ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ປິດກອງປະຊຸມສຸດຍອດ ກັບຜູ້ນໍາອາຟຣິກາ 50 ທ່ານໂດຍກ່າວວ່າ ທ່ານອາດຈະໄປຢ້ຽມຢາມເຂົາເຈົ້າ, ຫລັງຈາກທ່ານໄດ້ກ່າວເນັ້ນອີກເທື່ອນຶ່ງ ເຖິງຄຳໝັ້ນສັນຍາອັນເລິກເຊິ່ງ ຂອງລັດຖະບານຂອງທ່ານຕໍ່ອາຟຣິກາ.
ກອງປະຊຸມສຸດຍອດຜູ້ນຳສະຫະລັດ-ອາຟຣິກາໄດ້ສິ້ນສຸດລົງໃນວັນພະຫັດວານນີ້ດ້ວຍການໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ເງິນຊ່ວຍເຫລື 55 ຕື້ໂດລາ, ແລະນີ້ເປັນຄຳເວົ້າຈາກທ່ານໄບເດັນ.
"ດັ່ງທີ່ຂ້າພະເຈົ້າໄດ້ເວົ້າກັບບາງທ່ານໄປແລ້ວ - ທ່ານໄດ້ເຊື້ອເຊີນຂ້າພະເຈົ້າໄປປະ ເທດຂອງທ່ານ". ທ່ານກ່າວອີກວ່າ “ຂ້າພະເຈົ້າເວົ້າວ່າ, ‘ຈົ່ງລະວັງ ໃນສິ່ງທີ່ທ່ານປາຖະຫນາຢາກໃຫ້ເກີດໄວ້ເດີ້ ເພາະວ່າຂ້າພະເຈົ້າອາດຈະໄປປາກົດໂຕ ໃຫ້ເຫັນໂລດ. ພີ່ນ້ອງຜູ້ທຸກຍາກມັກໄປປາກົດຕົວໃຫ້ເຫັນຢູ່ສະເໝີ. ຜູ້ຮັ່ງຜູ້ມີບໍ່ເຄີຍໄປຫາ. ຄົນທຸກ ຍາກມາຫາທ່ານ ແລະພວກເຂົາກໍກິນອາຫານຂອງທ່ານ ແລະກໍຢູ່ດົນນານ ແບບບໍ່ສົມ ຄວນ. ເອີຈັ່ງໃດ ຂ້າພະເຈົ້າກໍຫວັງວ່າ ຈະໄດ້ພົບບັນດາທ່ານຫຼາຍຄົນຢູ່ໃນປະເທດ ຂອງທ່ານ."
ທ່ານບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບການເດີນທາງ ທີ່ອາດເປັນໄປໄດ້ ທີ່ວ່ານັ້ນ.
Your browser doesn’t support HTML5
ແຕ່ຖ້າເອົາເລື້ອງຕະຫຼົກອອກໄປແລ້ວ, ເອກອັກຄະລັດຖະທູດສະຫະລັດປະຈໍາອົງການສະຫະປະຊາຊາດ ກ່າວຕໍ່ວີໂອເອວ່າ ການເດີນທາງຂອງປະທານາທິບໍດີ ຈະມີຜົນກະ ທົບອັນໃຫຍ່ຫລວງ.
"ອັນນີ້ຈະເປັນໂອກາດທີ່ປະຊາຊົນອາຟຣິກາ ບໍ່ວ່າປະເທດໃດກໍຕາມ ຖ້າທ່ານປະທາ ນາທິບໍດີ ຕັດສິນໃຈທີ່ຈະເດີນທາງໄປຢ້ຽມຢາມເຊັ່ນນັ້ນ ແລ້ວເຂົາເຈົ້າກໍຈະເຫັນໄດ້ ເຖິງຄຳໝັ້ນສັນຍາຂອງພວກເຮົາ,” ນັ້ນຄືຄຳເວົ້າຂອງທ່ານນາງລິນດາ ໂທມັສ-ກຣີນຟຽວ (Linda Thomas-Greenfield) ທີ່ກ່າວຕໍ່ວີໂອເອຢູ່ນອກກອງປະຊຸມສຸດຍອດ.
ການສະແດງທ່າທີອັນສຳຄັນ ແລະຄຳໝັ້ນສັນຍາອັນໃຫຍ່ຫຼວງເຫຼົ່ານີ້ອອກມາ ແມ່ນ ກົງກັນຂ້າມ ກັບວິທີການທູດທີ່ງຽບສະຫງົບ ທີ່ເກີດຂຶ້ນຢູ່ກອງປະຊຸມສຸດຍອດຄັ້ງນີ້, ເຊິ່ງລວມມີການຍາດກັນລົມ ລະຫວ່າງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານແອນໂທນີ ບລິງເຄັນ ກັບຜູ້ນຳຂອງເອທິໂອເປຍ ແລະຄອງໂກ - ທັງສອງເປັນປະເທດທີ່ມີຄວາມຂັດແຍ້ງກັນຢູ່. ຢູ່ໃນການໂອ້ລົມກັບນາຍົກລັດຖະມົນຕີເອທິໂອເປຍນັ້ນ ສະຫະລັດ "ໄດ້ຮຽກຮ້ອງໃຫ້ເລັ່ງລັດການປະຕິບັດຂໍ້ຕົກລົງສັນຕິພາບ” ທີ່ເຊັນບໍ່ດົນ ຜ່ານມານີ້ ແລະ "ໃຫ້ເອົາຊ່ອງທາງເຂົ້າເຖິງເຂດທີ່ມີການຂັດແຍ້ງກັນແກ່ຜູ້ຕິດຕາມສິ້ງຊອມດ້ານສິດທິມະນຸດສາກົນ," ນັ້ນຄືຄຳເວົ້າຂອງກະຊວງການຕ່າງປະເທດສະຫະລັດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ