ສຫລ ແລະລາວ ສະເຫຼີມສະຫຼອງ ການຮ່ວມມື ເພື່ອຊ່ວຍເຊື່ອມໂຍງ ກັບສາກົນ ແລະ​ອາ​ຊຽນ

ພາບຖ່າຍຮ່ວມກຸ່ມ ບັນດາເຈົ້າໜ້າທີ່ ຈາກສະຖານທູດ ສະຫະລັດ ປະຈຳ ລາວ ແລະບັນດາຜູ້ຕາງໜ້າ ລັດຖະບານ ສປປ ລາວ ໃນພິທີປິດ ໂຄງການ USAID LUNA II ຢ່າງເປັນທາງການ ໃນນະຄອນຫຼວງ ວຽງຈັນ, ວັນທີ 22 ມີນາ 2019.

ຕາງໜ້າເຈົ້າໜ້າທີ່ ຈາກສະຖານເອກອັກຄະລັດຖະທູດ​ ສະ​ຫະ​ລັດ ແລະລັດຖະບານ
ແຫ່ງ ສ.ປ.ປ ລາວ ໄດ້ເຂົ້າຮ່ວມໃນພິທີປິດໂຄງການຮ່ວມມືລາວ-ສະຫະລັດ ເພື່ອ
ການເຊື່ອມໂຍງສາກົນ ແລະອາຊຽນ ຫຼື (USAID LUNA II) ເພື່ອທົບທວນຄວາມ
ທ້າທາຍ ແລະສະເຫຼີມສະຫຼອງຜົນສຳເລັດຂອງໂຄງການ ເມື່ອວັນທີ 22 ມີນາຜ່ານ
ມານີ້. ໃຫ້​ກຽດ​ເປັນ​ປະ​ທ​ານ​ ໃນ​ພິທີ​ດັ່ງ​ກ່າວ​ໂດຍ ທ່ານນາງ ເຂັມ​ມະ​ນີ ພົນ​ເສ​ນາ ​
ລັດ​ຖະ​ມົນ​ຕີ ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແລະ ທ່ານນາງ ຣີນາ ບິດເຕີ
ເອກອັກຄະລັດຖະທູດ ສະຫະລັດ ພ້ອມກັບຜູ້ເຂົ້າຮ່ວມ ຫຼາຍກ່ວາ 40 ທ່ານ ຕາງໜ້າ
ໃຫ້ແກ່ ບັນດາກະຊວງ, ສະຖານທູດອາເມຣິກາ ແລະພາກເອກະຊົນ.

ທ່ານນາງ ຣີນາ ບິດເຕີ ໄດ້ໃຫ້ຄຳເຫັນໃນພິທີດັ່ງກ່າວວ່າ “ໃນໄລຍະ 5 ປີ ທີ່ຜ່ານມາ
ໂຄງການ USAID LUNA II ໄດ້ເຮັດໜ້າທີ່ປຽບເໝືອນ ຍານພາຫະນະໃຫ້ແກ່
ການຮ່ວມມື ແລະການສົນທະນາ ລະຫວ່າງ 2 ຊາດ ລາວ-ອາເມຣິກາ ໃນການຈັດ
ຕັ້ງປະຕິບັດ ວຽກງານທີ່ກ່ຽວພັນກັບ ພັນທະຂອງ ສ.ປ.ປ ລາວ ໃນນາມທີ່ເປັນ
ສະມາຊິກ ຂອງອົງການການຄ້າໂລກ ປະຊາຄົມເສດຖະກິດ ອາຊຽນ ແລະພັນທະ
ຂອງສັນຍາການຄ້າສອງຝ່າຍ ລາວ-ອາເມຣິກາ.”

ໂຄງການ USAID LUNA II ແມ່ນໂຄງການຊ່ວຍເຫຼືອລ້າ 5 ປີ ຂອງອົງການພັດທະ-
ນາສາກົນ ສະ​ຫະ​ລັດ ຫຼື USAID ເຊິ່ງຖືກສ້າງຂຶ້ນເພື່ອສະໜັບສະໜຸນ ວຽກງານ
ການຄ້າຮ່ວມກັບສະ​ຫະ​ລັດອາເມ​ຣິກາ ແລະເຊື່ອມໂຍງ ສ.ປ.ປ ລາວ ເຂົ້າສູ່ປະຊາຄົມ
ເສດຖະກິດ ອາຊຽນ ແລະ ອົງການການຄ້າໂລກ. ນັບແຕ່ ປີ 2014 ເປັນ​ຕົ້ນ​ມາ
ໂຄງການ USAID LUNA II ໄດ້ເຮັດວຽກຢ່າງໃກ້ຊິດ ກັບກະຊວງອຸດສາຫະກຳ ແລະ
ການຄ້າ ແລະບັນດາກະຊວງຕ່າງໆ ເພື່ອປັບປຸງ ບັນດານິຕິກຳ ໂດຍສະເພາະ ແມ່ນ
ນິຕິກຳຊັບຊິນທາງປັນຍາ ນິຕິກຳການແກ້ໄຂ ທາງການຄ້າ ໃນຂອບອົງການການຄ້າ
ໂລກ ສະໜັບສະໜຸນການຄ້າແບບດິຈິຕໍ ແລະຂະຫຍາຍຕະຫຼາດ ໃຫ້ແກ່ບັນດາຜູ້
ປະກອບການລາວ ແລະເພີ່ມຄວາມເຂົ້າໃຈ ກ່ຽວກັບສິດຂອງຜູ້ຊົມໃຊ້ ແລະນິຕິກຳ
ຕ່າງໆ.

ການຊ່ວຍເຫຼືອຂອງໂຄງການ USAID LUNA II ແມ່ນຊ່ວຍໃຫ້ ສ.ປ.ປ ລາວ ມີສ່ວນ
ຮ່ວມກັບສາກົນ ແລະໄດ້ຮັບຜົນປະໂຫຍດ ນຳບັນດາຂໍ້ຕົກລົງສາກົນຕ່າງໆ ແລະຊ່ວຍ
ສະໜັບສະໜຸນການຄ້າແບບຍຸດຕິທຳແລະຖືກກັບລະບຽບການຕ່າງໆ. ທ່ານນາງ ຣີນາ
ກ່າວຕື່ມວ່າ “ການເຮັດວຽກຮ່ວມກັນລະຫວ່າງ 2 ຊາດ ລາວ-ອາເມຣິກາ ໄດ້ເພີ່ມ
ຄວາມເຂັ້ມແຂງໃຫ້ແກ່ ສ.ປ.ປ ລາວ ໃນນາມ ຄູ່ຮ່ວມມືກັບ ສະ​ຫະ​ລັດ ສະມາຊິກ
ຂອງອາຊຽນ ແລະສ່ວນໜຶ່ງຂອງສາກົນ.”

ໂຄງການ USAID LUNA II ໄດ້ຮັບການຈັດຕັ້ງປະຕິບັດ ໂດຍບໍລິສັດ ເນຕັນ
ອາໂຊຊິເອສ ເຊິ່ງເປັນບໍລິສັດທີ່ປຶກສາ ທາງດ້ານເສດຖະກິດ ຂອງສະ​ຫະ​ລັດ.
ໂຄງການນີ້ ໄດ້ເລີ່ມປະຕິບັດ ໃນປີ 2014 ແລະຈະຖືກປິດລົງໃນວັນທີ 23 ມີນາ 2019
ແມ່ນໂຄງການສືບຕໍ່ ຈາກຜົນສຳເລັດອັນໂດດເດັ່ນຂອງ ໂຄງການລູນາ ລາວ ທີ່ໄດ້
ຊ່ວຍໃຫ້ ສ.ປ.ປ.ລາວ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ຢ່າງສົມບູນໃນ
ປີ 2013.