ບັນດາປະເທດພັນທະມິດຂອງສະຫະລັດກ່າວວ່າ ພວກເຂົາເຈົ້າບໍ່ມີທາງເລືອກ ແຕ່ປະຕິບັດຕາມກຳໜົດເວລາຂອງສະຫະລັດ ແລະການຖອນກໍາລັງຖະຫານຂອງເຂົາເຈົ້າອອກຈາກອັຟການິສຖານພາຍໃນວັນທີ 31 ສິງຫາ ທັງໆທີ່ມີຄວາມກັງວົນວ່າ ທຸກໆຄົນຈະບໍ່ໄດ້ຖືກຍົກຍ້າຍ ອອກທັນເວລາ. ສະຫະຣາດຊະອານາຈັກອັງກິດ ໄດ້ຮຽກຮ້ອງໃຫ້ເປີດປະຊຸມສຸກເສີນສຸດຍອດ ບັນດາຜູ້ນໍາຂອງກຸ່ມ G-7 ໃນວັນອັງຄານແລ້ວນີ້ ເພື່ອຫາລື ກ່ຽວກັບວິກິດການໃນປັດຈຸບັນ. ເຮັນຣີ ຣິດຈ໌ແວລ (Henry Ridgwell) ມີລາຍງານ ຈາກນະຄອນລອນດອນ ເຊິ່ງທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານ ບັນດາຜູ້ນໍາ G-7 ບໍ່ສາມາດຂໍເລື່ອນເວລາທີ່ກໍາໜົດຂອງສະຫະລັດໄດ້
ຫລາຍໆປະເທດພັນທະມິດຂອງສະຫະລັດກໍາລັງຍົກຍ້າຍພົນລະເມືອງຂອງຕົນອອກຈາກສະໜາມບິນກາບູລ ເຊິ່ງລວມເຖິງຊາວອັຟການິສຖານ ຜູ້ທີ່ເຮັດວຽກຄຽງບ່າຄຽງໄຫລ່ກັບພວກຕົນ ແລະຜູ້ທີ່ຕອນນີ້ ກໍາລັງມີຄວາມໝົດຫວັງ ແລະຕ້ອງການທີ່ຈະຫລົບໜີທີ່ສຸດ.
ບັນດາຜູ້ນໍາຂອງກຸ່ມ G-7 ຫລາຍຄົນ ໄດ້ຂໍຮ້ອງໃຫ້ປະທານາທິບໍດີສະຫະລັດທ່ານໂຈ ໄບເດັນ ຕໍ່ກໍາໜົດເວລາໃນວັນທີ 31 ສິງຫາ ສໍາລັບການຖອນກໍາລັງທະຫານສະຫະລັດ. ແຕ່ໃນການກ່າວຄຳປາໄສທາງໂທລະພາບ ຫລັງຈາກການປະຊຸມສຸດຍອດຜ່ານທາງອອນລາຍແລ້ວນັ້ນ, ທ່ານປະທານາທິບໍດີສະຫະລັດໄດ້ເນັ້ນຢໍ້າຢ່າງແຈ່ມແຈ້ງວ່າ ສະຫະລັດຍັງຄົງຢືນຢັນຕາມກໍາໜົດເວລາເດີມ. ໂດຍ ທ່ານ ໄບເດັນ ກ່າວວ່າ: “ຍິ່ງພວກເຮົາເຮັດໜ້າທີ່ແລ້ວໄວເທົ່າໃດ ກໍ່ຍິ່ງເປັນການດີເທົ່ານັ້ນ. ການປະຕິບັດງານໃນແຕ່ລະວັນ ແມ່ນໄດ້ນໍາເອົາຄວາມສ່ຽງຕ່າງໆມາສູ່ທະຫານຂອງພວກເຮົາ.”
ອຳນາດໃນການຄຸ້ມຄອງທາງທະຫານຂອງກໍາລັງສະຫະລັດ ແມ່ນມີຄວາມຈໍາເປັນໃນການດໍາເນີນງານການຍົກຍ້າຍ, ອີງຕາມນັກວິເຄາະ ແອນດຣິວ ເບລ (Andrew Bell) ຜູ້ເຊິ່ງເຄີຍປະຈໍາການ ກັບກອງທັບສະຫະລັດໃນອັຟການິສຖານ.
ທ່ານແອນດຣິວ ເບລ ສາດສະດາຈານດ້ານການສຶກສາລະຫວ່າງປະເທດ ທີ່ມະຫາວິທະອິນດຽນນາກ່າວວ່າ:
“ພວກເຂົາເຈົ້າໃຫ້ຄວາມສໍາຄັນ ດ້ານປະສິດທິພາບຂອງຄວາມໝັ້ນຄົງທີ່ໜັກ
ແໜ້ນໃນອົງປະກອບອັນນ້ອຍໆທີ່ສາມາດສະໜອງໂດຍພັນທະມິດບາງສ່ວນຂອງອົງການສົນທິສັນຍາແອັດແລນຕິກເໜືອຫລື NATO, ແຕ່ກໍາລັງພື້ນຖານ ທີ່ສໍາຄັນ ແມ່ນກອງທັບສະຫະລັດ ແລະສໍາລັບພາລະກິດທີ່ຈະດໍາເນີນຕໍ່ໄປແທ້ໆນັ້ນ ຕ້ອງໄວ້ວາງໃຈໃນຄວາມສາມາດທີ່ນໍາໂດຍກອງທັບສະຫະລັດ.”
ພວກກຸ່ມຕາລິບານຍັງໄດ້ກ່າວດ້ວຍວ່າ ພວກເຂົາຈະບໍ່ອະນຸຍາດໃຫ້ຕໍ່ເວລາຕາມທີ່ກໍາໜົດໄວ້ໃນວັນທີ 31 ສິງຫາອອກໄປອີກ. ດັ່ງທີ່ບັນດາປະເທດພັນທະມິດຂອງສະຫະລັດກ່າວ, ພວກເຂົາເຈົ້າບໍ່ມີທາງເລືອກນອກຈາກຕ້ອງປະຕິບັດຕາມກໍາໜົດເວລາດັ່ງກ່າວ.
ທ່ານບໍຣິສ ຈອນສັນ (Boris Johnson) ນາຍົກລັດຖະມົນຕີຂອງປະເທດອັງ ກິດກ່າວວ່າ:
“ພວກເຮົາຈະດໍາເນີນຕໍ່ໄປ ຈົນເຖິງເວລາສຸດທ້າຍ ທີ່ພວກເຮົາສາມາດເຮັດໄດ້. ແຕ່ ດັ່ງທີ່ພວກທ່ານກໍ່ໄດ້ຍິນທີ່ປະທານາທິບໍດີສະຫະລັດໄດ້ເວົ້າໄປແລ້ວ, ພວກທ່ານກໍ່ໄດ້ຍິນວ່າ ກຸ່ມຕາລິບານໄດ້ວ່າແນວໃດ.”
ທ່ານຈອນສັນ ກ່າວວ່າ ບັນດາຜູ້ນໍາກຸ່ມ G-7 ໄດ້ຕົກລົງເອົາແນວທາງຮ່ວມກັນໃນອະນາຄົດອັນໃກ້ນີ້. ໂດຍທ່ານໄດ້ກ່າວວ່າ:
“ຫົນທາງທີ່ເຮົາຈະດໍາເນີນງານໃນການພົວພັນກັບກຸ່ມຕາລິບານ, ເຊິ່ງພວກເຂົາອາດຈະເປັນລັດຖະບານຕາລິບານ ຢູ່ໃນນະຄອນຫລວງກາບູລ.”
ຫລາຍປະເທດໃນກຸ່ມ G-7 ໃຫ້ຄໍາໝັ້ນສັນຍາວ່າ ຈະໃຫ້ຄວາມຊ່ວຍເຫລືອທາງການເງິນ, ເຊິ່ງສະຫະພາບຢູໂຣບໄດ້ຈັດສັນງົບປະມານ 1 ພັນ 200 ລ້ານໂດລາສໍາລັບປະເທດອັຟການິສຖານ.
ທ່ານນາງເອີຊູລາ ວອນ ເດີ ເລເຢນ (Ursula von der Leyen) ປະທານຄະນະກໍາມາທິການແຫ່ງສະຫະພາບຢູໂຣບ ຫລື EU (European Union) ກ່າວວ່າ:
“ມັນຈະຍັງບໍ່ໃຫ້ມີການໃຊ້ຈ່າຍໄດ້ເທື່ອ ຈົນກວ່າວ່າພວກເຮົາຈະມີຫລັກຄໍ້າປະ ກັນທີ່ໝັ້ນຄົງ ແລະການດໍາເນີນງານທີ່ໜ້າເຊື່ອຖືບົນພື້ນຖານທີ່ເງື່ອນໄຂຕ່າງໆນັ້ນໄດ້ບັນລຸຜົນ. ”
ສະຫະພາບຢູໂຣບມີຄວາມກັງວົນເຖິງຜົນກະທົບໄລຍະຍາວໃນການຖອນໂຕຂອງປະເທດຕາເວັນຕົກ.
ທ່ານຊາຣ໌ລສ ໄມໂຄລ (Charles Michel) ປະທານສະພາຢູໂຣບ ກ່າວວ່າ:
“ພວກເຮົາຈະບໍ່ອະນຸຍາດໃຫ້ມີການສ້າງຕະຫລາດໃໝ່ ສໍາລັບພວກຄ້າຂອງເຖື່ອນ ແລະພວກຄ້າມະນຸດ. ແລະພວກເຮົາຕ້ອງເດັດດ່ຽວ ທີ່ຈະຮັກສາການຫລັ່ງໄຫລຂອງການຍົກຍ້າຍຖິ່ນຖານ ໃຫ້ຢູ່ພາຍໃຕ້ການຄວບຄຸມ ແລະຊາຍແດນຂອງ EU ໄດ້ຮັບການປົກປ້ອງຄຸ້ມຄອງ.”
ນັກວິເຄາະເບລ ກ່າວວ່າ ບັນດາປະເທດໃນກຸ່ມ G-7 ແລະອົງການ NATO ໄດ້ຮັບການທົດສອບ ໂດຍການຖອນກໍາລັງອອກຢ່າງໄວວາຂອງສະຫະລັດໂດຍທ່ານກ່າວຕື່ມ ວ່າ:
“ຄວາມແນ່ນອນໃນໄລຍະສັ້ນ ຄືສິ່ງນີ້ຈະຍັງຄົງເພີ້ມຄວາມຂັດແຍ້ງຢູ່ຕໍ່ໄປ. ມັນຈຳເປັນທີ່ ຈະສ້າງຂົວໃໝ່ຂຶ້ນມາໃນທີ່ສຸດ ພາຍຫລັງຍຸກສະໄໝຂອງທ່ານທຣໍາ. ແຕ່ຂ້າພະເຈົ້າຄິດວ່າ ໃນໄລຍະຍາວ ສິ່ງນີ້ຈະບໍ່ສົ່ງຜົນເສຍຫາຍຫຍັງຫລາຍຕໍ່ຄວາມສໍາພັນຂອງພວກເຮົາ (ສະຫະລັດ) ກັບບັນດາພັນທະມິດຂອງເຮົາ.”
ສໍາລັບປັດຈຸບັນນີ້, ສະຫະລັດ ແລະບັນດາພັນທະມິດແມ່ນຍັງສຸມໃສ່ເປົ້າໝາຍການຍົກຍ້າຍທີ່ຍາກ ແລະອັນຕະລາຍນັ້ນເປັນສໍາຄັນ ທ່າມກາງຄວາມສັບສົນວຸ້ນວາຍຢູ່ທີ່ສະໜາມບິນກາບູລ.