ສະຫະລັດ ກ່າວວ່າ ກຳປັ່ນລົບ ຂອງຕົນ ຍິງປືນ ເຕືອນເຮືອໄວ ອີຣ່ານ ທີ່ແລ່ນເຂົ້າມາໃກ້

ກຳປັ່ນລົບ ຕິດລູກສອນໄຟນຳວິຖີ Stout ຂອງສະຫະລັດ ພວມເຂົ້າຈອດ ຢູ່ທີ່ທ່າກຳປັ່ນ Batumi ໃນທະເລດຳ ຂອງຈໍເຈຍ. (14 ກໍລະກົດ 2009)

ກອງທັບ​ເຮືອ​ສະຫະລັດ​ທີ່​ແລ່ນ​ຜ່ານ​ອ່າວ​ເປີ​ເຊຍ​ໄດ້​ຖືກ​ບັງຄັບ​ໃຫ້​ຍິງ​ປືນ​ແລະລູກ​ໄຟຂຶ້ນ ເຕືອນຫຼັງ​ຈາກ​ເຮືອ​ໄວຂອງ​ອີຣ່ານໄດ້​ແລ່ນ​ເຂົ້າມາ​ໃກ້ໆ ອີງ​ຕາມ​ຄຳ​ຖະ​ແຫຼງຂອງ​ທຳນຽບ ຫ້າ​ແຈ.

​ໃນ​ເຫດການ​ທີ່​ເກີດ​ຂຶ້ນ ​ໃນມື້ວັນ​ພຸດ​ຜ່ານມາ​ນີ້ ກຳ​ປັ່ນ​ລາດຕະ​ເວນ Squall ​ໄດ້​ຍິງ​ປືນເຕືອນ 3 ລູກລົງ​ໃສ່​ນ້ຳ​ໃນ​ທິດ​ທາງ​ຂອງ​ເຮືອ​ໄວ​ອີຣ່ານ ທີ່​ພວມ​ແລ່ນ​ເຂົ້າມາ​ໃກ້ໆ​ກຳ​ປັ່ນ​ຂອງ​ສະຫະລັດ​ອີກ​ລຳ​ນຶ່ງ.

ທ່ານ Peter Cook ​ໂຄສົກຂອງທຳນຽບຫ້າ​ແຈ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ວານ ​ນີ້ວ່າ ​ເຮືອ​ໄວ​ຂອງ​ອີ​ຣ່ານ ​ໄດ້​ແລ່ນ​ເຂົ້າມາໃກ້ໆໃນ​ລັດສະໝີ 182 ​ແມັດຫ່າງຈາກກຳ​ປັ່ນ Tempest ​ແລະ​ບໍ່​ໄດ້​ເອົາ​ຫົວຊາ​ຕໍ່ການເຕືອນທາງ​ວິທະຍຸ​ຕິດ​ຕໍ່​ລະຫວ່າງ​ກຳປັ່ນ​ຫາ​ກຳ​ປັ່ນ​ແລະ​ການ​ຍິງ​ລູກ​ໄຟ​ເຕືອນ. ​ແຕ່​ໃນ​ທີ່​ສຸດ​ເຮືອ​ເຫຼົ່ານັ້ນກໍ​ໄດ້​ອ່ວຍ​ໜ້າໜີໄປ.

ທ່ານ Cook ກ່າວ​ວ່າ “ນີ້​ແມ່ນ​ເຫດການ​ທີ່​ພວກ​ລູກ​ເຮືອ​ເຫັນ​ວ່າ​ບໍ່​ມີ​ຄວາມ​ປອດ​ໄພ. ​ເຫດ ການ​ເຫຼົ່ານີ້​ແມ່ນ​ມີ​ຄວາມ​ສ່ຽງ​ໃນ​ການ​ທີ່​ຈະ​ເພີ້ມຄວາມ​ເຄັ່ງ​ຕຶງ ​ແລະພວກ​ເຮົາ​ບໍ່​ປະສົງ​ ທີ່​ຈະ​ເພີ້ມທະວີ​ຄວາມ​ເຄັ່ງ​ຕຶງ​ໃດໆ. ກຳ​ປັ່ນ​ຂອງ​ພວກ​ເຮົາ​ແມ່ນ​ໄດ້​ປະຕິບັດ​ງານ​ຢູ່​ໃນ​ຂົງ​ເຂດ​ດັ່ງກ່າວ​ຂອງ​ໂລກ​ມາ​ໄດ້​ຫຼາຍປີ​ແລ້ວ.”

​ເຮືອ​ໄວ​ຂອງ​ອີຣ່ານ ທີ່​ຮາວີ​ລົບ​ກວນ​ກຳ​ປັ່ນ Tempest ຂອງສະຫະລັດນີ້ ຍັງ​ໄດ້​ແລ່ນ​ຕັດ​ໜ້າ​ກຳປັ່ນ Stout ຂອງ​ສະຫະລັດ 3 ​ເທື່ອດ້ວຍ​ຄວາມ​ໄວ​ສູງ ​ໃນ​ວັນ​ພຸດ​ວານ​ນີ້ ຢູ່​ໃນ​ເຂດ​ນ່ານນ້ຳ​ດຽວ​ກັນ ອີງ​ຕາມ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່​ສະຫະລັດ.

​ເຫດການ​ດັ່ງກ່າວ​ນີ້​ແມ່ນ​ພົວພັນ​ກັບ​ພວກ​ເຮືອ​ໄວ​ຂອງ​ອີຣ່ານ ​ແລະ​ສ່ວນ​ນຶ່ງ​ຂອງກອງ​ທັບ​ເຮືອ​ທີ 5 ສະຫະລັດ ​ໃນ​ໄລຍະ​ເວລາ​ຫລາຍໆ​ມື້. ນອກຈາກ​ກຳ​ປັ່ນ​ລາດຕະ​ເວນ Squall ​ແລະ Tempest ​ແລ້ວ​ ກຳ​ປັ່ນ​ລົບ​ອີກ 2 ລຳ​ຂອງ​ສະຫະລັດຄື​ກຳ​ປັ່ນ Nitze ​ແລະ Stout ກໍ​ມີ​ສ່ວນຳ​ພົວພັນ​ນຳເຊັ່ນ​ດຽວ​ກັນ.

ທ່ານ William Urban ​ໂຄສົກ​ກອງທັບ​ເຮືອ​ທີ 5 ຂອງ​ສະຫະລັດ ກ່າວ​ວ່າ ເຮືອ​ໄວ​ຂອງ ອີຣ່ານທີ່​ແລ່ນ​ສົ່ງ​ສຽງ​ລົບ​ກວນ​ກຳ​ປັ່ນ Nitze ນັ້ນ​ແມ່ນ​ບໍ່​ໄດ້​ເອົາ​ຫົວຊາ​ຕໍ່​ການສົ່ງ​ວິທະຍຸ ​ເປົ່າໝາກຫວີດ​ແລະ​ຍິງ​ລູກ​ໄຟ​ເຕືອນ​ຫຼາຍໆ​ຄັ້ງ. ທ່ານ​ກ່າວ​ເຖິງ ການ​ກະທຳ​ຂອງ​ອີຣ່ານ ວ່າ “ບໍ່​ປອດ​ໄພ ແລະ​ບໍ່​ແມ່ນ​ມື​ອາຊີບແລະ​ກໍ​ບໍ່​ແມ່ນ​ການ​ປະຕິບັດ​ຕາມ​ປົກກະຕິ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

US Iran Navy