ສະຫະລັດ ແລະພັນທະມິດ ຊອກຫາການຊ່ວຍເຫຼືອ ຈາກຈີນ ໃນການລົງໂທດ ເກົາຫຼີເໜືອ

ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ຕ້ອນຮັບຜູ້ແທນພັກຄອມມິວນີສ ຈາກຈີນ ທ່ານ Liu Yunshan.

​ເວລາ​ບັນດາ​ຜູ້ນຳ​ຂອງສະຫະລັດ ຍີ່ປຸ່ນ ​ແລະ​ເກົາຫລີ​ໃຕ້ ພົບ​
ປະກັນ​ທີ່​ນະຄອນ ຫລວງວໍຊິ​ງຕັນ ​ໃນ​ວັນ​ພະຫັດ​ມື້​ອື່ນນີ້ ​ເພື່ອ
​ຫາ​ທາງ​ແກ້​ໄຂ​ໄພຂົ່ມຂູ່ນິວ​ເຄລຍທີ່ພວມ​ເພີ້ມທະວີ​ຂຶ້ນ​ໃນ​ເກົາ
ຫລີ​ເໜືອ ຊຶ່ງ​ການ​ສົນທະນາ​ສ່ວນໃຫຍ່ແມ່ນຈະ​ກ່ຽວ​ກັບ​ຈີນ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ນາຍົກ
ລັດຖະມົນ​ຕີ​ຍີ່ປຸ່ນ ທ່ານ Shinzo Abe ​ແລະ​ປະທານາທິບໍດີ
ເກົາຫລີ​ໃຕ້​ທ່ານ​ນາງ Park Geun-hye ຈະ​ພົບ​ປະ​ສາມ​ຝ່າຍ
ຢູ່​ນອກ​ກອງ​ປະ​ຊຸມ​ສຸດຍອດວ່າ​ດ້ວຍຄວາມ​ປອດ​ໄພ ດ້ານນິວ
​ເຄລຍ​ ໃນ​ນະຄອນຫລວງວໍ​ຊິງ​ຕັນ.

ການ​ປະຊຸມ​ສາ​ມຝ່າຍ​ດັ່ງກ່າວ ຈະເປັນ​ເທື່ອ​ທຳ​ອິດ ທີ່​ບັນດາ​ຜູ້ນຳ​ເຫລົ່າ​ນີ້​ໄດ້ພົບ​ປະກັນ
ນັບ​ແຕ່​ສະຫະ​ປະຊາ​ຊາດ ​ໄດ້​ທຳການ​ລົງ​ໂທດຢ່າງໜັກ​ຄັ້ງ​ໃໝ່​ຕໍ່​ເກົາຫລີ​ເໜືອ ​ຍ້ອນ​ທົດ​
ລອງ​ນິວ​ເຄລຍຄັ້ງ​ທີ​ສີ່​ໃນ​ເດືອນ​ມັງກອນ​ທີ່​ຜ່ານ​ມາ.

ວໍ​ຊິງ​ຕັນ ​ແລະ​ບັນດາ​ພັນທະ​ມິດ​ເອ​ເຊຍມີ​ຄວາມໝາ​ຍໝັ້ນ​ຢ່າງ​ແຮງທີ່​ຈະທຳ​ການ ​ລົງ​ໂທດ
​ຢ່າງໜັກ ​ເພື່ອ​ກົດ​ດັນ​ເກົາ​ໃຫ້ຫລີ​ເໜືອ ​ຢຸດ​ເຊົາ​ໂຄງການ​ສ້າງ​ອາວຸດ​ນິວ​ເຄລຍ ​ແຕ່​ວ່າ​ຍັງ
​ມີຄຳ​ຖາມກ່ຽວ​ກັບ​ລະ​ດັບໃນ​ຄວາມ​ໝັ້ນ​ໝາຍຂອງ​ປັກ​ກິ່ງ.

ປະທານາທິບໍດີ ເກົາຫລີໃຕ້ ທ່ານາງ Park Geun-hye ຕອບຄຳຖາມນັກຂ່າວ.

ຮອງ​ລັດຖະມົນ​ຕີຕ່າງ​ປະ​ເທດ​ສະຫະລັດ ທ່ານ Anthony Blinken ກ່າວ​ໃນ​ວັນ​ອັງຄານ
​ວານ​ນີ້ວ່າ “ມີ​ຄວາມ​ສຳພັນ​ດ້ານ​ເສດຖະກິດເປັນ​ພິ​ເສດ ລະຫວ່າງ ຈີນແລະ​ເກົາຫລີ​ເໜືອ.
ມະ​ຕິຂອງສະພາ​ຄວາມ​ໝັ້ນຄົງໄດ້​ນຳ​ເອົາດ້ານດັ່ງກ່າວ​ແລະມີ​ຈຸດ​ສູນ​ກາງ​ຢູ່​ໂຕະກອງ
​ປະ​ຊຸມ ແລະ​ພວກ​ເຮົາ​ຫວັງ​ວ່າ ການ​ຮ່ວ​ມມື​ກັບຈີນ ກ່ຽວ​ກັບ​ເກົາຫລີ​ເໜືອ​ຈະ​ດຳ​ເນີນ​ຕໍ່​ໄປ.”

ສະຫະລັດ ​ໄດ້ດຳ​ເນີນ​ງານ​ຢ່າງ​ໃກ້ຊິດ​ກັບ​ຈີນ ​ເພື່ອ​ພັດທະນາ​ການ​ລົງ​ໂທດຄັ້ງ​ໃໝ່​ຂອງ​
ສະຫະ​ປະຊາ​ຊາດ ທີ່​ບັງຄັບ​ໃຫ້​ມີ​ການ​ກວດກາສິນ​ຄ້າ​ທັງ​ໝົດ​ຂອງ​ເກົາ ຫລີ​ເໜືອ ​ແລະ
​ຫ້າມສົ່ງ​ອອກ ການ​ຄ້າຂາຍ​ສ່ວນ​ໃຫຍ່​ຂອງ​ແຮ່​ທາດ​ປະ​ເທດດັ່ງ ກ່າວ ທີ່​ໄດ້​ຖືກ​ນຳ​ໃຊ້
ເພື່ອ​ເປັນ​ທຶນ​ສະໜັບສະ​ໜຸນ​ໂຄງການພັດທະນາ​ນິວ​ເຄລຍ ຂອງ​ເກົາຫຼີ​ເໜືອ​ນັ້ນ.

ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ກຳລັງກວດແຖວທະຫານ.