​ການ​​ໂຈມ​ຕີ ທາງ​ອາກາດ ສຫລ ໃນເຢເມນ ສັງຫານ ອະດີດ​ນັກ​ໂທດ ​ຈາກຄຸກ ​ກວນຕານາໂມ

ນັກຊ່ຽວຊານ ດ້ານສັນນະສູດສົບ ກວດກາເບິ່ງ ຊາກເຮືອນຫຼັງນຶ່ງ ທີ່ຖືກທຳລາຍ ໂດຍການໂຈມຕີ ທາງອາກາດ ຂອງຊາອຸດີ ໃນເຂດຊານເມືອງ ນະຄອນ Sanaa ປະເທດ ເຢເມນ, 16 ກຸມພາ, 2017.

ອະດີດ​ນັກ​ໂທດ​ທີ່​ຖືກ​ກັກ​ຂັງ​ຢູ່ອ່າວ Guantanamo ​ແມ່ນ​ນຶ່ງ​ໃນ​ສະມາຊິກ​ຂອງກຸ່ມປະ ຕິບັດ​ງານຂອງ​ກຸ່ມ​ກໍ່​ການ​ຮ້​າຍ al-Qaida ທີ່ຖືກ​ສັງຫານ ​ໃນ​ການ​ໂຈມ​ຕີທາງ​ອາກາດ​ຂອງສະຫະລັດ​ເມື່ອ​ໄວໆ​ມານີ້ທີ່​ແນ​ເປົ້າ​ໝາຍ​ໃສ່ກຸ່ມ​ກໍ່​ການ​ຮ້າຍດັ່ງກ່າວໃນ​ເຢ​ເມນ ​ນັ້ນ​ແມ່ນຄຳ​ເວົ້າ​ຂອງ​ໂຄສົກ​ທຳນຽບຫ້າ​ແຈ ທີ່​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້.

ທ້າວ Yasir al-Silmi ​ທີ່​ໄດ້​ຖືກ​ຄຸມຂັງ ​ຢູ່​ຄຸກ​ສະຫະລັດ ​ທີ່​ອ່າວ Guantanamo ປະ​ເທດ Cuba ​ແຕ່​ປີ 2002 ຫາ 2009 ​ໄດ້​ຖືກຂ້າ​ຕາຍ ໃນ​ການ​ໂຈມ​ຕີທາງ​ອາ ກາດ​ ​ເມື່ອ​ວັນ​ທີ 2 ມີນາ​ຜ່ານ​ມາ​ນີ້ ອິງ​ຕາມໂຄສົກ​ຂອງ​ທຳນຽບຫ້າ​ແຈ ກັບຕັນ Jeff David.

ກອງ​ກຳລັງ​ສະຫະລັດ ​ໄດ້ທຳ​ການໂຈມ​ຕີທາງ​ອາກາດຫຼາຍ​ກວ່າ 40 ຄັ້ງ ​ໃນ​ເຢ​ເມນ ​ໃນ​ຮອບ 5 ມື້ ຜ່ານມາ​ນີ້ ​ໂດຍ​ແນ​ເປົ້າ​ໝາຍ​ໃສ່​ສະມາຊິກກຸ່ມ​ກໍ່​ການ​ຮ້​າຍ al-Qaida ​ໃນ​ແຫຼມ​ອາຣັບ ຫຼື AQAP.

A U.S. Air Force crew chief signals the pilot of an F-16 Flying Falcon as it taxis for a mission at Bagram air field in Afghanistan Aug. 11, 2016.

ການໂຈມ​ຕີຮອບຫຼ້າ​ສຸດ ທີ່​ແຂວງ Abyan ​ຂອງ​ເຢ​ເມນ ​ເມື່ອ​ວັນ​ອາທິດແລ້ວນີ້ ທີ່​ແນ​ເປົ້າ​ໝາຍ​ໃສ່ໜ່ວຍ​ປະຕິບັດງານ​ 7 ຄົນ ຂອງ​ກຸ່ມ AQAP ອີງ​ຕາມ​ຄຳ​ເວົ້າຂອງ​ທ່ານ Jeff David.

ທ່ານ​ຍັງໄດ້​ກ່າວ​ວ່າ ການ​ໂຈມ​ຕີທາງ​ອາກາດ​ຄັ້ງ​ຫຼ້າ​ສຸດ ​ແມ່ນ​ມີ​ຈຸດປະສົງ ​ແນ​ໃສ່​ເພື່ອ ບໍ່​ໃຫ້​ຄະນະ​ປະຕິບັດ​ງານ​ຂອງ​ກຸ່ມ AQAP “ສາມາດເຄື່ອນ​ໄຫວ​ຢ່າງ​ເປັນອິດສະຫຼະ.”

ໂຄສົກ​ຂອງ​ທຳນຽບຫ້າ​ແຈ ​ໄດ້​ປະກາດ​ວ່າ ຫົວໜ້າໜ່ວຍ​ປະຕິບັດ​ງານ 2 ຄົນ ຂອງກຸ່ມ AQAP ​ແມ່ນ​ໄດ້​ຖືກ​ສັງຫານ ​ໃນການໂຈມ​ຕີທາງ​ອາກາດ ​ເມື່ອວັນ​ທີ 2 ​ແລະ 3 ມີນາ​ຜ່ານ​ມາ​ນີ້ ທີ່​ຮວມທັງນັກຊ່ຽວຊານ​ດ້ານ​ລະ​ເບີດ​ແລະ​ຜູ້ນຳປະຈຳ​ເຂດ​ທີ່​ສຳຄັນ ທ້າວ Usayd al-Agani ​ແລະ ຜູ້​ປະສານ​ງານ​ດ້ານ​ສື່ສານ ຂອງທ້າວ al-Adani ຄືທ້າວ Harithah al-Waqari.

ທ້າວ Al-Silmi ຊຶ່ງ​ເປັນ​ຄົນ​ສັນຊາດ​ເຢ​ເມນ ​ແລະ​ໄດ້​ຖືກສົ່ງ​ກັບ​ຄືນ​ປະ​ເທດ ​ໂດຍ​ອະດີດ​ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໃນ​ເດືອນ​ທັນວາ 2009.

ທຳນຽບຫ້າ​ແຈ ກະ​ປະມານ​ວ່າ ມີຢ່າງ​ນ້ອຍ 30 ​ເປີ​ເຊັນ ຂອງ​ພວກ​ນັກ​ໂທດ​ໃນຢູ່ອ່າວ Guantanamo ທີ່​ຖືກ​ປ່ອຍ​ໂຕ ໄດ້​ກັບ​ຄືນໄປຍັງ​ສະໜາມ​ລົບ​ອີກ.

ມີພວກ​ນັກ​ໂທດ 41 ຄົນ ທີ່​ຍັງ​ຖືກ​ຄຸມຂັງ​ ຢູ່ອ່າວ Guantanamo ​ໃນ​ເວລາ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິ