ພະນະທ່ານພັນຄຳ ວິພາວັນ, ນາຍົກລັດຖະມົນຕີລາວ ພ້ອມດ້ວຍຄະນະໄດ້ ເດີນທາງມາເຖິງນະຄອນຫຼວງວໍຊິງຕັນຂອງສະຫະລັດແລ້ວ ໃນຕອນເຊົ້າວັນພຸດ ທີ 11 ພຶດສະພາວານນີ້, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ລະຫວ່າງສະຫະລັດ ແລະອາຊຽນທີ່ຈະເປີດຂຶ້ນໃນຕອນເຊົ້າມື້ນີ້ ແລະປິດລົງໃນແລງມື້ອື່ນວັນທີ 12 ພຶດສະພາ. ໃນກອງປະຊຸມນັ້ນບັນດານັກວິເຄາະເຊື່ອກັນວ່າກຸ່ມປະ ເທດດັ່ງກ່າວ ຈະສ້າງຄວາມກົດດັນຕໍ່ວໍຊິງຕັນໃຫ້ມີການສະຫນັບສະຫນູນການພັດທະນາເສດຖະກິດ ແກ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ ທີ່ມີປະຊາກອນ 680 ລ້ານຄົນນັ້ນໃຫ້ທຽບເທົ່າກັບຈີນ. ຖ້າວ່າ ກຸ່ມດັ່ງກ່າວປະສົບຜົນສຳເລັດໃນການຜັກດັນເຊັ່ນນັ້ນໄດ້ມັນກໍຈະເປັນຜົນດີຫລາຍຕໍ່ຂົງເຂດດັ່ງກ່າວ. ສຳລັບ ສປປ ລາວ ໃນນາມສະມາຊິກອາຊຽນປະເທດນຶ່ງ ກໍຈະຖືວ່າ ໄດ້ຍ່າງເຂົ້າໄປໃນປະຕູແຫ່ງໂອກາດແລ້ວ ພຽງແຕ່ວ່າລາວຈະກຽມພ້ອມຫລາຍປານໃດ ແລະມີຄວາມຫ້າວຫັນຫລາຍປານໃດເພື່ອຈະສວຍເອົາໂອກາດນີ້ໄດ້ ດັ່ງການໃຫ້ທັດສະນະຂອງທ່ານເສຣີ ເທບພາພອນ, ຊາວລາວ-ອາເມຣິກາທ່ານນຶ່ງຢູ່ລັດຄາລິຟໍເນຍ ທີ່ຕິດຕາມເລື້ອງນີ້ວ່າ:
Your browser doesn’t support HTML5
ສຽງທ່ານເສຣີ
ບັນດາຜູ້ນຳຂອງປະເທດໃນກຸ່ມອາຊຽນ ຈະພົບປະກັບຜູ້ຕາງໜ້ານັກທຸລະກິດອາເມຣິກັນ, ຜູ້ຕາງໜ້າທາງການຄ້າຂອງສະຫະລັດ, ທ່ານນາງແຄັດເທີຣິນ ທາຍ ແລະລັດຖະມົນຕີກະຊວງການຄ້າ, ທ່ານນາງຈີນາ ເຣມມອນໂດຢູ່ທີ່ກອງປະຊຸມໃນວັນພະຫັດມື້ນີ້ ເພື່ອ "ປຶກສາຫາລືກ່ຽວກັບການຮ່ວມມືດ້ານເສດຖະກິດ," ອີງຕາມວາລະກອງປະຊຸມທີ່ຈັດໄວ້. ຈີນແລະສະຫະລັດແຂ່ງຂັນກັນຫຼາຍຢູ່ໃນໂລກ ເພື່ອສະໜັບສະໜູນປະເທດນ້ອຍກວ່າ ໃນຂະນະທີ່ລັດ ຖະບານປັກກິ່ງຂະຫຍາຍເສດຖະກິດ ແລະການທະຫານອອກໄປຕ່າງປະເທດ.
ເບິ່ງວີດິໂອກ່ຽວກັບລາຍງານເລື້ອງນີ້
Your browser doesn’t support HTML5
Trade, Security at Top of ASEAN Summit Agenda Next Week