ສຫລ ແນະນໍາ ສາຍການບິນ ພານິດ ແຈ້ງເສັ້ນທາງບິນ ໃຫ້ຈີນຊາບ (ວີດີໂອ)

ພາບບັນທຶກ ທີ 13 ຕຸລາ 2011 ສະແດງໃຫ້ເຫັນເຮືອບິນ ລາດຕະເວນຍີ່ປຸ່ນ ບິນຜ່ານໝູ່ເກາະ ທີ່ຂັດແຍ້ງ ກັບຈີນ

ສະຫະລັດ ​ໄດ້​ແນະ​ນໍາ​ໃຫ້ບັນດາ​ສາຍ​ການບິນ​ພານິດ ​ແຈ້ງ​ໃຫ້​
ກຸງ​ປັກ​ກິ່ງຊາບ​ເຖິງແຜນ​ເສັ້ນທາງ​ການບິນ ​ໃນ​ເຂດ​ປ້ອງ​ກັນ​ທາງ
​ອາກາດ ​ທີ່​ຈີນ​ຫາ​ກໍ​ປະກາດ​ໃໝ່ໆ ​ເຖິງ​ແມ່ນ​ບັນດາ​ເຈົ້າ​ໜ້າ​ທີ່
ສະຫະລັດ ກ່າວ​ວ່າ ການ​ປະຕິບັດ​ຕາມ​ນັ້ນບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​
ວ່າລັດຖະບານ​ສະຫະລັດຮັບເອົາ​ຂໍ້​ຮຽກຮ້ອງ​ຂອງຈີນກໍ​ຕາມ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ​ໄດ້​ປະກາດໃນອາທິດ​ແລ້ວ​ນີ້​ວ່າ ​
ເຮືອບິນ​ທັງ​ໝົດ​ທີ່​ບິນ​ຢູ່​ໃນເຂດ​ດັ່ງກ່າວ ຕ້ອງ​ແຈ້ງ​ຕົນ​ຊາບ ​ແລະ
ປະຕິບັດ​ຕາມ​ຄໍາ​ສັ່ງ​ຂອງ​ຈີນ.

ຍີ່ປຸ່ນ ສະຫະລັດ ​ແລະ​ເກົາຫລີ​ໃຕ້ ຕ່າງ​ກໍໄດ້​ພາກັນປະຕິ​ເສດ ​ບໍ່
ຮັບຮູ້​ເອົາ​ເຂດ ປ້ອງ​ກັນ​ທາງ​ອາກາດ​ໃໝ່​ຂອງ​ຈີນ. ປະ​ເທດ​ທັງ
​ສາມໄດ້​ທ້າ​ທາຍ​ຕໍ່​ຄຳ​ສັ່ງຫ້າມຂອງ​ຈີນ ​ໂດຍ​ສົ່ງ​ເຮືອບິນ​ລົບເຂົ້າ​
ໄປ​ໃນ​ເຂດ​ດັ່ງກ່າວ. ສະຫະລັດ​ ຊຶ່ງມີ​ພັນທະພາຍໃຕ້ສົນທິ​ສັນ
ຍາໃນ​ການປ້ອງ​ກັນຍີ່ປຸ່ນ ​ແລະ​ເກົາຫລີ ​ໄດ້​ຊອກ​ຫາ​ຊ່ອງ​ທາງ​
ເພື່ອເນັ້ນຢໍ້າຊຶ່ງທ່າທີຂອງ​ຕົນ​ໂດຍ​ສົ່ງ​ເຮືອບິນ B-52 ສອງ​ລຳ
ບິນ​ຜ່ານ​ໝູ່​ເກາະ ດັ່ງ​ກ່າວ​ ໃນ​ອາທິ​ດແລ້ວ​ນີ້.

ຈີນ ​ໄດ້​ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ຕົນ​ໄດ້​ສົ່ງ​ເຮືອບິນ​ລົບ​ສອງ​ລໍາ ​ເພື່ອ​ຕິດຕາມ​ເຮືອບິນ
ສະຫະລັດ ແລະ​ຍີ່ປຸ່ນ ທີ່​ບິນ​ລ່ວງ​ລໍ້າ​ເຂົ້າ​ໄປໃນ​ເຂດປ້ອງ​ກັນໃໝ່ທາງ​ອາ ກາດ ເໜືອ​ບໍລິ​ເວນ​ທະ​ເລ​ຈີນ​ຕາ​ເວັນ​ອອກນັ້ນ.

Your browser doesn’t support HTML5

China Air Defense