ສະຫະລັດ ແນໃສ່ການ ‘ຟື້ນຟູ’ ສາຍສຳພັນຄືນໃໝ່ ກັບອົງການ NATO ຂະນະທີ່ ປາກົດວ່າ ຈະມີການຕັດສິນໃຈທີ່ສຳຄັນ

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍດ໌ ອອສຕິນ ຢ້ຽມຢາມພວກທະຫານຮັກສາດິນແດນສະຫະລັດ ທີ່ໄດ້ປະຈຳການຢູ່ທີ່ນະຄອນຫຼວງ ສະຫະລັດ ແລະເຂດວົງລ້ອມນັ້ນ, ວັນທີ 29 ມັງກອນ 2021 ຢູ່ທີ່ລັດຖະສະພາສະຫະລັດ ໃນນະຄອນຫຼວງວໍຊິງຕັນ.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍດ໌ ອອສຕິນ ຈະໃຊ້ກອງປະຊຸມລະດັບລັດຖະມົນຕີ ຄັ້ງທຳອິດກັບບັນດາພັນທະມິດຂອງອົງການເນໂຕ້ ໃນວັນພຸດມື້ນີ້ ເພື່ອພະຍາຍາມປົວແປງສາຍສຳພັນທີ່ເຄັ່ງຕຶງໂດຍການຍອມຮັບວ່າ ສາຍສຳພັນທີ່ຍາວນານນັ້ນ ບາງຄັ້ງບາງຄາວ ກໍມີຄວາມຕຶງຄຽດ ພາຍໃຕ້ອະດີດປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ.

ການປ່ຽນໃນນ້ຳສຽງແລະວິທີທາງ ໃນຂະນະທີ່ບັນດາເຈົ້າໜ້າທີ່ຂັ້ນອະວຸໂສຂອງກະຊວງປ້ອງກັນປະເທດສະຫະລັດ ໄດ້ອະທິບາຍກອງປະຊຸມ ໃນວັນອັງຄານວານນີ້ ທີ່ອອກມາກໍຄືວ່າ ສະຫະລັດແລະອົງການເນໂຕ້ ແມ່ນກຳລັງປະເຊີນ ກັບການຕັດສິນໃຈທີ່ສຳຄັນກ່ຽວກັບລະດັບກຳລັງທະຫານຢູ່ໃນອັຟການິສຖານ ແລະກ່ຽວກັບວິທີທີ່ດີສຸດໃນການປະເຊີນໜ້າກັບມະຫາອຳນາດເຊັ່ນ ຣັດເຊຍ ແລະຈີນແນວໃດ ຊຶ່ງຍັງຄົງພ້ອມທີ່ຈະຫັນປ່ຽນບັນທັດຖານສາກົນໃດໆໃຫ້ພວກຕົນໄດ້ປຽບ.

ແຕ່ບັນດາເຈົ້າໜ້າທີ່ດັ່ງກ່າວໄດ້ກ່າວວ່າ ລັດຖະບານທ່ານໄບເດັນເຊື່ອວ່າ ຄວາມສາມາດ ທີ່ຈະເຮັດໃຫ້ມີຄວາມກ້າວໜ້າ ກ່ຽວກັບບັນຫາກົດດັນໃດໆທີ່ກຳລັງປະເຊີນກຸ່ມພັນທະມິດຢູ່ນັ້ນ ຂຶ້ນຢູ່ກັບການນຳເອົາສາຍສຳພັນກັບຄືນສູ່ສະພາບທີ່ໝັ້ນຄົງເສຍກ່ອນ.

“ມັນເປັນທໍາທີ່ຈະກ່າວວ່າ ຕະຫຼອດໄລຍະສີ່ປີທີ່ຜ່ານມາ ຄວາມຮັບຮູ້ຂອງມະຫາ ຊົນຕໍ່ຄວາມໝັ້ນໝາຍຂອງສະຫະລັດແລະເຈດຕະນາລວມຂອງພວກເຮົາ ແມ່ນ ບໍ່ຄ່ອຍຈະແຈ້ງປານໃດ” ນັ້ນແມ່ນຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສຂອງກະຊວງປ້ອງກັນປະເທດທ່ານນຶ່ງທີ່ໄດ້ກ່າວຕໍ່ບັນດານັກຂ່າວກ່ອນໜ້າຂອງການເລີ້ມຕົ້ນກອງປະຊຸມທາງອອນລາຍໄລຍະສອງວັນ.

ທ່ານອອສຕິນ “ແທ້ຈິງແລ້ວ ແມ່ນຊຸມໃສ່ການພະຍາຍາມຟື້ນຟູສາຍສຳພັນຂອງພວກເຮົາກັບກຸ່ມພັນທະມິດ” ເຈົ້າໜ້າທີ່ອະວຸໂສດັ່ງກ່າວ ໄດ້ກ່າວໄປ ແລະກ່າວຕື່ມອີກວ່າ ທ່ານລັດຖະມົນຕີ ຕັ້ງໃຈທີ່ຈະເຮັດໃຫ້ອົງການເນໂຕ້ໝັ້ນໃຈວ່າ ໝັ້ນໝາຍຕໍ່ການປ້ອງກັນຮ່ວມກັນຂອງວໍຊິງຕັນ ຊຶ່ງໝາຍເຖິງ ມາດຕາທີ 5 ພາຍໃຕ້ສົນທິສັນຍານັ້ນ “ຍັງຄົງຄວບຄຸມຢ່າງໜຽວແໜ້ນຢູ່.”

ເລຂາທິການໃຫຍ່ອົງການເນໂຕ້ ທ່ານເຈັນສ໌ ສໂຕລເຕັນເບີກ ໄດ້ໃຫ້ສັນຍານວ່າ ທ່ານຕ້ອງການໃຫ້ຕັ້ງຕົ້ນຄືນໃໝ່ ໃນສາຍສຳພັນລະຫວ່າງສະຫະລັດກັບອົງການເນໂຕ້ ເມື່ອຕົ້ນເດືອນນີ້.

ທ່ານກ່າວວ່າ “ເປັນທີ່ປະຕິເສດບໍ່ໄດ້ວ່າ ຕະຫຼອດໄລຍະສີ່ປີທີ່ຜ່ານມາ ພວກເຮົາໄດ້ມີຊ່ວງເວລາທີ່ທ້າທາຍຫຼາຍຄັ້ງ. ແລະມັນກໍບໍ່ເປັນເລື້ອງລັບທີ່ຂ້າພະເຈົ້າຍັງໄດ້ມີການປຶກສາຫາລືກັບອະດີດປະທານາທິບໍດີທີ່ລຳບາກໃຈ.” ແລະທ່ານກ່າວຕໍ່ໄປວ່າ “ມັນແມ່ນໃນເລື້ອງຜົນປະໂຫຍດດ້ານຄວາມໝັ້ນຄົງຂອງທັງ ຢູໂຣບແລະອາເມຣິກາເໜືອ ສະຫະລັດ ເພື່ອໃຫ້ເລີ້ມຕົນອີກເທື່ອນຶ່ງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ