ສຫລ ຈັບກຸມພະນັກງານ ສັນຍາຈ້າງ ທີ່ສົ່ງ ຂໍ້ມູນລັບ ໃຫ້ອົງການຂ່າວ ອິນເຕີແນັດ

ຮູບທີ່ຖ່າຍຈາກອາກາດ ທີ່ບໍ່ໄດ້ລົງວັນທີ່ ຂອງອົງການຮັກສາ ຄວາມປອດໄພແຫ່ງຂາດ ຫຼື National Security Agency (NSA) ທີ່ Fort Meade ລັດ Maryland.

ກະຊວງ​ຍຸຕິ​ທຳ​ສະຫະລັດ ​ໄດ້​ຈັບ​ກຸມ​ພະນັກງານ​ສັນຍາ​ຈ້າງຂອງ​ລັດຖະບານ ​ໂດຍ​ກ່າວ​ວ່າ ​ໄດ້​ສົ່ງ​ຂໍ້​ມູນ​ລັບ ​ໄປ​ໃຫ້​ແຫຼ່ງຂາວ​ທາງ​ອິນ​ເຕີ​ແນັ​ດ.

ການ​ປະກາດ​ທີ່​ວ່າ​ນີ້ ​ແມ່ນ​ມີ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ​ໃນ​ຂະນະ​ທີ່​ແຫຼ່ງ​ຂ່າວ​ທາ​ງອິນ​ເຕີ​ແນັດ
The Intercept ​ໄດ້​ລາຍ​ງານ​ວ່າ ​ເອກ​ກະສາ​ນລັບ​ທີ່​ຕົນ​ເກັບ​ກຳມາ​ໄດ້​ນັ້ນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ໜ່ວຍ​ສື​ບລັບທາງ​ທະຫານຂອງຣັດ​ເຊຍ ​ແມ່ນ​ໄດ້​ພະຍາຍາມ​ຢ່າງ​ຜິດ​ກົດໝາຍທີ່​ຈະ​ເຈາະ​ເຂົ້າ​ໄປ​ໃນລະບົບ​ການ​ເກັບ​ກຳ​ຂໍ້​ມູນ ຂອງ​ການ​ລົງ​ຄະ​ແນນ​ເລືອກ​ຕັ້ງ​ ກ່ອນ​ການ​ເລືອກ​ຕັ້ງ​ປີ​ກາຍ​ນີ້.

​ເອກ​ກະສາ​ນ​ທີ່​ຍື່ນ​ໂດຍເຈົ້າ​ໜ້າ​ທີ່ສືບສວນ​ພິ​ເສດ​ຂອງອົງການ FBI ​ໄດ້​ກ່າວ​ວ່າ ​ແມ່ຍິງທີ່ຖືກ​ຈັບ Reality Leigh Winner ​ໄດ້​ຍອມຮັບ​ວ່າ ​ໄດ້​ພິມ​ເອກ​ກະສາ​ນລັບ​ສຸດ​ຍອດທີ່​ວ່າ​ນີ້ ​ແລະ​ສົ່ງ​ໄປ​ໃຫ້​ແຫຼ່ງຂ່າວ​ຕ່າງໆ.

ເອກ​ກະສາ​ນດັ່ງກ່າວ ຍັງເວົ້າອີກ​ວ່າ ປະຊາ​ຄົມ​ສືບ​ລັບ​ສະຫະລັດ ພິຈາລະນາ​ໃນ​ການ​ສືບ ສວນວ່າ ມີ 6 ຄົນ ທີ່​ໄດ້​ພິມ​ເອກ​ກະສາ​ນລັບນີ້ ​ຮວມທັງນາງ Winner ແລະ​ລາວ​ໄດ້​ສົ່ງຂໍ້​ມູນທາ​ງອີ​ແມ​ລ​ໃຫ້​ຜູ້​ຕິດ​ຕໍ່ ກັບ​ແຫຼ່ງທີ່​ບໍ່​ເປີດ​ເຜີຍ​ຊື່.

ວັນ​ທີ ທີ່​ເອກ​ກະສາ​ນທັງ​ສອງ​ກ່າວເຖິງ ໃນ​ເອກ​ກະສາ​ນທີ່​ຍື່ນ​ໄປ​ນັ້ນ ​ແລະ​ທີ່​ອົງ
ການ​ຂ່າວ ​Intercept ກ່າວ​ອ້າງ​ນັ້ນ ​ແມ່ນເປັນອັນ​ດຽວ​ກັນ.

ລັດຖະບານ ຍັງ​ບໍ່​ທັນ ​ໄດ້​ກ່າວ​ວ່າ ຈາກ​ອົງການ​ໃດ​ແທ້ ທີ່ນາງ Winner ຖືກກ່າວ​ຫາ​ວ່າ ​ໄດ້​ເອົາຂໍ້​ມູນ​ລັບ​ທີ່​ວ່າ​ນີ້ ​ໂດຍ​ກ່າວ​ແຕ່ພຽງວ່າ ​ລາວ​ໄດ້​ຖືກ​ແຕ່ງໃຫ້​ປະຕິບັດ​ໜ້າ​ທີ່ ໃນ​ສະ ຖານ​ທີ່​ແຫ່ງ​ນຶ່ງ ຂອງ​ລັດຖະບານ​ສະຫະລັດ ​ໃນ​ລັດ Georgia ​ເທົ່າ​ນັ້ນ.

​ໃນ​ລາຍ​ງານ​ ອົງການ​ຂ່າວ Intercept ​ໄດ້​ກ່າວ​ວ່າ ​ເອກ​ກະສາ​ນ​ລັບ​ສຸດ​ຍອດ​ຂອງ​ ​
ອົງການ NSA ທີ່​ຕົນ ​ໄດ້​ຮັບ​ມາ​ນັ້ນ​ ແຈ້ງ​ວ່າ ພວກ​ເຈາະ​ຂໍ້​ມູນຣັດ​ເຊຍ ​ໄດ້​ໃຊ້​ເວລາ​ຫຼາຍໆ​ເດືອນ​ພະຍາຍາມ​ທີ່​ຈະ​ເຂົ້າໄປ​ໃນຄອມ​ພິວ​ເຕີ ທີ່​ໃຊ້​ໂດຍ​ເຈົ້າ​ໜ້າ​ທີ່​ຂົ​ງ​ເຂດ.

ຄວາມ​ພະຍາຍາມ​ທີ່​ວ່າ​ນີ້ ພົວພັນ​ກັບ​ໃນ​ອັນ​ທີ່​ເອີ້ນວ່າ ​ເທັກ​ນິກ​ແບບ​ກົນ​ລວງ ທີ່​ໃຊ້​ລໍ້​ຜູ້​ຄົນ​ແບບ​ບໍ່​ຮູ້​ຕົວ ທີ່​ກຳກັບ​ຂໍ້​ມູນ​ທີ່​ເຊັນ​ເຂົ້າ​ແລະ​ອອກ ​ໄປ​ໃຫ້​ນັກ​ເຈາະຂໍ້​ມູນ ທີ່​ສາມາດ​ຈະ​ເຂົ້າ​ເຖິງຂໍ້​ມູນຕ່າງໆ ​ໄດ້​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ