ສຫລ ແລະພັນທະມິດ ຢາກໃຫ້ ສປຊ ເປີດປະຊຸມອີກ ກ່ຽວກັບ ເກົາຫຼີເໜືອ

ນັກສຶກສາມະຫາວິທະຍາໄລເກົາຫຼີໃຕ້ຄົນນຶ່ງ ໃສ່ໜ້າກາກ ເປັນຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຸນ ໃນລະຫວ່າງ ການໂຮມຊຸມນຸມ ຕ້ອນຮັບການເປີດຫ້ອງການ ສະພາສິດທິມະນຸດ ສປຊ ທີ່ເກົາຫລີໃຕ້.

ບັນດາ​ປະ​ເທດ​ມະຫາ​ອຳນາດ​ຕາ​ເວັນ​ຕົກ ​ພວມ​ຮຽກຮ້ອງ​ໃຫ້​ສະ
ພາ​ຄວາມ​ໝັ້ນຄົງອົງການ​ສະຫະ​ປະຊາ​ຊາດ ທຳ​ການ​ປະຊຸມ​ອີກ​
ຮອບ​ນຶ່ງກ່ຽວ​ກັບ​ການລະ​ເມີດ​ສິດທິມະນຸດ​ຢູ່​ໃນ​ເກົາຫຼີ​ເໜືອ​ຊຶ່ງ​ມີ
​ການ​ກ່າວ​ຫາ​ວ່າໄດ້ກໍ່​ໂທດ​ກຳ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໂລກ.

ສະຫະລັດ​ແລະ​ພັນທະ​ມິດ 8 ປະ​ເທດໄດ້​ຮ້ອງ​ຂໍ​ໃຫ້​ເປີດ​ກອ​ງປະ​
ຊຸມ​ດັ່ງກ່າວ ອີງຕາມຖະ​ແຫລງການ ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ຕອນ
​ແລງວັນ​ພະຫັດ​ວານ​ນີ້ໂດຍທ່ານ Hagar Chemali ​ໂຄສົກ​ຂອງ
ຜູ້ຕາງໜ້າ​ສະຫະ​ປະຊາ​ຊາດ ປະ​ຈຳນະຄອນຫຼວງ​ວໍ​ຊິງ​ຕັນ.

ທ່ານ Chemali ກ່າວ​ຕື່ມ​ວ່າ ສະຫະລັດ​ຈະ​ດຳ​ເນີນ​ການ​ຢ່າງ​ວ່ອງ​
ໄວ ​ເພື່ອ​ກຳ ນົດ​ເວລາ​ສຳລັບ​ກອງ​ປະຊຸມ ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ວ່າແມ່ນ​ຊ່ວງ​ເວລາ​ໃດ​ແທ້.

ທ່ານນາງ Samantha Power ເອກອັກຄະລັດຖະທູດ ສຫລ ປະຈຳອົງການ ສປຊ

​ໃນ​ປີ​ກາຍ​ນີ້ ສະພາ​ຄວາມ​ໝັ້ນຄົງ​ໄດ້​ນຳເອົາ​ເລື້ອງສິດ​ທິມະນຸດ​ໃນ​ເກົາຫລີ​ເໜືອ​ເພີ້ມ​ໃສ່​
ຫົວ​ຂໍ້ປະຊຸມ​ຂອງ​ຕົນ​ ພາຍ​ໃຕ້​ການ​ຄັດຄ້ານ​ຂອງ​ຈີນ​ແລະຣັດ​ເຊຍ ​ຊຶ່ງ​ຕ່າງ​ກໍ​ເປັນສະມາ
ຊິກຖາວອນຂອງ​ສະພາ​ຄວາມ​ໝັ້ນຄົງ​.

​ ເກົາຫລີ​ເໜືອ​ປະຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ລະ​ເມີດ​ສິດ​ທິມະນຸດແລະ​ໄດ້​ປະຕິ​ເສດ​ຕໍ່​ການ​ເຄື່ອນ
​ໄຫວ​ ຂອງ​ສະພາ​ຄວາມ​ໝັ້ນຄົງ​ນັ້ນວ່າ ​ເປັນ​ການ​ແຊກ​ແຊງ​ ຂອງ​ຕ່າງປະ​ເທດທີ່​ບໍ່​ເໝາະ
ສົມ.​ ພຽງ​ຢາງ​ ຍັງ​ບໍ່​ມີ​ປະຕິກິລິຍາ​ຕອບ​ໂຕ້​ໃດໆ​ ກ່ຽວກັບ​ການຮຽກຮ້ອງເທື່​ອຫລ້າ​ສຸດ​ໃຫ້​
ເປີດ​ກອງ​ປະຊຸມ​ເທື່ອ.

ຄະນະ​ກຳມາ​ທິການ​ ສືບສວນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ ໄດ້​ລາຍ​ງານ​ໃນ​ປີ​ກາຍ​ນີ້
ກ່ຽວ​ກັບ​ລາຍ​ລະອຽດ​ ຂອງ​ການລະ​ເມີດ​ສິດທິ​ມະນຸດ​ ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ຢູ່​ໃນ​ເກົາຫລີ​ເໜືອ ຮວມທັງ​ສູນ​ພວກ​ນັກ​ໂທດ​ ການ​ທໍລະມານ​ຢ່າງ​ເປັນ​ລະບົບ ຄວາມ​ອຶດຫິວ
ແລະ​ການ​ສັງຫານ​ ສົມ​ທຽບ​ໃສ່​ກັບ​ການ​ກໍ່​ໂທດ​ກຳ​ໃນ​ສະໄໝ​ນາ​ຊີ​ເຢຍຣະມັນ.

ລາຍ​ງານ​ດັ່ງກ່າວ​ນີ້​ ໄດ້​ຊ່ອຍໃຫ້​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ ອົງການ​ສະຫະ​ປະຊາຊາດ​ຮຽກຮ້ອງ​ໃຫ້ສະພາ​ຄວາ​ມໝັ້ນຄົງສະຫະ​ປະຊາ​ຊາດ ​ພິຈາລະນາ​ເພື່ອ​ສົ່ງ​ເລື້ອງການລະ​
ເມີດ​ຂອງພຽງ​ຢາງ ​ໄປ​ໃຫ້​ສານ​ອາຍາ​ສາກົນ​ ດຳ​ເນີນ​ຄະດີ ​ກ່ຽວ​ກັບການ​ກໍ່​ໂທດ​ກຳ​ຕ້ານ​
ມະນຸດຊາດ.