ປະທານາທິບໍດີຟິລິບປິນ ທ່ານໂຣດຣີໂກ ດຸຍເຕີເຕ ເວລານີ້ ໄດ້ຍົກເລີກການ ສະເໜີທີ່
ຈະລາອອກ ໃນໄລຍະທີ່ຍັງບໍ່ຮອດເຄິ່ງນຶ່ງຂອງສະໄໝການດຳລົງຕຳ ແໜ່ງຂອງທ່ານ
ຫຼັງຈາກທີ່ໄດ້ມີຄວາມໂກດແຄ້ນເພີ້ມຂຶ້ນ ກ່ຽວກັບການສໍ້ລາດບັງຫຼວງ ທີ່ຍັງມີຢູ່ຕໍ່ມາ ການກໍ່ຄວາມຮຸນແຮງຂອງພວກກະບົດແລະຄວາມສົງ ໄສໃນການເປັນພັນທະມິດກັບ
ຈີນ ອີງຕາມຄຳເວົ້າ ຂອງບັນດານັກຊ່ຽວຊານທີ່ ຕິດຕິດຕາມສະຖານະການໃນປະເທດ
ດັ່ງກ່າວຢ່າງໃກ້ຊິດນັ້ນ.
ຜູ້ນໍາຟີລິບປິນກ່າວໃນເດືອນນີ້ວ່າ ທ່ານຈະລາອອກ ແຕ່ຕໍ່ມາໄດ້ປ່ຽນຄວາມຄິດຂອງ
ທ່ານ ອີງຕາມລາຍງານຂອງສື່ມວນຊົນຟິລິບປີນແລະຖະແຫຼງການໃນໜ້າເວັບໄຊຂອງ
ສະພາສູງ.
ໃນຂະນະທີ່ທ່ານດຸຍເຕີເຕ ບໍ່ຄາດວ່າຈະລາອອກ ຊາວຟິລິບປິນກ່າວວ່າ ທ່ານມັກຈະ
ເວົ້າແບບແຂງຂັນ ຫຼາຍກວ່າການປະຕິບັດ ທີ່ບັນດານັກວິເຄາະກ່າວວ່າ ຄຳເວົ້າຂອງ
ທ່ານໄດ້ສະທ້ອນໃຫ້ເຫັນເຖິງບັນຫາທີ່ຈະແກ້ໄຂໃນໄລຍະຍາວ ຢູ່ໃນປະເທດເອເຊຍ
ອາຄະເນດັ່ງກ່າວ ເຖິງແມ່ນມີແຜນການ ທີ່ຈະແກ້ໄຂໃນສິ່ງເຫຼົ່ານັ້ນ.
ເຂົາເຈົ້າກ່າວວ່າ ໂດຍສະເພາະຢ່າງຍິ່ງ ທ່ານຕ້ອງການຢາກປາບປາມການສໍ້ລາດບັງ
ຫຼວງ ແລະການຄ້າຢາເສບຕິດ ປົດອາວຸດກຸ່ມກະບົດຕ່າງໆ ແລະເຮັດ ວຽກຮ່ວມກັບຈີນ
ກ່ຽວກັບການພັດທະນາພື້ນຖານໂຄງລ່າງ.

ພວກນັກເຄື່ອນໄຫວ ພາກັນຖືປ້າຍເດີນປະທ້ວງ ປະທານາທິບໍດີ ໂຣດຣິໂກ ດຸຍເຕີເຕ ຢູ່ໃກ້ກັບສະພາຕໍ່າ ທີ່ຖະແຫຼງຕໍ່ປະເທດຊາດ ໃນເມືອງເກຊອນ ຟິລິບປີນ ວັນທີ 23 ກໍລະກົດ 2018.
ທ່ານຄາຣລ ເບກເກີ ຫົວໜ້າໂຄງການຂອງຜູ້ຊ່ຽວຊານເຂດປາຊິຟິກ ຫຼື CSIS ທີ່ນະ
ຄອນໂຮໂນລູລູ ກ່າວວ່າ “ຂ້າພະເຈົ້າຄິດວ່າ ທ່ານດຸຍເຕີເຕ ເກີດອາລົມທີ່ຫຼົງລືມ ພ້ອມ
ກັບສິ່ງປາກົດວ່າເປັນຄວາມໂກດແຄ້ນເພີ້ມຂຶ້ນ ໃນການບໍ່ມີຄວາມກ້າວໜ້າກັບການລິ
ເລີ້ມທີ່ສຳຄັນຂອງທ່ານຫຼາຍຢ່າງ ເຊັ່່ນວ່າ ການປຸກລະດົມຕໍ່ ຕ້ານການຄ້າຢາເສບຕິດ
ຂໍ້ລິເລີ້ມສັນຕິພາບກັບທັງກຸ່ມມຸສລິມແບ່ງແຍກດິນແດນ ແລະພວກຄອມມິວນິສ ທີ່ເປັ
ເຫດຜົນຕົ້ນຕໍຂອງຄວາມໂກດແຄ້ນ ກ່ຽວກັບການລາອອກ ກ່ອນທີ່ສະໄໝຂອງທ່ານ
ຈະໝົດລົງໃນປີ 2022.”

ພວກປະທ້ວງພາກັນຖືປ້າຍ ແລະທຽນໄຂ ປະທ້ວງການໃຊ້ອຳນາດຂ້າ "ໃນສົງຄາມປາບປາມ ຢາເສບຕິດ" ຂອງລັດຖະບານທ່ານ ໂຣດຣີໂກ ດຸຍເຕີເຕ ທີ່ຟິລິບປີນ ວັນທີ 8 ຕຸລາ 2016.
ບັນດານັກວິເຄາະຈຳນວນນຶ່ງກ່າວວ່າ ທ່ານດຸຍເຕີເຕຄິດວ່າ ທ່ານຈະສາມາດສຳເລັດ
ເສັດສິ້ນແຜນການຂອງທ່ານຫຼາຍກວ່ານີ້ ດ້ວຍການເຮັດວຽກໜ້ອຍແລະໄວກວ່ານີ້ຢູ່
ໃນສະໄໝຂອງທ່ານ.
ທ່ານດຸຍເຕີເຕ ຜູ້ທີ່ໄດ້ເຂົ້າຮັບຕຳແໜ່ງໃນເດືອນມິຖຸນາ 2016 ໄດ້ເວົ້າກ່ອນໜ້ານີ້ກ່ຽວ
ກັບການລາອອກ ກ່ອນທີ່ສະໄໝໃນການດຳລົງຕຳແໜ່ງເປັນເວລາ 6 ປີ ຂອງທ່ານສິ້ນ
ສຸດລົງ.
ຄວັນໄຟຈາກໄຟໄໝ້ຕຶກ ທີ່ກຳລັງລັດຖະບານໂຈມຕີກຸ່ມກມອດ ຜູ້ທີ່ເຂົ້າຄວບຄຸມເອົາ ສ່ວນໃຫຍ່ຂອງເມືອງມາຣາວີ ຟິລິບປີນ ວັນທີ 1 ກໍລະກົດ 2017.
ທ່ານນາງເລລາ ເດ ລີມາ ສະມາຊິກສະພາສູງຟິລິບປິນໄດ້ໃຫ້ຂໍ້ສັງເກດໃນການຖະ
ແຫຼງຂ່າວ ເມື່ອວັນທີ 22 ສິງຫານີ້ວ່າ ທ່ານໄດ້ປະກາດ ເມື່ອສອງປີກ່ອນນີ້ວ່າ ທ່ານ
ຈະລາອອກ ຖ້າຫາກທ່ານບໍ່ສາມາດປາບປາມຢາເສບຕິດ ແລະອາຊະຍາກຳຂອງ
ປະເທດຫຼັງຈາກເຂົ້າຮັບຕຳແໜ່ງ ສາມຫາຫົກເດືອນ.