ສຫລ ຊ່ວຍປັບປຸງ ທັກສະ ໃນການເຮັດວຽກ ຢູ່ເຂດລຸ່ມແມ່ນໍ້າຂອງ

ອົງການພັດທະນາສາກົນ ຂອງສະຫະລັດ ຫລື USAID ປະກາດ ຄູ່ຮ່ວມພັດທະນາໃໝ່ ຈຳນວນ 12 ມະຫາວິທະຍາໄລ ແລະສະຖາບັນອາຊີວະສຶກສາ ທີ່ມີຊື່ສຽງ ໃນເຂດລຸ່ມແມ່ນ້ຳຂອງ.

ອົງການ​ພັດທະນາ​ສາກົນຂອງສະຫະລັດ​ ຫຼື USAID ​ໄດ້​ປະ​ກາດ​ຄູ່​ຮ່ວມ​ພັດທະນາ​ໃໝ່​ ຈຳ​ນວນ 12 ມະຫາວິທະຍາ​ໄລ​ແລະ​ສະ​ຖາ​ບັນ​ອາຊີວະ​ສຶກສາ ທີ່​ມີ​ຊື່​ສຽງ​ໃນ​ຂົງ​ເຂດລຸ່ມ​ ແມ່​ນໍ້າ​ຂອງ​ເພື່ອ​ໃຫ້​ນັກ​ສຶກສາ​ໄດ້​ຮັບ​ການ​ຝຶກ​ຝົນ​ທັກ​ສະທີ່​ຈຳ​ເປັນໃນ​ການ​ເຮັດ​ວຽກ.

ບັນດາ​ສະ​ຖາ​ບັນ ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ ໃນ​ການ​ແຂ່ງຂັນ​ເຂົ້າ​ຮ່ວມ​ໂຄງການ ເຊື່ອມ​ຕໍ່​ ແມ່​ນໍ້າຂອງ​ຜ່ານ​ການ​ສື​ກສາ​ແລະ​ຝຶກ​ອົບຮົມຫຼື USAID COMET ຈະ​ສ້າງ​ເຄື່ອຂ່າຍ​ຂອງ​ ສູນຮຽນ​ຮູ້​ແມ່​ນໍ້າຂອງ ໃນ​ສະ​ຖາ​ບັນ​ຂອງ​ພວກ​ເຂົາ​ເຈົ້າ. ສະ​ຖາ​ບັນ​ແລະ​ມະຫາວິທະຍາ​ໄລ​ເຫຼົ່ານີ້​ແມ່ນ​ປະກອບ​ດ້ວຍ.

ມະຫາວິທະຍາ​ໄລເຕັກ​ໂນ​ໂລ​ຈີ Yatanarpon Cyber ​ໃນມຽນມາ. ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຈີກຳ​ປູເຈຍ.
ມະຫາ​ວິທະຍະ​ໄລ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ ​ໃນກຳປູ​ເຈຍ.
ມະຫາວິທະຍາ​ໄລແຫ່ງ​ຊາດ​ ສປປ ລາວ.
ສະ​ຖາ​ບັນ​ທ່ອງ​ທ່ຽວ ​ແລະໂຮ​ງ​ແຮມ​ແຫ່ງ​ຊາດ ຂອງ ສປປ ລາວ.
ມະຫາວິທະຍາ​ໄລມະ​ທີ​ດົນ ຂອງ​ໄທ.
ວິທະຍາ​ໄລເຕັກນິກມາບ​ຕະພຸດ ​ຂອງ​ໄທ.
ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຈີ ​ແລະ​ການ​ສຶກສາ​ໂຮ​ຈີ​ມິນ ຂອງຫວຽດນາມ.
ມະຫາວິທະຍາ​ໄລ​ເສດຖະສາດ ​ໃນຫວຽດນາມ.
ມະຫາວິທະຍາ​ໄລ​ດາ​ນັງ ​ໃນຫວຽດນາມ.
ມະຫາວິທະຍາ​ໄລ​ວິທະຍາ​ສາດ ​ແລະ​ເຕັກ​ໂນ​ໂລ​ຈີ​ຮ່າ​ໂນ້ຍ ຂອງຫວຽດນາມ.
ວິທະຍາ​ໄລ​ອຸດສາຫະກຳ​ເຫວ້ ​ໃນຫວຽດນາມ.

“ສະຫະລັດ​ມຸ້ງ​ໝັ້ນ ທີ່​ຈະ​ພັດທະນາ ທ່າ​ແຮງ​ຂອງ​ຊາວ​ໜຸ່ມ ​ໂດຍ​ສະ​ເພາະ​ ແມ່ນ​ແມ່ຍິງ” ທ່ານ​ Todd Sorenson ວ່າທີ່​ຜູ້​ອຳ​ນາວ​ຍການລະດັບ​ພາກ​ພື້​ນຂອງ​ອົງການ USAID ສຳ​ລັບ​ເອ​ເຊຍກ່າວ​ວ່າ “ຊາວ​ໜຸ່ມ​ຈຳ​ເປັນ​ຕ້ອງ​ມີ​ທັກ​ສະ​ຄວາມ​ສາມາດ​ດ້ານ​ວິຊາ​ການ ​ເຊັ່ນ​ດຽວ​ກັນ​ກັບ​ຄວາມສາມາດ​ຂອງ​ການ​ເຮັດ​ວຽກ ​ພ້ອມທັງ​ການ​ເຮັດ​ວຽກ​ເປັນ​ທິມການ​ ສື່ສານ ​ແລະ ​ການ​ປັບ​ຕົວ​ເພື່ອ​ຜົນສຳ​ເລັດ. ວິ​ທີການ​ທີ່ດີ​ສຸດ​ສຳລັບ​ຊາວ​ໜຸ່ມ ທີ່ຈະ​ຮຽນ​ຮູ້​ ທັກ​ສະ​ເຫຼົ່ານີ້ ​ແມ່ນ​ຜ່ານ​ປະສົບ​ການ ​ລົງມື​ເຮັດ​ວຽກ​ຕົວ​ຈິງ​ ກ່ຽວ​ກັບສະຖານະ​ການ​ເຮັດ​ ວຽກ​ທີ່​ແທ້​ຈິງ ​ໂດຍ​ການ​ເຊື່ອ​ມຕໍ່​ກັບ​ຜູ້​ໃຊ້ແຮງ​ງານ​ທີ່​ແທ້​ຈິງ ຄື​ກັນ​ກັບ​ບັນດາ​ຜູ້​ເຂົ້າ​ຮ່ວມ ກັບ​ພວກ​ເຮົາ​ໃນ​ໂຄງການ​ນີ້.”

ອີງ​ຕາມ​ການ​ຂະຫຍາຍ​ຕົວ​ທາງ​ດ້ານ​ອຸດສາຫະກຳ​ໃນ​ຂົງ​ເຂດ​ແມ່​ນໍ້າຂອງ​ຕອນ​ລຸ່ມ ​ແມ່ນ​ມີ​ ຄວາມ​ຕ້ອງການ​ຢ່າງ​ຈະ​ແຈ້ງສຳລັບ​ບັນດິດ​ຜູ້​ທີ່​ຮຽນ​ຈົບ ທີ່​ມີ​ຄວາມ​ຊຳນິ​ຊຳນານ. ອີງ​ຕາມ​ການ​ສຶກສາ​ຂໍ້​ມູນ​ຂອງ​ອົງການ USAID ທີ່​ຜ່ານ​ມາ​ຂອງ​ຜູ້​ໃຊ້​ແຮງ​ງານ​ ໃນ​ບັນດາ​ປະ​ເທດ ແມ່​ນໍ້າຂອງ​ຕອນ​ລຸ່ມ ຫຼາຍ​ກວ່າ 71% ຊີ້​ໃຫ້​ເຫັນ​ວ່າ ​ພວກ​ເຮົາ​ກຳລັງ​ຊອກ​ຫາ ​ທີ່​ຈະ​ຈ້າງ​ ພະນັກງານ​ໃໝ່ ​ເພື່ອ​ຈະ​ຂະຫຍາຍ​ທຸລະ​ກິດ​ຂອງ​ເຂົາ​ເຈົ້າ. ການ​ສຳ​ຫຼວດທາງ​ດ້ານ​ທຸລະ​ກິດ ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ​ພວກ​ເຂົາ​ເຈົ້າ​ເຊື່ອ​ວ່າ 60% ຂອງ​ພະນັກງານ​ຍັງ​ຕ້ອງການ​ ການ​ຝຶກ​ອົບຮົມ​ທັກ​ສະເພື່ອ​ກະກຽມ​ຄວາມ​ພ້ອມ​ໃນ​ການ​ເຮັດ​ວຽກ.

ສ້າງ​ຂຶ້ນ​ ໂດຍ​ໂຄງການ​ເຊື່ອມ​ຕໍ່​ແມ່​ນໍ້າຂອງ ​ຜ່ານ​ການ​ສຶກສາ ​ແລະ​ຝື​ກອົບຮົມ USAID COMET ​ເຄືອຂ່າຍ MekongSkills2Work ​ເຂົ້າ​ສູ່ການ​ຮ່ວມ​ມື​ໂດຍ​ຜ່ານ​ສູນ​ການ​ຮຽນ​ ຮູ້​ແມ່ນໍ້າຂອງ ຢູ່​ໃນ​ມະຫາວິທະຍາ​ໄລ ​ແລະສະ​ຖາ​ບັນ​ການ​ຝຶກ​ອົບຮົມ. ສູນ​ເຫຼົ່າ​ນີ້​ ຈະ​ເຮັດ​ ວຽກ​ຮ່ວມ​ກັບ​ຄູ່​ຮ່ວມ​ງານ​ພາກ​ອຸດສາຫະກຳ​ເຊັ່ນ Cisco, Intel, Google ​ແລະ Micro- soft ​ເຊັ່ນດຽວ​ກັນ​ກັບ​ນາຍ​ຈ້າງ​ອຶ່ນໆ​ໃນ​ທ້ອງ​ຖິ່ນ​ເພື່ອ​ຮັບປະກັນ​ໃຫ້​ບັນດາ​ນັກ​ສຶກສາ​ໄດ້​ ຮັບ​ໂອກາດ​ທີ່​ຈະ​ຮຽນ​ຮູ້​ຈາກ​ຜູ້ນຳ ທີ່​ມີ​ຄວາ​ມຊຳນິ​ຊຳນານ​ໃນ​ຂົງ​ເຂດວຽກ​ງານ​ນີ້.

​ໃນ​ການປະກາດຢູ່​ກອງ​ປະຊຸມ​ສຸດ​ຍອດ​ ຜູ້ນຳ​ຂອງອົງການ USAID COMET ທີ່​ບາງ ກອກ ສະ​ຖາ​ບັນ​ຕ່າງໆ​ທີ່​ມີ​ສູນ​ກາງ​ຮຽນ​ຮູ້​ແມ່​ນໍ້າຂອງ ຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ ​ແລະ​ ຊັບພະຍາກອນ​ກວມ​ເອົາ​ການ​ພັດທະນາ​ກຳລັງ​ແຮງ​ງານ ການ​ຮຽນ ການ​ສອນ ​ແລະ​ເຕັກ ​ໂນ​ໂລ​ຈີ ລວມທັງ​ມາດ​ຕະການ​ໃນ​ການ​ສອນ ​ແລະ ​ອຸປະ ກອນ​ຕ່າງໆ ທີ່​ຈະ​ຊ່ວຍ​ໃຫ້​ຄູ​ ອາຈານດຳເນີນການ​ສອນ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ ກະກຽມ​ນັກຮຽນ​ໃຫ້​ມີ​ຄວາມ​ພ້ອມ ສຳລັບ​ຄວາມ​ຕ້ອງການຂອງຕະ​ຫຼາດ​ແຮງ​ງານ​ໃນ​ອະນາຄົດ.

ຜ່າ​ນການ​ລົງມື​ປະຕິບັດ​ຕົວ​ຈິງ​ພາຍ​ໃນ​ໜຶ່ງ​ປີ ​ໃນ​ສະ​ຖາ​ບັນ​ຂ​ອງພວກ​ເຂົາ​ເຈົ້າ ສູນ​ກາງ​ ຮຽນ​ຮູ້​ແມ່​ນໍ້າຂອງ​ຈະ​ໄດ້​ເຮັດ​ວຽກ​ຕາ​ມຮູບ​ແບບ MekongSkill2Work ​ແລະ​ສ້າງ​ເຄືອ​ ຂ່າຍ​ລະດັບ​ພາກ​ພື້ນ​ຂອງ​ຜູ້ນຳ​ໃນ​ຂົງ​ເຂດ​ວຽກ​ງານ​ວິທະຍາສາດ ​ເຕັກ​ໂນ​ໂລ​ຈີ ວິ​ສະ​ວະ ກຳ ຄະນິດສາດ ການ​ບັນຊີແລະ​ການ​ທ່ອງ​ທ່ຽວ. ບັນດາ​ຄູ​ອາຈານ​ພັດທະນາແລະ​ປະຕິ ບັດ​ວີີ​ທີການ​ຮຽນ​ຮູ້​ໂດຍ​ຜ່ານ​ການ​ສິດສອນ​ຮໍ່​າຮຽນ​ໃນ​ຫ້ອງຮຽນ ​ແລະ​ໃນ​ທົ່ວ​ສະ​ຖາ​ບັນ​ ຂອງ​ພວກເຂົາ​ເຈົ້າ.