ການຊ້ອມຮົບ ປະຈຳປິ ສະຫະລັດ ກັບ ເກົາຫຼີໃຕ້ ຈະມີຄວາມ ຍິ່ງໃຫຍ່ທີ່ສຸດ

Your browser doesn’t support HTML5

ຊົມວິດີໂອ ກ່ຽວກັບ ຂ່າວນີ້.

ເຈົ້າໜ້າທີ່ປ້ອງກັນປະເທດ ເກົາຫຼີໃຕ້ ກ່າວວ່າ ການຊ້ອມຮົບທາງ ທະຫານປະຈຳປີທີ່ໃກ້ຈະມາເຖິງນີ້ ກັບ ສະຫະລັດ ຈະເປັນຄັ້ງທີ່ ໃຫຍ່ທີ່ສຸດ, ເປັນການບົ່ງບອກເຖິງສັນຍານຂອງຄວາມເຄັ່ງຕຶງທີ່ ເພີ່ມຂຶ້ນກັບ ເກົາຫຼີເໜືອ ກ່ຽວກັບ ການທົດລອງລະເບີດນິວເຄລຍ ແລະໂຄງການ ລູກສອນໄຟຂີປະນາວຸດເມື່ອບໍ່ດົນມານີ້.

ເຮືອບິນຮົບເທັກໂນໂລຈີສູງ ສະຫະລັດ F-22 ບິນຜ່ານຖານທັບອາກາດ Pyeongtaek, ເກົາຫຼີໃຕ້. 17 ກຸມພາ 2016.

ລັດຖະມົນຕີການຕ່າງປະເທດທ່ານ Han Min-koo ໄດ້ກ່າວໃນ
ວັນພະຫັດມື້ນີ້ວ່າ ທະຫານ ສະຫະລັດ ປະມານ 15,000 ຄົນຈະ ເຂົ້າຮ່ວມໃນການຊ້ອມຮົບ Key Resolve ແລະ Foal Eagle
ປະຈຳປີ ເມື່ອພວກເຂົາເຈົ້າເລີ່ມການຝຶກຊ້ອມໃນເດືອນໜ້ານີ້,​
ເຊິ່ງ ເປັນຕົວເລກທີ່ເພີ່ມຂຶ້ນ 2 ເທົ່າຈາກປີກາຍນີ້. ອົງການຂ່າວ
Yonhap ໄດ້ກ່າວໃນວັນພຸດວານນີ້ວ່າເຮືອບັນທຸກເຮືອບິນພະ
ລັງ ງານນິວເຄລຍ John C. Stennis ຈະເຂົ້າຮ່ວມໃນການ
ຊ້ອມຮົບ ປະຈຳປີຄັ້ງນີ້, ເຊິ່ງ ພຽງຢາງ ກ່າວອ້າງມາ​ໂດຍຕະ
ຫຼອດວ່າເປັນ ການກະກຽມເພື່ອໂຈມຕີໄປທາງທິດ ເໜືອ.

ບັນດາເຈົ້າໜ້າທີ່ສືບລັບ ເກົາຫຼີໃຕ້ ໄດ້ແຈ້ງໃຫ້ບັນດາສະມາຊິກ
ສະ ພາຮັບຮູ້ວ່າ ຜູ້ນຳເກົາຫຼີເໜືອ ທ່ານ Kim Jong-un ໄດ້ອອກ
ຄຳ ສັ່ງຫ້ກະກຽມການໂຈມຕີ ກໍ່ການຮ້າຍໃນເກົາຫຼີໃຕ້.