ອາຫານທີ່ບໍ່ປອດໄພ ເອົາຊີວິດຄົນໄປ ຫລາຍແສນຄົນ ໃນແຕ່ລະປີ

ເດັກຍິງຄົນນຶ່ງ ທີ່ລົ້ມປ່ວຍບໍ່ສະບາຍ ຫລັງຈາກກິນອາຫານທີ່ ແປດເປື້ອນດ້ວຍເຊື້ອໂຣກ ຢູ່ໂຮງຮຽນແຫ່ງນຶ່ງ ໃນເມືອງ Patna, ປະເທດອິນເດຍ, ເມື່ອວັນທີ 18 ກໍລະກົດ 2013.

ລ່ວງ​ໜ້າວັນສຸຂະ​ພາບ​ໂລກ ວັນ​ທີ 7 ​ເມສາ​ມື້​ນີ້ ທາງ​ອົງການ​
ອະນາ​ໄມ​ໂລກ ​ໄດ້​ອອກ​ມາ​ຮຽກຮ້ອງ​ໃຫ້ບັນດາລັດຖະບານທັງ
ຫລາຍ ຈົ່ງ​ຈັດ​ຕັ້ງ​ປະຕິບັດ ລະບົບປ້ອງ​ກັນຄວາມ​ປອດ​ໄພ​ຂອງ
​ອາຫານ​ທີ່​ແໜ້ນໜາ ​ເພື່ອ​ປົກ​ປ້ອງ​ປະຊາຊົນ​ໄວ້ ຈາກ​ອາຫານທີ່​
ແປດ​ເປື້ອນດ້ວຍ​ເຊື້ອ​ໂຣກ ທີ່​ສາມາດເອົາ​ຊີວິດ​ເຂົາ​ເຈົ້າໄດ້ນັ້ນ.
ນັກ​ຂ່າວ​ວີ​ໂອ​ເອ Lisa Schlein ມີ​ລາຍ​ງານ​ມາ​ຈາກ​ສຳນັກງານ
ໃຫຍ່​ຂອງອົງການ​ອະນາ​ໄມ​ໂລກ ຫລື WHO ທີ່​ນະຄອນ Geneva
ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

Your browser doesn’t support HTML5

ຟັງລາຍງານຂອງ WHO ກ່ຽວກັບອັນຕະລາຍ ຈາກອາຫານທີ່ບໍ່ປອດໄພ

ຄົນ​ເຮົາ​ແມ່ນ​ຕ້ອງ​ໄດ້​ກິນ ​ເພື່ອ​ທີ່​ຈະ​ມີ​ຊີວິດ​ຢູ່ ​ແຕ່​ວ່າ​ອົງການ​ອະນາ​ໄມ​ໂລກ World Health Organization ຫລື WHO ​ເຕືອນ​ວ່າ ສິ່ງ​ທີ່​ເຮົາ​ກິນ​ນັ້ນ ​ສາມາດ​ເຮັດ​ໃຫ້​ເຮົາ​ຕາຍ​ໄດ້. ຍ້ອນ​ວ່າ​ຍຸກ​ນີ້​ເປັນ​ຍຸກ​ໂລກາ​ພິວັດ ອາຫານ​ຫລາຍໆ​ຊະນິດ ທັ້ງທີ່ຢູ່​ໃນ​ລະດູ​ການ​ຫລື​ນອກ​ລະດູ​ການ ​ແມ່ນ​ມີ​ໄວ້​ໃຫ້​ພວກ​ເຮົາ​ໄດ້​ກິນທຸກ​ຍາມ ​ໃນ​ທົ່ວ​ໂລກ.

​ແຕ່​ໜ້າ​ເສຍ​ໃຈ ອົງການ​ອະນາ​ໄມ​ໂລກ​ກ່າວ​ວ່າ ອາຫານເຫລົ່າ​ນັ້ນ​ສາມາດ​ແປດ​ເປື້ອນ​ໄປ​ດ້ວຍ ​ເຊື້ອແບັກ​ທີ​ເຣຍ ​ເຊື້ອ​ໄວຣັສ ​ເຊື້ອ​ກາ​ຝາກ ​ແລະ​ສານ​ເຄມີ ທີ່​ເປັນ​ອັນ​ຕະລາຍ​ຕໍ່​ຊີ​ວິດ​ໄດ້ ​ໃນ​ທຸກ​ຂັ້ນ​ຕອນ​ຂອງ​ສາຍ​ໂສ້​ການ​ຜະລິດ​ແລະ​ຈຳ​ນ່າຍ​ແຈກ​ຢາຍ ອັນສະ​ລັບ​ຊັບຊ້ອນ ທີ່ມາ​ພ້ອມ​ກັບ​ໂລກາ​ພິວັດ​ນັ້ນ.

WHO ຊຶ່ງ​ເປັນ​ອົງການ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ຫລື UN ກ່າວ​ວ່າ ສິ່ງ​ແປດ​ເປື້ອນ
ທີ່​ເປັນ​ອັນຕະລາຍ​ເຫລົ່າ​ນັ້ນ ​ເປັນສາ​ເຫດ​ຂອງ ​ໂຣຄາ​ພະຍາດ​ຫລາຍ​ກ່ວາ 200 ຊະນິດ
ນັບ​ຕັ້ງ​ແຕ່​ໂຣກທ້ອງ​ຂີ້​ຮາກ ຫລື​ທ້ອງສຸ ​ໄປ​ຫາ​ໂຣກມະ​ເຮັງ. ​ແລະ​ເປັນ​ເທື່ອ​ທຳ​ອິດທີ່ WHO ​
ໄດ້​ອອກຕົວ​ເລກ ທີ່​ຕີ​ລາຄາ​ພາລະ​ຕໍ່​ໂລກ ຂອງ​ພວກໂຣຄາ​ພະຍາດ​ທີ່​ມາ​ນຳ​ອາຫານ​ນັ້ນ.

ຫົວໜ້າພະແນກຄວາມ​ປອດ​ໄພ​ດ້ານອາຫານ​ແລະ​ພະຍາດ​ຕິດ​ແປດ​ຈາກ​ສັດ ຂອງ WHO
ທ່ານ Kazuaki Miyagishima ກ່າວ​ຕໍ່​ວີ​ໂອ​ເອວ່າ ມີ​ອັນຕະລາຍ​ຈາກ​ອາຫານ​ຢ່າງ​ຫລວງ
ຫລາຍ ຈົນ​ວ່າ​ບັນດາ​ຊ່ຽວຊານ​ຂອງ WHO ຕ້ອງ​ຈຳກັດ​ການ​ຄົ້ນ​ຄ້ວາຂອງ​ພວກ​ເຂົາ​ເຈົ້າ​ໃສ່​ພວກ​ພະຍາດ​ລຳໃສ້ຊະນິດແຕກຕ່າງກັນ ທີ່​ມາ​ຈາ​ກ​ການ​ກິນ​ອາຫານ.

ທ່ານ Kazuaki Miyagishima ກ່າວ​ວ່າ “ພວກ​ເຮົາ​ເກັບ​ກຳ ເຊື້ອແບັກ​ທີ​ເຣຍ ​
ເຊື້ອ​ໄວຣັສ ​ແລະ​ເຊື້ອ​ກາ​ຝາກ ​ໄດ້ 22 ຊະນິດ ​ແລະອິງ​ຕາມ​ການ​ປະ​ເມີນ​ຂອງ​
ພວກ​ເຮົາ ​ໃນ​ປີ 2010 ນັ້ນ ກໍ​ແມ່ນ​ວ່າ ​ເຊື້ອ​ໂຣກ 22 ຊະນິດ​ທີ່​ແຕກ​ຕ່າງ​ກັນ​ນັ້ນ ​
ໄດ້​ກໍ່​ໃຫ້​ເກີດ​ການ​ເຈັບ​ປ່ວຍ​ທີ່​ມາ​ຈາກ​ອາຫານ 582 ລ້ານ​ກໍລະນີ ທີ່ພາ​ໃຫ້​ມີຄົນ​
ເສຍ​ຊິ​ວີ​ດ ຮອດ 351,000 ຄົນ ຢູ່​ໃນ​ທົ່ວ​ໂລກ.”


ບົດ​ຂຽນ​ຂອງ Dr. Miyagishima ກ່າວ​ວ່າ ທາງ​ອົງການ​ຂອງ​ທ່ານ​ຫວັງ​ວ່າ ຈະ​ໄດ້​ຈັດ​ພິມ
​ຂໍ້​ມູນ​ອອກ​ມາ​ເຜີຍ​ແຜ່ພາຍ​ໃນ​ທ້າຍ​ປີ​ນີ້ ກ່ຽວ​ກັບ​ອາຫານທີ່​ເປັນ​ພິດ ຍ້ອນ​ມີ​ສານ​ເຄມີ​ປະ​ປົນ
ຢູ່​ນຳ.

ທ່ານ​ກ່າວ​ວ່າ ອາ​ຟຣິກາ​ແມ່ນ​ເປັນຂົງ​ເຂດ​ ທີ່​ມີ​ພາລະ​ແບກ​ຫາບ​ໜັກ​ທີ່​ສຸດ ຍ້ອນ​ພວກ
ພະຍາດ​ຊະນິດຕ່າງໆ ທີ່​ມາ​ຈາ​ກ​ການ​ກິນ​ອາຫານ ຊຶ່ງ​ຂົງ​ເຂດ​ທີ​ສອງ​ລອງ​ລົງ​ມາ ກໍ​ແມ່ນ​
ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.

ທ່ານ Kazuaki Miyagishima ກ່າວ​ຕໍ່​ໄປ​ວ່າ ສະຖານະ​ການ​ແມ່ນ​ຂີ້ຮ້າຍ​ເປັນ​ພິ​ເສດໃນ​
ອາ​ຟຣິກາ ​ເພາະວ່າ​ອາ​ຟຣິກາ​ບໍ່​ມີ​ທັງລະບົບ​ຄວາມ​ປອດ​ໄພ​ດ້ານ​ອາຫານ ​ແລະ​ລະບົບ​ຮັກ
ສາ​ສຸຂະພາບ ທີ່ໄດ້​ຮັບ​ການ​ພັດທະນາ​ຂຶ້ນ​ມາ​ຢ່າງ​ດີ ​ໂດຍ​ກ່າວ​ຕື່ມ​ວ່າທັງ​ການ​ຜະລິດ​ແລະ​ການກະກຽມ​ອາຫານ ມັກ​ຈະ​ບໍ່​ໄດ້​ມາດຕະຖານຄວາມ​ປອດ​ໄພ​ດ້ານ​ອະນາ​ໄມ.

ທ່ານ​ກ່າວ​ອີກ​ວ່າ ພວກເດັກນ້ອຍໆ​ຢູ່​ໃນ​ທົ່ວ​ໂລກ ​ແມ່ນ​ເປັນ​ຜູ້ໄດ້​ຮັບ​ເຄາະ​ລາຍ​ໃຫຍ່​ທີ່​ສຸດ
ຈາກ​ອາຫານ​ທີ່​ບໍ່​ປອດ​ໄພ.

ທ່ານ Miyagishima ກ່າວ​ວ່າ “40 ສ່ວນ​ຮ້ອຍ ຂອງ​ການ​ເຈັບ​ປ່ວຍ​ຕ່າງໆ ກັບ​
ການເສຍ​ຊີວິດ ​ແມ່ນ​ເກີດ​ແກ່​ພວກ​ເດັກນ້ອຍ ອາຍຸ 5 ປີ ຫລື​ບໍ່​ຮອດ ​ແລະ​ພົນ
ລະ​ເມືອງ​ເດັກ ອາຍຸ 5 ຂວບ​ກັບ​ຕ່ຳ​ກ່ວາ ​ແມ່ນ​ປະກອບ​ເປັນ 9 ສ່ວນ​ຮ້ອຍ
ຂອງຈຳນວນ​ປະຊາກອນ​ໂລກທັງ​ໝົດ. ສະ​ນັ້ນ ກໍ​ໝາຍ​ຄວາມ​ວ່າ 9% ຂອງ
ປະຊາກອນ​ໂລກ ພາກັນ​ເປັນ​ພະຍາດ​ທີ່​ມາ​ຈາກ​ອາຫານ ໃນ​ອັ​ດຕາ 40%.”​

ອົງການ​ອະນາ​ໄມ​ໂລກ WHO ຮຽກຮ້ອງ​ໃຫ້​ບັນດາ​ລັດຖະບານ​ທັງຫລາຍ ຈັດ​ຕັ້ງ​ປະຕິບັດ
ກົດໝາຍແລະ​ລະບົບຮັກສາ​ຄວາມ​ປອດ​ໄພ​ຂອງ​ອາຫານ ​ເພື່ອ​ປົກ​ປ້ອງ​ປະຊາຊົນ​ຂອງ​ຕົນ. ​ແລະ​ແນະນຳ​ໃຫ້ ພວກເຂົາເຈົ້າອ້າງເຖິງ ຫລັກຊີ້ນໍາສາກົນ ກ່ຽວກັບມາດຕະຖານດ້ານອາ
ຫານ ທີ່ກໍານົດໄວ້ໂດຍ ອົງການອະນາໄມໂລກ (WHO) ແລະອົງການອາຫານແລະການ
ກະເສດ (FAO) ຂອງສະຫະປະຊາຊາດ.

WHO ກ່າວ​ອີກ​ວ່າ ມີ​ມາດ​ຕະການ​ງ່າຍໆ​ຫລາຍໆ​ຢ່າງ ທີ່​ບັນດາ​ຜູ້​ຊົມໃຊ້ສາມາດ​ເຮັດ​ໄດ້
ເພື່ອ​ປ້ອງ​ກັນ​ຕົນ​ເອງ ​ເປັນ​ຕົ້ນ​ວ່າ​ ໃຫ້​ອ່ານສະຫລາກ ຫລື​ຄຳ​ຊີ້​ແຈງ​ກ່ຽວ​ກັບ​ອາຫານ ກ່ອນ
ຈະ​ຊື້ອາຫານ ​ໃຫ້​ລ້າງ​ມືແລະລ້າງອາຫານໃຫ້​ສະອາດ​ ບໍ່​ໃຫ້​ເອົາ​ອາຫານ​ດິບ​ປົນ​ກັນ​ກັບ​ອາຫານ​ສຸກ ​ແລະ​ໃຫ້ປຸງ​ແຕ່ງອາຫານ​ໃຫ້​ສຸກ​ດີ ກ່ອນ​ຈະ​ກິນ ດັ່ງ​ນີ້​ເປັນ​ຕົ້ນ ​ເພື່ອ​ຫລີກ​ລ່ຽງ
ຈາກອັນຕະລາຍ​ຂອງ​ການ​ເຈັບ​ປ່ວຍ ທີ່​ມາ​ຈາກ​ອາຫານ​ນັ້ນ.