ຜູ້ຕ້ອງສົງໃສ ເປັນຄົນວາງລະເບີດ ຂອງອານກາອິດາ ເປັນນັກສືບ ເຮັດວຽກ ໃຫ້ສອງຝ່າຍ (ວີດີໂອ)

  • ສິງ ບູຣົມມະວົງ

ຜູ້ໂດຍສານ ຍ່າງຜ່ານບ່ອນກວດຄວາມປອດໄພ ທີ່ສະໜາມບິນນາໆຊາດ Portland ລັດ Oregon (30 ເມສາ 2012)

ລາຍ​ງານ​ສື່​ມວນ​ຊົນ​ສະຫະລັດ​ກ່າວ​ວ່າ ຜູ້​ຊາຍ​ທີ່​ຖືກ​ສົ່ງ​ມາ​ຈາກ​ສາຂາ​ນຶ່ງ​ຂອງ​ກຸ່ມ​ອານ​ກາ​ອິດາ​ໃນ​ເຢ​ເມນ ​ເພື່ອ​ທໍາລາຍ​ເຮືອບິນ​ໂດຍ​ສານທີ່​ບິນ​ມຸ້ງ​ໜ້າ​ມາ​ຍັງ​ສະຫະລັດ​ນັ້ນຄວາມ​ຈິງ​ແລ້ວ​ເປັນ​ນັກ​ສືບ​ໃຫ້​ທັງ​ສອງ​ຝ່າຍ​ທີ່​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ເຄືອ​ຂ່າຍ​ຂອງ​ກຸ່ມ​ກໍ່​ການ​ຮ້າຍແລະ​ຊັກຊວນ​ໃຫ້​ພວກ​ກໍ່​ການ​ຮ້າຍ​ໄວ້​ໃຈ​ລາວ ກ່ຽວ​ກັບ​ລູກ​ລະ​ເບີດ​ຊະນິດ​ໃໝ່ທີ່​ໄດ້​ອອກ​ແບບໃຫ້​ເລັດ​ລອດ​ຜ່ານລະ​ບົບຮັກສາ​ຄວາມ​ປອດ​ໄພໃນ​ສະໜາມ​ບິນ​ໄດ້​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ສືບ​ຂ່າວ​ລັບ​ສະຫະລັດ​ແລະ​ຕ່າງປະ​ເທດ​ທີ່​ບໍ່​ບອກຊື່​ໃຫ້​ຮູ້ ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ນັກ​ສືບ​ຄົນ​ນີ້​ໄດ້​ເຮັດ​ວຽກ​ໃຫ້ພະ​ແນ​ກສືບ​ຂ່າວ​ລັບ​ຂອງ Saudi Arabia ​ແລະ​ໃຫ້​ອົງການ​ສືບ​ຂ່າວ​ລັບ CIA ຂອງ​ສະຫະລັດ ຊຶ່ງ​ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້​ກ່າວ​ວ່າ ລາວ​ທໍາທ່າ​ວ່າ​ຈະ​ເປັນ​ຜູ້​ວາງ​ລະ​ເບີດ​ສະລະ​ຊີບ ​ແລະ​ໄດ້​ອາສາ​ສະມັກ​ໃນ​ການ​ປະກອບ​ພາລະກິດ​ທີ່​ພົວພັນ​ກັບ​ວັດຖຸ​ລະ​ເບີດ​ທີ່​ຜູ້ກ່ຽວ​ຊຸກ​ເຊື່ອງໄວ້​ໃນ​ໂສ້ງ​ຊ້ອນ​ໃນ​ຂອງ​ລາວ. ນັກ​ສືບ​ຄົນ​ນີ້ ​ສາມາດ​ມອບ​ວັດຖຸ​ລະເບີດ​ທີ່​ທັນ​ສະໄໝ​ທີ່​ສຸດ​ຂອງ​ລາວ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ສະຫະລັດໄດ້ ຊຶ່ງ​ໃນ​ເວລາ​ນີ້ກໍາລັງ​ພາກັນ​ວິ​ເຄາະ​ເບິ່ງ​ລະ​ເບີດ​ດັ່ງກ່າວ​ໃນ​ຫ້ອງ​ຄົ້ນ​ຄວ້າ​ຂອງ​ອົງການສັນຕິ​ບານກາງ FBI ຂອງ​ສະຫະລັດ ​ທີ່​ຄ້າຍ​ທະຫານ Quantico ​ໃນ​ລັດ Virginia.

ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້​ກ່າວ​ວ່າ ນັກ​ສືບຄົນ​ນີ້ ​ໄດ້​ຮັບ​ຂ່າວ​ຂໍ້​ມູນເຊ່ນ​ກັນ​ທີ່​ພາ​ໃຫ້ການໂຈມ​ຕີທາງ​ອາກາດ​ ປະສົບ​ຜົນ​ສໍາ​ເລັດ​ໃນ​ວັນ​ອາທິດແລ້ວຕໍ່​ນາຍ Fahd Mohammed Ahmed al-Quso ຜູ້​ນໍາ​ເຄືອຂ່າຍ ອານ​ກາ​ອິດາ​ທີ່​ເຢນ​ເມນ​ນັ້ນ. ນາຍ Quso ເປັນ​ບຸກຄົນ​ ທີ່ທາງ​ການ​ຕ້ອງການ​ໂຕ​ມາ​ດໍາ​ເນີນ​ຄະດີ ກ່ຽວກັບ​ບົດ​ບາດຂອງ​ຜູ້ກ່ຽວ​ໃນ​ການວາງ​ລະ​ເບີດ​ໂຈມ​ຕີ​ກໍາ​ປັ່ນ​ລົບ USS Cole ຂອງ​ສະຫະລັດ​ໃນ​ປີ 2000 ທີ່​ຈອດ​ຢູ່​ນອກ​ຝັ່ງ​ທະ​ເລ​ຂອງ​ເຢ​ເມນ ຊຶ່ງ​ໄດ້​ເຮັດພວກ​ທະຫານເຮືອຂອງ​ສະຫະລັດ​ເສຍ​ຊີວິດ​ໄປ 17 ຄົນ.

ຊື່​ຂອງ​ນັກ​ສືບ​ລັບ​ຄົນ​ນີ້ ຍັງ​ບໍ່​ທັນ​ໄດ້​ເປີດ​ເຜີຍ​ໃຫ້​ຊາບ​ເທື່ອ ແຕ່​ບັນດາ​ເຈົ້າ​ໜ້ທີ່​ສະຫະລັດ​ທີ່​ບໍ່​ບອກ​ຊື່​ໃຫ້​ຮູ້ກ່າວ​ວ່າ ນັກ​ສືບ​ຄົນ​ນີ້ ​ໄດ້​ໃຊ້​ເວລາ​ຫຼາຍ​ສັບປະດາ ​ເພື່ອ​ໃຫ້​ໄດ້ຮັບ​ຄວາມ​ໄວ້ວາງ​ໃຈຈາກ​ພວກ​ສະມາຊິກ​ຂອງ​ເຄືອ​ຂ່າຍ​ອານ​ກາ​ອິດາ​ໃນ​ແຫຼມ​ອາຣາ​ເບຍນັ້ນ.

ລາຍ​ງານ​ຂ່າວ​ ສະ​ແດງ​ໃຫ້​ຮູ້​ວ່າ ລັດຖະບານ​ສະຫະລັດ​ໄດ້​ວາງ​ແຜນໄວ້​ກ່ອນ​ແລ້ວ ​ເພື່ອ​ຮັກສາ​ຄວາມ​ລັບ​ກ່ຽວ​ກັບ​ການວາງ​ລະ​ເບີດ​ນີ້ ​ແຕ່​ອົງການ​ຂ່າວ AP ​ໄດ້​ຮູ້ຈັກ​ເລື້ອງ​ວາງ​ລະ​ເບີດ​ໃນ​ສັບປະດາ​ຜ່ານ​ມາ​ນີ້. ອົງການ​ຂ່າວ​ດັ່ງກ່າວ​ໄດ້ຊັກ​ຊ້າ​ການ​ລາຍ​ງານເລື້ອງ​ນີ້​ໃຫ້​ຮູ້ ຕາມ​ຄໍາ​ຂໍ​ຮ້ອງ​ຂອງລັດຖະບານ​ທ່ານ​ໂອ​ບາ​ມາ.

http://www.voanews.com/templates/widgetDisplay.html?id=150702955&player=article