ທະຫານ ສະຫະລັດ ມີເຫດຜົນ ແນ່ນອນວ່າ ການໂຈມຕີ ທາງອາກາດ ໄດ້ສັງຫານ ທ້າວ "Jihadi John"

ທ້າວ Mohammed Emwazi ແກວ່ງມີດ ຢູ່ຮູບທີ່ເຫັນຢູ່ນີ້ ໃນປີ 2014.

ກອງທັບ​ສະຫະລັດ ກ່າ​ວວ່າ ມີ “​ເຫດຜົນ​ແນ່ນອນ​ວ່າ” ຕົນ​ໄດ້​
ສັງຫານ Jihadi John” ສັນຊາດ​ອັງກິດ ຫົວ​ຮຸນ​ແຮງ​ລັດ​ອິສ
ລາມ ທີ່​ຮູ້​ກັນ​ດີ ຜູ້​ທີ່​ໄດ້​ປາກົດ​ໂຕ​ຢູ່ ວີ​ດີ​ໂອ ສ​ະແດງ​ການ​ປະ
ຫານ​ຊີວິດ​ ​ໂຕ​ປະກັນຊາວ​ຕາ​ເວັນ​ຕົກ ຈາກການ​ໂຈມ​ຕີ​ທາງ
​ອາກາດ​ໃນ​ຊີ​ເຣຍ.

ພັນ​ເອກ Steve Warren ໂຄສົກ​ກຳລັງ​ປະສົມສະຫະລັດ ທີ່
​ນຳພາ​ການ​ສູ້​ລົບ​ກັບ ກຸ່ມລັດ​ອີສລາມ ກ່າວ​ວ່າ ບັນດາ​ເຈົ້າໜ້າ
ທີ່​ເຊື່ອ​ວ່າ ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ໄດ້ໂຈມ​ຕີແນ​ເປົ້າ​ໝາຍ​ໃສ່​ລົດ​
ຄັນ​ໜຶ່ງ​ ໃນ​ຕອນ​ແລງ​ຂອງ​ວັນ​ພະຫັດ​ທີ່​ຜ່ານ​ມາ ​ແລະ “ຄົນ​ທີ່
ຢູ່​ໃນ​ລົດ​ຄັນ​ນັ້ນ” ​ໄດ້​ຖືກ​ສັງຫານ.

ພັນ​ເອກ Warren ກ່າ​ວວ່າ ການ​ຢັ້ງຢືນເທຶ່ອສຸດ​ທ້າຍຍັງ​ເປັນ​ທີ່​ຕ້ອງການ ​ເພື່ອ​ພິຈາລະນາ
​ຖ້າ​ຫາກ “Jihadi John” ​ໄດ້​ຖືກ​ສັງຫານ. ທ່ານ​ກ່າວ​ວ່າ ອີກ​ຄົນ​ໜຶ່ງ​ໄດ້​ເສຍ​ຊີວິດ ທີ່ອາດ
​ເປັນ​ຄົນ​ຂັບ​ລົດ ຫລືຜູ້​ໃດ​ຜູ້​ໜຶ່ງ​ທີ່​ເປັນ​ຄົນ​ອາ​ລັກຂາ “Jihadi John​.” ທ່ານ​ກ່າວ​ວ່າ ບໍ່​ມີ​ຜູ້
​ກໍ່​ການ​ຮ້່າຍ ​ສຳຄັນໃນລະດັບ​ສູງ ທີ່​ເປັນ​ເປົ້າ​ໝາຍໄດ້​ເສຍ​ຊີວິດ​ຈາກ​ການ​ໂຈມ​ຕີຄັ້ງນີ້.

“Jihadi John” ​ໄດ້​ຖືກ​ສັນນິຖານ​ໂດຍ ບັດ​ດາ​ອົງການ​ສືບລັບ​ຕາ​ເວັນ​ຕົກວ່າແມ່ນ ທ້າວ
Mohamed Emwazi ທີ່​ໄດ້​ເປັນເປົ້າ​ໝາຍ​ໃນ​ຂະນະ​ທີ່​ຂີ່​ລົດ ຢູ່​ໃນ ນະຄອນຫລວງ​ຂອງ
ລັດອິສລາມ Raqqa ທີ່​ແຕ່ງ​ຕັ້ງ​ຂື້ນຢູ່​ໃນ ຊີເຣຍ. ບັນດ​າ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ສະຫະລັດ
ອະທິບາຍ​ການ​ໂຈມ​ຕີ​ວ່າ ​ເປັນ​ການໂຈມ​ຕີ​ທີ່​ແນ່ນອນໃສ່​ລົດ​ຄັນ​ດັ່ງກ່າວ.

Your browser doesn’t support HTML5

US `Reasonably Certain' Its Airstrike Killed 'Jihadi John' in Syria

ທ້າວ Emwazi ​ເກີດ​ຢູ່ Kuwait ຜູ້​ທີ່​ມີ​ສັນຊາດ​ອັງກິດ ​ໄດ້​ເປັນ​ເປົ້າ​ໝາຍ​ສູງ​ສຸດ​ຂອງ ບັນ
ດາອົງການສືບ​ລັບ​ຕາ​ເວັນ​ຕົກ ນັບ​ແຕ່​ລາ​ວ​ໄດ້​ປາກົດ​ໂຕ​ຢູ່​ໃນ ວີ​ດີໂອ ສະ​ແດງ​ການ​ຕັດ
​ຫົວ ​ແລະ​ສັງຫານ​ບັນດາໂຕ​ປະກັນ.

ພັນ ​ກ​ເອກ Warren ກ່າວ​ວ່າ ທ້​າວ Emwazi ​ໄດ້​ພົວພັນ​ກັບ “ຄວາມ​ປ່າ​ເຖື່ອນ” ຕ້ານ
ຊາວອາ​ເມ​ຣິກັນ. ພັນ​ເອກ Warren ກ່າວ​ຕໍ່​ໄປ​ອີກ​ວ່າ ສັງຫານ​ຜູ້​ກໍ່​ການ​ຮ້າ​ຍ​ເປັນ​ທີ່
​ສຳຄັນ ​ເພາະວ່າ ລາວ​ໄດ້​ເ​ປັນ “ຜູ້ທີ່​ມີ​ຊື່​ສຽງ​ຂອງ IS ຄື​ດັ່ງ​ວ່າມີ​ຄວາມ​ຮູ້ສຶກເປັນຕາງໜ້າ
ການຈັດ​ຕັ້ງ.” ທ່ານ​ກ່າວ​ວ່າ ການ​ເສຍ​ຊີວິດ​ຂອງ ທ້າວ Emwazi ຈະ​ເປັນ “ຄວາມ​ເສ​ຍ
ຫາຍ​ອັນ​ໃຫຍ່ຫລວງ” ​ແກ່​ກຽດຕິຍົດ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ສຸດ.

ພັນ​ເອກ Warren ກ່າວ​ວ່າ “ລາວ​ໄດ້​ເປັນ​ເຄຶ່ອງມື​ທີ່​ສຳຄັນ​ຂອງ​ການຈັດ​ຕັ້ງເພື່ອລະ​ດົມ
ພົນ” “ລາວ​ແມ່ນ​ມະນຸດ​ສັດ ​ແລະ​ການ​ສັງຫານ​ລາວ ອາດ​ເຮັດ​ໃຫ້​ໂລກເປັນ​ບ່ອນ​ທີ່​ດີ
​ຂື້ນໜ້ອຍ​ໜຶ່​ງ.

“Jihadi John” ​ໄດ້​ຖືກ​ສັນນິຖານ​ໂດຍ ບັດ​ດາ​ອົງການ​ສືບລັບ​ຕາ​ເວັນ​ຕົກວ່າແມ່ນ ທ້າວ
Mohamed Emwazi ທີ່​ໄດ້​ເປັນເປົ້າ​ໝາຍ​ໃນ​ຂະນະ​ທີ່​ຂີ່​ລົດ ຢູ່​ໃນ ນະຄອນຫລວງ​ຂອງ
ລັດອິສລາມ Raqqa ທີ່​ແຕ່ງ​ຕັ້ງ​ຂື້ນຢູ່​ໃນ ຊີເຣຍ. ບັນດ​າ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ສະຫະລັດ
ອະທິບາຍ​ການ​ໂຈມ​ຕີ​ວ່າ ​ເປັນ​ການໂຈມ​ຕີ​ທີ່​ແນ່ນອນໃສ່​ລົດ​ຄັນ​ດັ່ງກ່າວ.

ທ້າວ Emwazi ​ເກີດ​ຢູ່ Kuwait ຜູ້​ທີ່​ມີ​ສັນຊາດ​ອັງກິດ ​ໄດ້​ເປັນ​ເປົ້າ​ໝາຍ​ສູງ​ສຸດ​ຂອງ ບັນ
ດາອົງການສືບ​ລັບ​ຕາ​ເວັນ​ຕົກ ນັບ​ແຕ່​ລາ​ວ​ໄດ້​ປາກົດ​ໂຕ​ຢູ່​ໃນ ວີ​ດີໂອ ສະ​ແດງ​ການ​ຕັດ
​ຫົວ ​ແລະ​ສັງຫານ​ບັນດາໂຕ​ປະກັນ.

ຜູ້ຊາຍນຸ່ງສຸດດຳ ໃສ່ໜ້າກາກ ທີ່ໜັງສືພິມ Washington Post ບອກວ່າແມ່ນທ້າວ Mohammed Emwazi ສັນຊາດອັງກິດ ທີ່ເກີດຢູ່ Kuwait,

ພັນ ​ກ​ເອກ Warren ກ່າວ​ວ່າ ທ້​າວ Emwazi ​ໄດ້​ພົວພັນ​ກັບ “ຄວາມ​ປ່າ​ເຖື່ອນ” ຕ້ານ​ຊາວອາ​ເມ​ຣິກັນ. ພັນ​ເອກ Warren ກ່າວ​ຕໍ່​ໄປ​ອີກ​ວ່າ ສັງຫານ​ຜູ້​ກໍ່​ການ​ຮ້າ​ຍ​ເປັນ​ທີ່​ສຳຄັນ ​ເພາະວ່າ ລາວ​ໄດ້​ເ​ປັນ “ຜູ້ທີ່​ມີ​ຊື່​ສຽງ​ຂອງ IS ຄື​ດັ່ງ​ວ່າມີ​ຄວາມ​ຮູ້ສຶກເປັນຕາງໜ້າການຈັດ​ຕັ້ງ.” ທ່ານ​ກ່າວ​ວ່າ ການ​ເສຍ​ຊີວິດ​ຂອງ ທ້າວ Emwazi ຈະ​ເປັນ “ຄວາມ​ເສ​ຍ
ຫາຍ​ອັນ​ໃຫຍ່ຫລວງ” ​ແກ່​ກຽດຕິຍົດ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ສຸດ.

ພັນ​ເອກ Warren ກ່າວ​ວ່າ “ລາວ​ໄດ້​ເປັນ​ເຄຶ່ອງມື​ທີ່​ສຳຄັນ​ຂອງ​ການຈັດ​ຕັ້ງເພື່ອລະ​ດົມ
ພົນ” “ລາວ​ແມ່ນ​ມະນຸດ​ສັດ ​ແລະ​ການ​ສັງຫານ​ລາວ ອາດ​ເຮັດ​ໃຫ້​ໂລກເປັນ​ບ່ອນ​ທີ່​ດີ
​ຂື້ນໜ້ອຍ​ໜຶ່​ງ.

Your browser doesn’t support HTML5

US Jihadgi John