ສຫລ ແລະ ຣັດເຊຍ ຊຸກຍູ້ ໃຫ້ຊີເຣຍ ຮ່າງລັດຖະທຳມະນູນ ສະບັບໃໝ່ ພາຍໃນເດືອນສິງຫາ

ລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານ Sergei Lavrov (ຂວາ) ແລະລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ເຂົ້າຮ່ວມກອງປະຊຸມຖະແຫຼງຂ່າວ ທີ່ວັງເຄຣັມລິນ. (24 ມີນາ 2016)

ສະຫະລັດ​ແລະຣັດ​ເຊຍຮຽກຮ້ອງ​ໃຫ້​ຮ່າງ​ລັດຖະທຳ​ມະນູນ​ສະ
ບັບ​ໃໝ່ ​ສຳລັບ​ຊີ​ເຣຍ ພາຍ​ໃນ​ເດືອນ​ສິງຫາ​ ປີນີ້. ນອກ​ນັ້ນປະ
​ເທດ​ທັງ​ສອງ​ຍັງ​ໄດ້​ຕົກລົງ​ທີ່​ຈະ​ຊຸກຍູ້​ໃຫ້​ທັງ​ລັດຖະບານ​ຊີ​ເຣຍ
​ແລະ​ພວກ​ຕໍ່ຕ້ານ ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ທັງໝົດ​ໂດຍ
​ສະ​ເພາະ​ແລ້ວແມ່ນ​ພວກ​ທີ່​ມີ​ຄວາມ​ອ່ອນ​ໄຫວ.

ຫຼັງຈາກ​ການ​ພົບ​ປະກັນ​ເປັນ​ເວລາ​ນຶ່ງ​ຊົ່ວ​ໂມງ​ທີ່​ນະຄອນຫຼວງ
ມົສກູ​ ລັດຖະມົນຕີ​ການຕ່າງປະ​ເທດ​ສະຫະລັດ ທ່ານ John
Kerry ​ແລະ​ ປະທານາທິບໍດີ​ຣັດ​ເຊຍ ທ່ານ Vladimir Putin
​ໄດ້​ຕົກລົງ​ກັນ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ສະຫະລັດ​ກັບຣັດ​ເຊຍ
​ເປັນ​ເຄື່ອງມື​ໃນ​ການ​ບັນລຸ​ຄວາມ​ສຳ​ເລັດ​ທີ່​ບໍ່​ຄາດ​ຝັນ​ກ່ຽວ​ກັບ
ການ​ຍຸດຕິ​ຄວາມ​ເປັນ​ປໍ​ລະ​ປັກ ຢູ່​ໃນ​ຊີ​ເຣຍ ທີ່​ພວມ​ປະສົບ​ກັບ​ໄພ​ສົງຄາມ. ທ່ານ Kerry
ກ່າວ​ວ່າ ທ່ານ​ຮູ້​ດີ​ວ່າ ໄດ້​ມີ​ການລະ​ເມີດ​ການ​ຢຸດ​ຍິງແຕ່​ການ​ລ່ວງ​ລະ​ເມີດ​ເຫລົ່ານີ້​ ແມ່ນ
ໄດ້​ຮັບ​ການ​ສັງ​ເກດ​ການ​ເບິ່ງ​ຢ່າງ​ລະມັດລະວັງ.

ທ່ານ Kerry ພວມກ່າວຊີ້ແຈງ ໃນລະຫວ່າງພົບປະກັບ ປ. ຣັດເຊຍ ທ່ານ Vladimir Putin ທີ່ວັງເຄຣັມລິນ.

ທ່ານ Kerry ​ແລະ​ທ່ານ Sergei Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ ໄດ້ຈັດ​
ກອງ​ປະ​ຊຸມ​ຖະ​ແຫຼງຂ່າວ​ໃນ​ຕອນເດິກ​ຂອງ​ຄືນວັນ​ພະຫັດ​ທີ່​ວັງ​ເຄຣັມລິນຫລັງ​ຈາກ​ໄດ້ມີ​
ການ​ເຈລະຈາ​ກັນ​ຢ່າງ​ຍືດຍາວ​ແລະບາງ​ຊ່ວງ​ເວລາ​ຂອງ​ຄວາ​ມຍຸ່​ງຍາກ. ການ​ບໍ່​ລົງ​ຮອຍ
​ກັນຢ່າງ​ຈະ​ແຈ້ງ​ຈຳນວນ​ນຶ່ງ ​ແມ່ນ​ໄດ້​ປາກົດ​ໃຫ້​ເຫັນ ແຕ່​ທັງ​ທ່ານ Kerry ​ແລະ​ທ່ານ La-
vrov ​ໄດ້​ໃຫ້ການຄ້ຳປະກັນ ​ຕໍ່​ພວກ​ນັກ​ຂ່າວ​ວ່າ ວໍ​ຊິງ​ຕັນ​ແລະ​ມົສກູ ແມ່ນ​ມີ​ຄວາມ​ໝາຍ​
ໝັ້ນຕໍ່​ການ​ມີ​ສັນຕິພາບ​ຢ່າງ​ຖາວອນຕື່ມ​ຂຶ້ນ​ຢູ່​ໃນ​ຊີ​ເຣຍ ​ເພື່ອ​ຈະ​ອຳນວຍ​ໃຫ້ ​ມີ​ການຈັດ​
ສົ່ງການ​ຊ່ອຍ​ເຫລືອ​ທາງ​ດ້ານ​ມະນຸດສະທຳ​ເພີ້ມຂຶ້ນ​ ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງກ່າວ ​ແລະລິ​ເລີ້ມການ​ຫັນປ່ຽນ​ທາງ​ດ້ານ​ການ​ເມືອງ​ຢ່າງ​ແທ້​ຈິງ​ຢູ່​ທີ່​ນັ້ນ.

​ເມື່ອ​ມີ​ການ​ຖາມ​ໂດຍ​ນັກ​ຂ່າວ​ສະຫະລັດ​ຄົນ​ນຶ່ງທີ່ຢູ່​ໃນ​ກອງ​ປະຊຸມ​ດັ່ງກ່າວ​ວ່າ ທ່ານຄິດ​
ວ່າ​ອາ​ເມຣິກາ​ແມ່ນ​ພາຄີ​ ໃນ​ການ​ຕໍ່ສູ້​ ກັບ​ພວກ​ກໍ່​ການ​ຮ້າຍ​ ຫລື​ບໍ່ ຫລື​ເປັນພຽງສ່ວນ​ນຶ່ງ​
ຂອງ​ບັນຫາ? ທ່ານ Lavrov ຕອບ​ວ່າ​ ທ່ານ​ເຊື່ອ​ວ່າ ​ສະຫະລັດ​ຊ່ອຍ​ໃນການ​ສ້າງ​ເງື່ອນ​
ໄຂ​ທີ່​ນຳ​ໄປ​ສູ່​ການ​ກໍ່​ການ​ຮ້າຍ​ຢູ່​ໃນ​ອັຟກາ​ນິສຖານ ລີ​ເບຍ ​ແລະເຂດ​ອື່ນໆ ​ໃນ​ພາກ​ຕາ​
ເວັນອອກ​ກາງ. ທ່ານ Lavrov ​ເວົ້າວ່າ ພວກ​ນັກ​ການ​ເມືອງ​ອາ​ເມຣິກາ​ໃນ​ປັດຈຸບັນ​ນີ້ ກໍ​
ເວົ້າ​ແບບ​ດຽວ​ກັນ.

ປ. ຣັດເຊຍ ທ່ານ Vladimir Putin ແລະລັດຖະມົນຕີການຕ່າງປະເທດ (ທີສອງຈາກຂວາ) ພົບປະກັບທ່ານ John Kerry ທີ່ວັງເຄຣັມລິນ

ສຳລັບ​ທ່ານ Kerry ​ແລ້ວ ​ແມ່ນ​ໄດ້​ປະນາມ​ໄລຍະ​ຫ້າ​ປີ​ຂອງ​ການ​ນອງ​ເລືອດ​ທີ່ຄາດ​ຄິດ​ບໍ່
​ເຖິງ ​ຂອງ​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ພັນທະ​ມິດ​ທີ່​ໃກ້ຊິດ​ຂອງຣັດ​
ເຊຍແລະ​ກ່າວ​ວ່າ ​ເວລາ​ນີ້ທ່ານ Putin ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ຖອນ​ກຳລັງ​ບາງ​ສ່ວນ​ຂອງຣັດ
​ເຊຍ​ອອກ​ຈາກ​ປະ​ເທດ​ດັ່ງກ່າວຍ້ອນ​ທ່ານໄດ້​ຊ່ອຍ​ສ້າງຕັ້ງຄືນ​ໃໝ່ ການ​ກຳ​ອຳນາດ​ຂອງ​
ທ່ານ Assad ດ້ວຍ​ການ​ແຊກ​ແຊງ​ຂອງຣັດ​ເຊຍ. ທ່ານ Kerry ກ່າວ​ວ່າ ມັນ​ເປັນ​ເລື້ອງທີ່​
ໜ້າ​ຕິຕຽນທີ່​ອຳນາດ​ການ​ປົກຄອງ​ຊີ​ເຣຍໄດ້​ລັກຂະໂມຍ​ເອົາ​ອຸບປະກອນ​ການ​ແພດອອກ​
ຈາກ​ການ​ຊ່ອຍ​ເຫລືອ​ບັນ​ເທົາທຸກ.

Your browser doesn’t support HTML5

Kerry Putin