ສຫລ ຮັບຮູ້ວ່າ ການປະ​ຕິ​ບັດ​ງານ ເພື່ອ​ປ່ອຍ ພວກນັກຂ່າວ ປະສົບ ຄວາມລົ້ມແຫຼວ (ສະ​ໄລ​ດ໌/ວີດີໂອ)

ປ. ໂອບາມາ ເດີນທາງໄປຮອດ ເມືອງ Edgartown ລັດ Mass. ໃນວັນທີ 20 ສິງຫາ 2014 ເພື່ອເວົ້າກ່ຽວກັບການສັງ ຫານນາຍ James Foley ນັກຂ່າວອາເມຣິກັນ ໂດຍກຸ່ມ ຫົວຮຸນແຮງ ລັດອິສລາມ

ຕຳຫຼວດ​ສາກົນ ​ກ່າວ​ວ່າ ການ​ຕັດ​ຫົວ​ນັກ​ຂ່າວ​ສະຫະລັດ​ຄົນ​ນຶ່ງ
​ໂດຍ​ພວກ​ຫົວ​ຮຸນ​ແຮງ ​ລັດ​ອິສລາມ ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​
ຈຳເປັນ ທີ່ຈະຕ້ອງ​ມີ​ການ​ປະສານ​ງານ​ກັນໃນການດຳເນີນຄວາມ
ພະຍາຍາມ​ຂອງໂລກ ​ເພື່ອ​ຮັບມືກັບ​ໄພ​ຂົ່ມຂູ່​ຈາກ​ພວກ​ນັກ​ຕໍ່ສູ້
​ຕ່າງປະ​ເທດ​ທີ່​ເດີນທາງ​ໄປ​ຍັງ​ເຂດຕ່າງໆ ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງ
ໃນ​ພາກ​ຕາ​ເວັນ​ອອກ​ກາງ​ນັ້ນ.

ກຸ່ມ​ດັ່ງກ່າວ​ເວົ້າ​ໃນ​ວັນ​ພະຫັດ​ມື້​ນີ້​ວ່າ ການ​ຂ້າ​ນາຍ James
Foley​ ໄດ້​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້​ແກ່​ໂລກ ແລະ​ສະ​ແດງ​ໃຫ້​
ເຫັນເຖິງ​ “ຄວາມ​ຊົ່ວ​ຊ້າ” ຂອງ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ ​ລັດ​
ອິສລາມ ທີ່ກຳລັງ​ປະຕິບັດງານ​ຢູ່​ໃນ​ອີຣັກ ​ແລະ​ຊີ​ເຣຍນັ້ນ.

Your browser doesn’t support HTML5

Obama Condemns Journalist Killing, Vows Justice

ຖະ​ແຫຼ​ງການ​ສະບັບ​ນີ້ ​ມີ​ຂຶ້ນຫຼັງຈາກການຖະແຫຼງທີ່​ຄ້າຍຄື​ກັນ​ ໃນ​ວັນ​ພຸດ​ວານ​ນີ້​ຂອງ​
ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດທີ່​ກ່າວ​ວ່າ ສະຫະລັດຈະ​ສືບ​ຕໍ່​ດຳ​ເນີນ​ການ​ໃນ​ສິ່ງ​ທີ່​ຈຳ​ເປັນ​ເພື່ອປົກ​ປ້ອງ​ຄົນ​ອາ​ເມຣິກັນ ​ເຖິງ​ແມ່ນ​ມີ​ການ​ຂົ່ມຂູ່​ຕໍ່​ຊີວິດ​ຂອງ​ນັກ​ຂ່າວທີ່​ຖືກ​ລັກພາ​ໂຕ​ໄປ​ອີກ​ຄົນ​ນຶ່ງ​ກໍ​ຕາມ.

ທ່ານ James Foley

ທ່ານ​ໂອ​ບາ​ມາ ກ່າວ​ວ່າ “ຊີວິດ​ຂອງ​ທ້າວ Jim Foley ​ແມ່ນ​ຢືນ​ຢັດ​ກົງກັນ​ກັນ​
ຂ້າມ​ຢ່າງ​ສິ້ນເຊີງ​ກັບ​ພວກ​ຄາດ​ຕະກອນ​ລາວ​ນັ້ນ. ຂໍ​ໃຫ້ເປັນ​ທີ່​ຈະ​ແຈ້ງ​ກ່ຽວ​
ກັບ​ພວກ ISIL. ພວກ​ເຂົາ​ໄດ້​ທຳ​ການ​ກໍ່ກວນ​ອາ​ລະວາ​ດ​ໄປ​ທົ່ວ​ຫົວ​ເມືອງ​
ແລະ​ໝູ່​ບ້ານ​ຕ່າງໆ ​ເຂັ່ນຂ້າ​ຜູ້​ຄົນ​ທີ່​ບໍລິສຸດ ບໍ່​ມີ​ຄວາມ​ຜິດ​ຫຍັງ ພວກ​ພົນລະ​
ເຮືອນ​ທີ່​ບໍ່ມີ​ອາວຸດ​ຕິດ​ໂຕ ດ້ວຍ​ການ​ກໍ່ຄວາມ​ຮຸນ​ແຮງ​ທີ່​ຂີ້​ຂາດ​ຕາຂາວ.

ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ກ່າວ​ຢູ່​ໃນ​ວີ​ດີ​ໂອ ທີ່​ສະ​ແດງ​ໃຫ້ເຫັນການ​ສັງຫານ​ນັກ​ຂ່າວ
​ອາ​ເມຣິກັນ​ນັ້ນ​ວ່າ ພວກ​ຕົນ​ຍັງ​ກັກ​ໂຕ​ນາຍ Steven Sotloffຊຶ່ງເປັນນັກຂ່າວອີກຄົນ
ນຶ່ງນັ້ນ ​ໄວ້​ເຊັ່ນ​ກັນ.

Your browser doesn’t support HTML5

Beheading Of US Journalist Breeds Outrage

ທຳນຽບຫ້າ​ແຈ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ຕົນ​ໄດ້​ພະຍາຍາມ​ ແຕ່ບໍ່​ສຳ​ເລັດຜົນ ​ເພື່ອ​ໄປຊ່ອຍພວກ​ໂຕ​ປະກັນ​ສະຫະລັດ ທີ່​ກຳລັງ​ຖືກ​ພວກ​ຫົວ ຮຸນແຮງລັດ​ອິສລາມ​ກັກ​ໂຕ​ໄວ້ຮວມທັງ​ນາຍ Foley ນຳ. ທ່ານ John Kirby ​ໂຄສົກ​ປະຈຳ​ທຳນຽບຫ້າ​ແຈ ກ່າວ​ວ່າ ການ​ປະຕິບັດງານ​ໄດ້​ປະ ສົບ​ກັບ​ຄວາມ​ລົ້ມ​ແຫຼວ ​ເພາະວ່າ​ພວກ​ໂຕປະ​ກັນ​ ບໍ່​ໄດ້​ຖືກ​ຄຸມ​
ຂັງ​ໄວ້​ໃນ​ບ່ອນ​ທີ່​ມີ​ການ​ເຊື່ອ​ກັນ​ວ່າ​ ພວກເຂົາເຈົ້າຖືກ​ຂັງ​ຢູ່​ຫັ້ນ. ​ໂຄສົກ​ທ່ານ​ນີ້ ບໍ່ໄດ້​ບອກ​ໃຫ້​ຮູ້​ຢ່າງ​ເຈາະ​ຈົງວ່າ​ ຢູ່​ບ່ອນ​ໃດແລະ​ເວລາ​ໃດແທ້ ທີ່​ການພະຍາຍາມເຂົ້າໄປຊ່ອຍໂຕ
ປະກັນນີ້ ​ໄດ້ມີ​ຂຶ້ນ​ນັ້ນ.

Your browser doesn’t support HTML5

iraqsyriaislamicstate21august14