ສະຫະລັດ ປະກາດລົງໂທດ ທາງດ້ານເສດຖະກິດຮອບ​ໃໝ່ ຕໍ່ຣັດເຊຍ

ຈາກຊ້າຍ, ນາຍົກລັດຖະມົນຕີຂອງຍີປຸ່ນ ທ່ານຟູມິໂອະ ກິຊິດະ (Fumio Kishida), ນາຍົກລັດຖະມົນຕີຂອງການາດາ ທ່ານຈັສຕິນ ທຣູໂດລ (Justin Trudeau), ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ, ນາຍົກລັດຖະມົນຕີຂອງເຢຍຣະມັນ ທ່ານໂອລາຟ ໂຊລສ໌ (Olaf Scholz), ນາຍົກລັດຖະມົນຕີອັງກິດ ທ່ານບໍຣັສ ຈອນສັນ...

ໃນຂະນະທີ່ສະມາຊິກຂອງອົງການ NATO ແລະກຸ່ມ G-7 ໄດ້ພົບປະກັນທີ່ນະ ຄອນຫຼວງບຣັສເຊີລສ໌ ເພື່ອປຶກສາຫາລື ກ່ຽວກັບສົງຄາມຢູ່ໃນຢູເຄຣນນັ້ນ, ລັັດ ຖະບານຂອງທ່ານໄບເດັນ ໄດ້ປະກາດການລົງໂທດທາງດ້ານເສດຖະກິດຕໍ່ ຣັດເຊຍ ຮອບໃໝ່ ໃນມື້ວັນພະຫັດວານນີ້.

ເປົ້າໝາຍກໍຄື ສະມາຊິກສະພາທັງໝົດຂອງ​ຣັດ​ເຊຍ 328 ຄົນ ແລະບໍລິສັດ​ລັດ​ວິ​ສາ​ຫະ​ກິດຂອງລັດຖະບານຣັດເຊຍຫຼາຍໆ​ບໍ​ລິ​ສັດ.

ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານກ່າວກັບອົງການຂ່າວຣອຍເຕີສ໌ວ່າ “ເປົ້າໝາຍຂອງພວກເຮົາຢູ່ນະທີ່ນີ້ກໍຄື ລຶບລ້າງຜົນປະໂຫຍດຕ່າງໆ ແລະສິດທິພິເສດທັງ ຫຼາຍ ຊຶ່ງ​ໃນ​ຄັ້ງ​ນຶ່ງ ຣັດເຊຍ​ເຄີຍ​ຊົມ​ໃຊ້ ​ໃນ​ຖາ​ນະ​ເປັນ​ຜູ້ເຂົ້າມາມີສ່ວນຮ່ວມໃນ​ລະບຽບຂອງເສດຖະກິດ​ລະ​ຫວ່າງ​ປະ​ເທດ.”

ໂດຍສະເພາະຢ່າງຍິ່ງ, ມາດຕະການລົງໂທດ​ແມ່ນ​ແນໃສ່ສະມາຊິກຂອງສະຖາບັນຊັ້ນນໍາທາງດ້ານການເງິນຂອງ ຣັດເຊຍ 17 ຄົນ,​ ຮວມ​ທັງ ທະນາຄານ ໂຊບວ໌ຄອມ (Sovcombank), ແລະ ບໍລິສັດປ້ອງກັນ​ປະ​ເທດ 48 ​ບໍ​ລິ​ສັດ ທີ່ມີລາຍງານວ່າ ກໍາລັງດໍາເນີນການຜະລິດອຸປະກອນສໍາລັບປະຕິບັດງານ​ທີ່​ພວມ​ດຳ​ເນີນ​ຢູ່ຂອງຣັດເຊຍ ໃນຢູເຄຣນ.

​ນອກນັ້ນ ເປົ້າໝາຍກໍຍັງ​ແນ​ໃສ່ ເຮີແມນ ເກຣັຟ (Herman Gref), ຜູ້ທີ່ເປັນຫົວໜ້າທະນາຄານ ສເບີ (Sberbank), ແລະ ເກັນນາດີ ທິມເຊັນໂກ (Gennady Timchenko) ເພື່ອນຜູ້ຮັ່ງມີ ຂອງປະທານາທິບໍດີ ວລາດີເມຍ ປູຕິນ.

ທໍານຽບຂາວກ່າວຢູ່ໃນຖະແຫຼງການວ່າ “ເມື່ອໃດທີ່ປູຕິນ ຍັງຄົງເຮັດສົງຄາມນີ້ຢູ່ຕໍ່ໄປ, ສະຫະລັດ ແລະປະເທດພັນທະມິດ ພ້ອມດ້ວຍຄູ່ຮ່ວມພາຄີ ກໍຍັງຄົງມີຄວາມມຸ້ງໝັ້ນທີ່ຈະໃຫ້​ການ​ຄ້ຳ​ປະ​ກັນວ່າ ລັດຖະບານຣັດເຊຍ ຮູ້ສຶກໄດ້ເຖິງຜົນກະທົບຫຼາຍໆຢ່າງຕໍ່ການເຄື່ອນໄຫວຕ່າງໆທາງລະບົບເສດຖະກິດຂອງພວກເຮົາ ທັງໃນປັດຈຸບັນ ແລະໃນອະນາຄົດ.”

ອ່ານຂ່າວນີ້ເປັນພາສາອັງກິດ