ທູດ ສຫລ ປະຈໍາຈີນ ເສັດສີ້ນ ການຢ້ຽມຢາມ ເຂດທິເບດ

ເອກອັກຄະລັດຖະທູດ ສະຫະລັດ ທ່ານ Gary Locke (ຄົນກາງ) ຖືກຫູ້ມໄປດ້ວຍບັນດານັກຂ່າວ ທີ່ ຫໍສະລາປະຊາຊົນ ປະເທດຈີນ

ເອກອັກຄະ​ລັດຖະທູດສະຫະລັດ ປະ​ຈໍາ​ຈີນ ທ່ານ Gary Locke
​ໄດ້​ສີ້​ນສຸດ​ການ​ໄປ​ຢ້ຽມຢາມເຂດທິ​ເບ​ດ​ ເປັນ​ເວລາສາມມື້ ບ່ອນ​
ທີ່​ທ່ານ​ໄດ້​ພົບ​ປະ​ກັບບັນ ດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ​ແລະ​ບັນດາ​ຜູ້​ນໍາ
​ຄູບາຈໍານວນ​ນຶ່ງ ຈາກ​ວັດ​ຕ່າງໆ​ໃນ​ນະ ທີ່​ນະຄອນ Lhasa ​ເມືອງ​
ຫຼວງຂອງ​ເຂດ​ທິ​ເບ​ດ.

ທ່ານ Patrick Ventell ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະ
ລັດ​ໄດ້​ກ່າວ ຕໍ່ບັນດາ​ນັກ​ຂ່າວ ທີ່​ກຸງ​ວໍ​ຊິງ​ຕັນ​ ​ໃນ​ວັນ​ສຸກ​ວານ​ນີ້​ວ່າ
​ເອກ​ອັກຄະ​ລັດຖະທູດ ສະຫະລັດ ​ໄດ້​ຮຽກຮ້ອງ ​ໃຫ້ບັນດາ​ຜູ້​ນໍາ​
ການເມືອງ ຢູ່​ທີ່​ນັ້ນ ຈົ່ງປົກ​ປັກ​ຮັກສາ ພາສາ​ ປະ​ເພນີ ​ແລະ​ສາສະ
ໜາ ຂອງຊາວທິ​ເບ​ດ​ໄວ້ ​ແລະ ​ໄດ້​ສະ​ແດງ​ໃຫ້​ຮູ້ວ່າ ສະຫະລັດ​ມີ​
ຄວາມ​ເປັນ​ຫ່ວງກ່ຽວ​ກັບ​ການ​ເຜົາ​ໂຕ​ເອງ​ຕາຍ. ມີຊາວ​ທິ​ເບ​ດ
ຫລາຍ​ກວ່າ 100 ຄົນ​ແລ້ວ ​ໄດ້​ເຜົາ​ໂຕ​ເອງ​ຕາຍ ​ໃນ​ບໍ່​ເທົ່າໃດ​ປີ​ ທີ່​ຜ່ານ​ມາ​ນີ້ ​ເພື່ອ​ປະ​ທ້ວງຕໍ່​ອັນ​ທີ່​ເຂົາ​ເຈົ້າ​ເຫັນ​ວ່າ ​ເປັນ​ການ​ກົດ​ຂີ່​ຂອງ​ຈີນ​ຕໍ່​ສິດທິ​ຂອງ​ເຂົາ​ເຈົ້າ.

ສະຖານ​ທູດສະຫະລັດ ປະ​ຈໍາ​ກຸງ​ປັກ​ກິ່ງ ກ່າວ​ວ່າ ນີ້​ເປັນ​ເທຶ່ອທໍາ​ອິດ ທີ່ເອກ​ອັກຄະ​ລັດຖະ ທູດສະຫະລັດ ​ໄດ້​ເດີນທາງ​ໄປທິ​ເບ​ດ ນັບ​ຕັ້ງ​ແຕ່ປີ 2010 ​ເປັນ ຕົ້ນມາ.

ທ່ານ Ventrell ກ່າວ​ວ່າ ສະຫະລັດ ຈະສືບ​ຕໍ່​ດໍາ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ຈັດ​ຕັ້ງ​ກົງສຸນ ຢູ່​ທີ່​ນະຄອນ Lhasa.

​ໃນ​ຂະນະ​ດຽວ​ກັນ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດທິ​ເບດ​ເສຣີ ທີ່​ມີ​ສຳນັກງານ​ຢູ່ກຸງ ລອນ​ດອນ ​ໄດ້ໃຫ້ການ​ຢືນຢັນວ່າ​ ລັດຖະບານຈີນໄດ້​ອະ​ນຸຍາດວັດຂອງ​ຊາວ​ທິ​ເບ​ດຈໍານວນ​ນຶ່ງຕິດ
​ຮູບຂອງອົງດາ​ໄລ ລາມະ ຜູ້ນຳ​ທາງ​ດ້ານ​ຈິດ​ໃຈ​ຂອງ ຊາວ​ທິ​ເບ​ດ ທີ່​ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ. ລັດຖະບານຈີນໄດ້​ກ່າວ​ຫາ ອົງ​ດາ​ໄລລາມະ ວ່າ ​ເປັນ​ຜູ້​ຍຸ​ແ​ຍ່​ໃຫ້​ມີ​ການ​ກໍ່​ກະບົດ ຢູ່​ໃນ​ເຂດ​ທິ​ເບ​ດທີ່​ປົກຄອງ​ຕົນ​ເອງ ນັ້ນ.

​ທ່ານ Allistair Currie ໂຄສົກຂອງ​ກຸ່ມ​ທິ​ເບ​ດເສຣີ ​ໄດ້​ໃຫ້ການ​ຢືນຢັນຕໍ່ວີ​ໂອ​ເອ ​ໃນ​ວັນ​ສຸກ​ວານ​ນີ້ວ່າ ຢ່າງ​ໜ້ອຍໃນປັດຈຸບັນ​ນີ້ ມີວັດ​ແຫ່ງນື່ງ​ໄດ້​ຕິດ​ຮູບອົງ​ດາ​ໄລ ລາມະ. ​ແຕ່​ທ່ານ​ກ່າວ​ອີກ​ວ່າ ກົງກັນຂ້າມ​ກັບ​ລາຍ​ງານ​ຫວ່າງ​ມໍ່​ໆ​ມາ​ນີ້ບໍ່​ມີ​ຮ່ອງ​ຮອຍ​ໃດໆ ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ​ລັດຖບານ​ຈີນໄດ້​ຜ່ອນ​ຜັນ​ນະ​ໂຍບາຍ ຕໍ່ຕ້ານ​ອົງ​ດາ​ໄລ ລາມະ ຂອງ​ຕົນ​.