ທະຫານ ອາເມຣິກັນ ທີ່ສົງໄສ ຍິງສັງຫານ ພົນລະເຮືອນ ອັຟການິສຖານ ເຂົ້າຄຸກແລ້ວ

  • ໄພສານ ວໍຣະຈັກ

ລົດຕູ້ສີຂາວ ຊຶ່ງເຊື່ອວ່າມີສິບເອກ Robert Bales ນັ່ງໄປນຳນັ້ນ ພວມແລ່ນອອກຈາກສະໜາມບິນນາໆຊາດ ໃນນະຄອນ Kansas City (16 ມີນາ 2012)

ກອງທັບ​ສະຫະລັດ​ກ່າວ​ວ່າ ທະຫານ​ອາ​ເມຣິກັນ​ທີ່​ສົງ​ໄສ​ວ່າ​ສັງຫານ​ພົນລະ​ເຮືອນ​ອັຟກາ​ນິສ
ຖານ 16 ຄົນ​ໃນຕົ້ນອາທິດ​ນີ້ ​ໄດ້ເດີນທາງ​ມາ​ເຖິງ​ຄຸກ​ທະຫານ​ແຫ່ງ​ນຶ່ງ​ໃນ​ພາກ​ກາງຂອງ​ສະ
ຫະລັດ​ແລ້ວ.

ຜູ້​ຕ້ອງ​ສົງ​ໄສຊຶ່ງ​ລະ​ບຸ​ຊື່ວ່າ ສິບ​ເອກ Robert Bales ​ຈະ​ຖືກ​ຂັງ​ດ່ຽວ​ຢູ່ຄຸກທີ່ມີ​ການຍາມ​ຮັກ
ສາ​ຄວາມ​ປອດ​ໄພຢ່າງ​ເຄັ່ງ​ຄັດ​ທີ່​ສຸດຢູ່​ຄ້າຍ Fort Leavenworth ​ໃນ​ລັດ Kansas.

ສິບ​ເອກ Bales ອາຍຸ 38 ປີ ຍັງ​ບໍ່​ທັນ​ຖືກ​ຟ້ອງ​ ຫຼືຕັ້ງຂໍ້​ຫາ​ເທື່ອ. ຊາວອັຟກາ​ນິສຖານ​ໄດ້​
ຮຽກຮ້ອງ​ໃຫ້​ສົ່ງ​ໂຕ​ຜູ້ກ່ຽວ​ໄປ​ດຳ​ເນີນ​ຄະດີຢູ່​ທີ່​ປະ​ເທດ​ດັ່ງກ່າວ.

ໃນ​ຕອນ​ເຊົ້າຂອງ​ມື້ວັນ​ສຸກ​ວານ​ນີ້ ທະນາຍຄວາມ​ທີ່​ເປັນ​ພົນລະ​ເຮືອນ ​ຂອງ​ສິບເອກ Bales
ກ່າວ​ວ່າ ລູກ​ຄວາມ​ຂອງ​ລາວ​ເບິ່ງ​ຊົງ​ວ່າ​ ໄດ້​ເກີດ​ຄວາມ​ຕຶງ​ຄຽດ​ຢ່າງໜັກຫລັງຈາກ​ໄດ້​ເຫັນ​ໝູ່
​ທະຫານ​ຂອງ​ລາວ​ຄົນ​ນຶ່ງຖືກ​ລະ​ເບີດ​ຂາຂາດ​ ນຶ່ງ​ມື້ກ່ອນ​ທີ່​ຈະ​ເກີດ​ການ​ສັງຫານໝູ່ຊາວອັຟ
ການິສຖານ ທີ່ແຂວງ​ການ​ດາ​ຮາ​ໃນ​ມື້ວັນ​ອາທິດຜ່ານ​ມາ​ນັ້ນ.