ປ. ໂອບາມາ ກ່າວວ່າ ນາຍ Mansoor ບໍ່ຍອມ ຮັບເອົາສັນຕິພາບ ໃນອັຟການິສຖານ

Your browser doesn’t support HTML5

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ​ກ່າວ​ວ່າ ການ​ເສຍ​ຊີວິດ​ຂອງ ຜູ້ນຳ​ຕາ​ລີ​ບານ Mullah Aktar Mansoor ​ແມ່ນ​ໄດ້​ກຳຈັດ​ຜູ້ນຳ​ຂອງ​ອົງການ ທີ່​ຍັງ​ສືບ​ຕໍ່​ວາງ​ແຜນແລະ​ໂຈມ​ຕີ​ຕໍ່​ທະຫານອາ​ເມຣິກັນ​ແລະກຳລັງ​ປະສົມ.

ພາບສະແດງໃຫ້ເຫັນ ໜັງສືເດີນທາງຂອງປະເທດປາກິສຖານ ແລະ ບັດປະຈຳຕົວ ຂອງ Mullah Akhtar Mansoor ທີ່ປາກົດວ່າ ຜູ້ກ່ຽວຖືຕິດໂຕໄປນຳ. ນາຍ Mansoor ຖືກຂ້າຕາຍໃນການໂຈມຕີທາງອາກາດໂດຍເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ໃນວັນສຸກຜ່ານມາ ຢູ່ໃກ້ໆ ກັບເຂດຊາຍແດນປາກິສຖານ ຕິດກັບອັຟການິສຖານ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ໃນ​ວັນ​ຈັນ​ມື້ນີ້ ​ໃນ​ຖະ​ແຫລ​ງຂ່າວ​ທີ່​ໃຫ້ການ​ຢືນຢັນ ກ່ຽວ​ກັບ​ການ​ສັງຫານ Mullah Mansoor ວ່າ ຜູ້ນຳ​ຕາ​ລີ​ບານ​ໄດ້​ປະຕິ​ເສດ ຕໍ່ ການ​ດຳ​ເນີນ​ຄວາມ​ພະຍາຍາມ ​ຂອງ​ລັດຖະບານ​ອັຟກາ​ນິສຖານ ທີ່​ໄດ້​ດຳ​ເນີນ​ການຢ່າງ​ຈິງ​ຈັງ​ໃນ​ການ​ເຈລະ ຈາ​ສັນຕິພາບ​ແລະ​ຍຸຕິ​ຄວາມ​ຮຸນ​ແຮງ ທີ່​ໄດ້ເອົາ​ຊີ ວິດ​ນັບ​ບໍ່​ຖ້ວນ ຂອງ​ພວກ​ຜູ້​ຊາຍ ​ແມ່ຍິງ ​ແລະເດັກນ້ອຍ​ອັຟກາ​ນິສຖານ. ທ່ານ ​ໂອ​ບາ​ມາ ຮຽກຮ້ອງ​ໃຫ້​ກຸ່ມ​ຕາ​ລີ​ບານ ​ເຂົ້າ ຮ່ວມ​ກັບລັດຖະບານອັຟກາ​ນິສຖານ ​ໃນ​ຂັ້ນຕອນ​ການສ້າງ​ຄວາມ​ປອງ​ດອງ​ຊາດ ທີ່​ຈະ​ນຳ​ໄປ​ສູ່​ການ​ມີ​ສັນຕິພາບ​ແລະ ສະຖຽນ​ລະ​ພາບ​ທີ່​ຍືນ​ຍົງ.

ປ. ບາຣັກ ໂອບາມາ ຖະແຫຼງ ກ່ຽວກັບການເສຍຊີວິດ ຂອງ Mullah Mansoor

Your browser doesn’t support HTML5

Obama: Mansoor Rejected Peace Efforts in Afghanistan

ຜູ້ນຳ​ສະຫະລັດ ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ນຶ່ງ​ມື້ຫລັງ​ຈາກ​ໜ່ວຍ​ສືບ​ລັບ​ອັຟກາ​ນິສຖານ​ ໃຫ້ ການ​ຢືນຢັນ​ວ່າ Mullah Mansoor ​ໄດ້​ຖືກ​ຂ້າຕາຍ ໃນ​ການ​ໂຈມ​ຕີ​ທາງອາກາດ​ຂອງ ສະຫະລັດຢູ່​ປາ​ກິ​ສຖານ​ໃກ້ໆ​ກັບ​ຊາຍ​ແດນ​ອັຟກາ​ນິສຖານ​ນັ້ນ.

ປາ​ກິ​ສຖານ​ກ່າວ​ວ່າ ຕົນ​ໄດ້​ຮັບ​ແຈ້ງ​ຈາກ​ສະຫະລັດ ຫລັງ​ຈາກການ​ໂຈມ​ຕີ​ຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ ​ແຕ່​ກໍ​ໄດ້​ປະນາມ​ສະຫະລັດ​ທີ່​ໄດ້​ລ່ວງ​ລະ​ເມີດ​ຕໍ່​ອະທິປະ​ໄຕ ຂອງ​ຕົນ. ອິສລາມາ​ບັດ​ຍັງ​ບໍ່​ທັນ​ໃຫ້ການ​ຢືນຢັນ​ເທື່ອ​ວ່າ Mullah Mansoor ​ໄດ້​ຖືກ​ຂ້າ​ຕາຍ.

ຊົມວີດີໂອ ສະຖານທີ່ ການໂຈມຕີທາງອາກາດ

Your browser doesn’t support HTML5

Video from Scene of Drone Strike, May 21, 2016

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Your browser doesn’t support HTML5

Afghan Intelligence: Afghan Taliban Leader Killed in US Drone Strike