ສຫລ ຈະມອບພາລະ ໃຫ້ ອັຟການິສຖານ ໃນປີໜ້າ

  • ໄພສານ ວໍຣະຈັກ

ປະທານາທິບໍດີ ບາຣັກ ໂອບາມາ ຖະແຫຼງຕໍ່ປະເທດຊາດ ຈາກທຳນຽວຂາວ ກ່ຽວກັບ ການສິ້ນສຸດ ການປະຕິບັດງານສູ້ລົບ ໃນອີຣັກ (31 ສິງຫາ 2010)

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໃຫ້ ຄຳໝັ້ນສັນຍາວ່າ ຈະເລີ້ມໂອນ ພາລະຮັບຜິດຊອບໃນ ການຮັກສາຄວາມປອດໄພ ຂອງສະຫະລັດ ຢູ່ໃນອັຟກາ ນິສຖານ ໃຫ້ແກ່ເຈົ້າໜ້າທີ່ ອັຟການິສຖານ ໃນປີໜ້າ ແຕ່ບໍ່ໄດ້ກຳນົດ ວັນເວລາ ກ່ຽວກັບການຖອນ ທະຫານຂອງສະຫະລັດ ອອກຈາກປະເທດດັ່ງກ່າວ.

ໃນຄຳປາໄສ ທີ່ມີການຖ່າຍ ທອດທາງໂທລະພາບ ຈາກທຳນຽບຂາວ ໃນວັນອັງຄານວານນີ້ ປະທານາ ທິບໍດີໂອບາມາ ເວົ້າວ່າ ທ່ານຈະເລີ້ມໂອນ ຄວາມຮັບ ຜິດຊອບ ໄປໃຫ້ເຈົ້າໜ້າທີ່ ອັຟການິສຖານ ໃນເດືອນສິງຫາ ປີໜ້າ. ທ່ານກ່າວວ່າ ບາດກ້າວ ໃນການຫຼຸດກຳລັງ ຂອງທະຫານ ສະຫະລັດນັ້ນ ຈະຂຶ້ນຢູ່ກັບ ເງື່ອນໄຂໂຕຈິງ ທາງພາກພື້ນດິນ.

ໃນຄຳປາໄສ ທີ່ປະກາດກ່ຽວກັບ ການສິ້ນສຸດ ການປະຕິບັດງານສູ້ລົບ ຢູ່ໃນອີຣັກນັ້ນ ທ່ານ ໂອບາມາເວົ້າວ່າ ການຫຼຸດກຳລັງທະຫານ ຂອງສະຫະລັດ ລົງທີ່ນັ້ນ ເຮັດໃຫ້ສະຫະ ລັດມີຊັບຍາກອນທີ່ຈຳເປັນ ສຳລັບການບຸກ ຢູ່ໃນອັຟການິສຖານ.

ທ່ານກ່າວວ່າ ກຳລັງສະຫະລັດ 100,000 ຄົນ ໃນອັຟການິສຖານພວມທຳການສູ້ລົບເພື່ອ ທັບມ້າງ ຄວາມກ້າວໜ້າ ຂອງພວກຫົວຮຸນແຮງ ທາລີບານ ທີ່ພະຍາຍາມຫາທາງໂຄ່ນ ລົ້ມ ລັດຖະບານອັຟການິສຖານ ທີ່ໄດ້ຮັບການສະໜັບສະໜຸນ ຈາກອົງການເນໂຕ້ນັ້ນ.