ສະຫະລັດ ແລະບັນດາພັນທະມິດ ພາກັນຄາດໝາຍວ່າ ຈະມີການບຸກໂຈມຕີເພີ້ມຂຶ້ນ ຄື ດັ່ງທີ່ພວກນັກລົບລັດອິສລາມໄດ້ກະທຳໃນວັນອັງຄານວານນີ້ ຢູ່ທີ່ພາກເໜືອອີຣັກ ໂດຍ ບຸກຜ່ານແນວປ້ອງກັນ ຂອງກຳລັງ Peshmerga ຂອງຊາວເຄີດ ເປັນເວລາສັ້ນໆ ແລະ ເປັນຜົນເຮັດໃຫ້ກຳລັງພິເສດ Navy Seal ຂອງສະຫະລັດຄົນນຶ່ງເສຍຊີວິດ.
ບັນດາເຈົ້າໜ້າທີ່ສະຫະລັດໄດ້ກ່າວຢືນຢັນຢ່າງແຂງຂັນວ່າ ກຸ່ມລັດອິສລາມຫລື IS ກຳລັງຕົກຢູ່ໃນອັນຕະລາຍ ແລະມີຄວາມອ່ອນແອສຸດ ນັບແຕ່ພວກນັກລົບຂອງກຸ່ມດັ່ງກ່າວໄດ້ ບຸກເຂົ້າໄປໃນອີຣັກເມື່ອເດືອນມິຖຸນາປີ 2014. ແຕ່ວ່າການມອງໄປໃນແງ່ດີດັ່ງກ່າວ ໄດ້ມີ ຂຶ້ນພ້ອມໆກັນກັບຄວາມລະມັດລະວັງ ຊຶ່ງພວກເຈົ້າໜ້າທີ່ປ້ອງກັນປະເທດ ແລະເຈົ້າໜ້າ ທີ່ສືບລັບໄດ້ເຕືອນຊໍ້າແລ້ວຊໍ້າອີກກ່ຽວ ກັບຂອງກຸ່ມກໍ່ການຮ້າຍນີ້.
ເຈົ້າໜ້າທີ່ສືບລັບສະຫະລັດຄົນນຶ່ງ ກ່າວຕໍ່ວີໂອເອ ໂດຍບໍ່ປະສົງບອກຊື່ ຊຶ່ງຜູ້ກ່ຽວໄດ້ອະ ທິບາຍເຖິງການປະຕິບັດງານໃນຄວາມວ່ອງໄວຂອງກຸ່ມ IS ນັ້ນວ່າ “ກວດລ້າງ” ທີ່ຈະບໍ່ ຊັກຊ້າລົງໃນອະນາຄົດ.
ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມ ໂດຍເອີ້ນຊື່ຫຍໍ້ຂອງກຸ່ມກໍ່ການຮ້າຍນີ້ວ່າ “ໃນຂະນະທີ່ກຸ່ມດັ່ງ ກ່າວປະເຊີນໜ້າກັບການສຸູນເສຍດິນແດນນັ້ນ ກຸ່ມ ISIL ບໍ່ສາມາດຕອບໂຕ້ຕໍ່ການເສຍ ໄຊທາງຍຸດທະສາດດ້ວຍການໂຈມຕີໂຕ້ຄືນຢ່າງມີປະສິດທິພາບ.”
Your browser doesn’t support HTML5
ເຈົ້າໜ້າທີ່ທ່ານນີ້ຍັງກ່າວວ່າ ການໂຈມຕີເພີ້ມຂຶ້ນ ທີ່ແນເປົ້າໝາຍໂດຍສະເພາະໃສ່ພົນ ລະເຮືອນຄືດັ່ງຜູ້ສະແຫວງບຸນຊາວ Shia ຢູ່ໃນນຄອນຫລວງ Bagdad ຂອງອີຣັກ “ສະ ແດງໃຫ້ຮູ້ເຖິງຄວາມສິ້ນຫວັງຂອງກຸ່ມ ISIL.”
ການໂຈມຕີໃນວັນອັງຄານວານນີ້ ໄດ້ເນັ້ນໃສ່ທີ່ໝັ້ນໃນເຂດແນວໜ້າຂອງຊາວເຄີດໂດຍ ແນເປົ້າໝາຍໃສ່ ກຳລັງທີ່ໄດ້ຮັບການຍົກຍ້ອງວ່າ ປະສົບຜົນສຳເລັດທີ່ສຸດ ໃນການສູ້ລົບ ກັບກຸ່ມ IS.