ເປັນໄປໄດ້ສູງ ວ່າ ກອງປະຊຸມສຸດຍອດ ລະຫວ່າງ ປ. ທຣຳ ກັບ ຜູ້ນຳ ກິມ ຈະມີຂຶ້ນ ຢູ່ ສິງກະໂປ

ພວກຄົນພາກັນເບິ່ງ ໂທລະພາບ ທີ່ສະແດງໃຫ້ເຫັນ ປະທາ ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ (ຂວາ) ກັບ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ-ອຶນ ໃນລະຫວ່າງ ລາຍການຂ່າວ ຢູ່ສະຖານີລົດໄຟໃຕ້ດິນຂອງໂຊລ, ວັນທີ 21 ເມສາ 2018.

ສື່ມວນຊົນຕ່າງໆຂອງເກົາຫຼີໃຕ້ ກ່າວວ່າ ກອງປະຊຸມສຸດຍອດ ທີ່ໄດ້ຄາດໝາຍໄວ້
ລະຫວ່າງ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກັບ ຜູ້ນຳເກົາຫຼີ

ເໜືອ ທ່ານ ກິມ ຈົງ-ອຶນ ນັ້ນ ແມ່ນເປັນໄປໄດ້ສູງ ທີ່ຈະເກີດຂຶ້ນ ໃນເດືອນໜ້ານີ້ ຢູ່
ສິງກະໂປ.

ໜັງສືພິມ Chosun Ilbo ແລະອົງການຂ່າວ Yonhap ຕ່າງກໍອ້າງອີງ ຄຳເວົ້າ ຂອງ
ແຫລ່ງຂ່າວ ທີ່ຂໍສະຫງວນຊື່ ທີ່ວ່າ ສະຫະລັດ ກັບ ເກົາຫຼີເໜືອ ໄດ້ຕົກລົງເຫັນດີນຳກັນ
ວ່າ ການພົບປະກັນ ຈະມີຂຶ້ນ ຢູ່ໃນຕົວເມືອງ ຫຼື ລັດ ໃນ ສັບປະດາທີ 3 ຂອງເດືອນ
ມິຖຸນາ ເພື່ອຫລີກເວັ້ນບັນຫາຂັດແຍ້ງ ກັບ ກອງປະຊຸມສຸດຍອດ ກຸ່ມ G7 ຫຼື ກຸ່ມ 7
ປະເທດມະຫາອຳນາດ ທີ່ຈະຈັດຂຶ້ນຢູ່ໃນປະເທດ ການາດາ ໃນລະຫວ່າງ ວັນທີ 8
ຫາ 9 ເດືອນມິຖຸນາ ເຊິ່ງ ທ່ານທຣຳ ຈະເຂົ້າຮ່ວມ ນຳນັ້ນ.

ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ-ອຶນ, ຊ້າຍ, ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ຍ່າງຄຽງຂ້າງກັນ ຢູ່ໃນບ້ານຊາຍແດນ ປາມູນຈອມ ໃນເຂດປອດທະຫານ, ວັນທີ 27 ເມສາ 2018.

ທ່ານທຣຳ ໄດ້ບອກບັນດານັກຂ່າວ ໃນວັນສຸກຜ່ານມານີ້ ວ່າ ທັງສອງຝ່າຍ “ບັດນີ້ ມີ
ວັນເວລາ ແລະ ພວກເຮົາມີສະຖານທີ່ ແລ້ວ.”
ກ່ອນໜ້ານີ້ ທ່ານໄດ້ກ່າວວ່າ ເຂດປອດ
ທະຫານ ທີ່ແບ່ງແຍກເກົາຫຼີ ນັ້ນ ອາດເປັນສະຖານທີ່ເໝາະສົມ ສຳລັບຈັດກອງປະຊຸມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ