາໄດ້ ທັງໃນດ້ານຮູບແບບແລະກົດເກນການປະຕິບັດຢູ່ທະເລຈີນໃຕ້.

ເຮືອຫາປາ ລຳໜຶ່ງ ເຄີຍອອກໄປຫາປາ ຢູ່ໃນເຂດ Scarborough Shoal ຫຼືໝູ່ເກາະທີ່ພົ້ນຂຶ້ນຈາກທະເລ ໃນທະເລຈີນໃຕ້ ແມ່ນພາບຖ່າຍ ໃນເຂດເມືອງ Masinloc ຂອງແຂວງ Zambales ໃນປະເທດ Philippines, ວັນທີ 22 ເມສາ 2015.

ແຕ່ພວກນັກວິເຄາະກ່າວວ່າ ນັ້ນອາດຈະເປັນພາລະກິດທີ່ຍາກຈະເຮັດໄດ້.

ທ່ານ Gregory Poling ຜູ້ອຳນວຍການສູນກາງຍຸດທະສາດແລະການສຶກສານາໆຊາດ ຮັບຜິດຊອບກ່ຽວກັບຂໍ້ລິເລີ້ມວ່າດ້ວຍຄວາມໂປ່ງໃສໃນການເດີນເຮືອທາງທະເລເຂດເອ ເຊຍກ່າວວ່າ “ຈົນກວ່າຈີນພິສູດໃຫ້ເຫັນວ່າ ຕົນເຕັມໃຈທີ່ຈະເຈລະຈາດ້ວຍຄວາມຈິງໃຈ. ບໍ່ມີຄວາມພະຍາຍາມໃດໆຂອງອາຊ່ຽນ ຈະເປັນທີ່ສຳຄັນ.”

ທ່ານ Poling ກ່າວວ່າ “ຄວາມຄິດທີ່ວ່າປັກກິ່ງເຕັມໃຈທີ່ຈະຮັບເອົາກົດການປະພຶດແບບ ມີຜົນບັງຄັບທີ່ຈະຈຳກັດການກະທຳຂອງຈີນນັ້ນ ແມ່ນເບິ່ງຄືວ່າ ເປັນເລື້ອງທີ່ໜ້າພໍໃຈ ທີ່ຈະພິຈາລະຈາ ແຕ່ຍາກທີ່ຈະເຮັດໄດ້ ໃນເວລານີ້.”

ທ່ານ Poling ເຕືອນວ່າ ການໃຊ້ສຳນວນໂວຫານຂອງສະຫະລັດແລະຈີນຍັງຈະດຳເນີນຕໍ່ໄປ ໂດຍທີ່ສະຫະລັດ ຈະຢືນຢັດກ່ຽວກັບການນຳໃຊ້ ລະບຽບກົດໝາຍແລະສືບຕໍ່ການລາດຕະເວນເພື່ອປົກປ້ອງສິດເສລີພາບໃນການເດີນເຮືອຢູ່ໃນເຂດນ່ານນ້ຳທີ່ມີການຂັດແຍ້ງກັນ ໃນຂະນະທີ່ຈີນປະຕິຍານວ່າ ຈະຕອບໂຕ້ຕໍ່ການຮຸກຮານໃດໆກໍຕາມຢູ່ໃນເຂດນ່ານນ້ຳ ທີ່ປັກກິ່ງອ້າງວ່າ ເປັນອະທິປະໄຕຂອງຕົນ.

ຂອງສານໄກ່ເກ່ຍຖາວອນຂອງນາໆຊາດທີ່ຫ້ອງການຢູ່ນະຄອນ Hague ໄດ້ປະຕິເສດຕໍ່ການອ້າງກຳມະສິດເອົາເຂດນ້ຳແດນດິນຢູ່ທະເລຈີນໃຕ້ຂອງຈີນໂດຍກ່າວວ່າການກະທຳບາງຢ່າງຂອງຈີນນັ້ນ ໄດ້ລະເມີດຕໍ່ສິດທິອະທິປະໄຕຂອງຟີລິບປິນ ຮວມທັງສິດທິໃນການຫາປາທີ່ເກາະ Scarborough ນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ