ເຈົ້າໜ້າທີ່ ທີ່ນະຄອນຫລວງວໍຊິງຕັນແລະມົສກູ ໃນວັນສຸກວານນີ້ ໄດ້ສະແດງຄວາມປະ ສົງທີ່ຈະຂະຫຍາຍການຢຸດຍິງທີ່ມີມາເປັນເວລານຶ່ງອາທິດຢູ່ໃນຊີເຣຍແລະໃຫ້ການຢືນ ຢັນວ່າ ການຈັດສົ່ງການຊ່ອຍເຫລືອໄປຍັງເຂດຕ່າງໆບໍ່ທັນເລີ້ມຂຶ້ນເທື່ອແຕ່ກໍໄດ້ຕົກລົງກັນໃນເລື້ອງຄວາມວິຕົກກັງວົນຕ່າງໆ ກ່ຽວກັບສະຖານະການທີ່ພວມຊຸດໂຊມ ຢູ່ໃນປະເທດທີ່ປະສົບກັບໄພສົງຄາມດັ່ງກ່າວ.
ລົດບັນທຸກ 40 ຄັນ ທີ່ລຳລຽງເຄື່ອງບັນເທົາທຸກໄປຍັງເມືອງ Aleppo ຍັງຈອດຢູ່ກັບທີ່ຢູ່ດ່ານກວດພາສີແຫ່ງນຶ່ງ ໃນເຂດຊາຍແດນຕິດກັບເທີກີ ແລະສະຫະລັດໄດ້ຖິ້ມໂທດໃສ່ລັດຖະບານຊີເຣຍ ທີ່ບໍ່ອະນຸຍາດ ໃຫ້ຂະບວນລົດຜ່ານ.
ຮູບນີ້ ຊຶ່ງນຳອອກເຜີຍແຜ່ໂດຍ ໜ່ວຍປົກປ້ອງພົນລະເຮືອນ ໝວກເຫລັກຂາວ ສະແດງໃຫ້ເຫັນວ່າ ພວກຜູ້ຊາຍ ຢືນຢູ່ຕາມຊາກຫັກພັງ ຫຼັງຈາກການໂຈມຕີທາງອາກາດ ຕໍ່ພາກຕາເວັນອອກ ຂອງເມືອງ Aleppo ເມື່ອວັນທີ 9 ກັນຍາ ຜ່ານມາ
ທ່ານ John Kirby ໂຄສົກກະຊວງການຕ່າງປະເທດສະຫະລັດ ກ່າວວ່າ “ລົດເຫລົ່ານັ້ນ ຄວນເຂົ້າໄປເຖິງຊີເຣຍແລ້ວແລະການຊ່ອຍເຫລືອຄວນຖືກສົ່ງໄປໂດຍມີຫຼືບໍ່ມີການຈັດແຈງທີ່ມາຈາກເຈນີວາ ມັນແມ່ນລັດຖະບານຊີເຣຍທີ່ຂັດຂວາງບໍ່ໃຫ້ຂະບວນລົດເຄື່ອນຍ້າຍ.”
ເຈົ້າໜ້າທີ່ສະຫະປະຊາຊາດກ່າວວ່າ ເງື່ອນໄຂກໍຄືວ່າສະພາບການຍັງບໍ່ມີຄວາມ ປອດ ໄພພຽງພໍທີ່ຈະຂ້າມເຂົ້າໄປໃນຊີເຣຍ.
ທ່ານ Jens Laerke ໂຄສົກຂອງອົງການມະນຸດສະທຳສະຫະປະຊາຊາດກ່າວວ່າ “ພວກເຮົາຮູ້ວ່າມີຢ່າງໜ້ອຍ 250 ພັນຄົນ ໃນພາກຕາເວັນອອກຂອງເມືອງ Aleppo ຊຶ່ງອາດຈະເປັນຈຳນວນທັງໝົດຕ້ອງການຄວາມຊ່ອຍເຫຼືອບໍ່ໃນຮູບໃດກໍຮູບນຶ່ງ. ພວກເຮົາແມ່ນພ້ອມແລ້ວທີ່ຈະໄປ ຫຼາຍເທົ່າທີ່ເປັນໄປໄດ້ ພວກເຮົາແນ່ ນອນບໍ່ພໍໃຈ ພວກເຮົາຮູ້ດີວ່າ ໝົດທັງໂລກກຳລັງຈັບຕາເບິ່ງຢູ່.”
ຂະບວນລົດບັນທຸກເອກກະຊົນເທີກີ ກຽມທີ່ຈະຂ້າມຊາຍແດນ ເຂົ້າໄປໃນຊີເຣຍ
ທະຫານລັດຖະບານຊີເຣຍໄດ້ຖອນໂຕອອກໄປຈາກເມືອງ Aleppo ແຕ່ຫລັງຈາກນັ້ນກໍຖືກໂຈມຕີດ້ຍປືນໃຫຍ່ຈາກພວກຕໍ່ຕ້ານ ເຮັດໃຫ້ພວກທະຫານເຫລົ່ານັ້ນຕ້ອງໄດ້ກັບຄືນໄປຍັງທີ່ໝັ້ນເກົ່າຂອງພວກເຂົາ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ຣັດເຊຍທີ່ຍັງຖິ້ມໂທດໃສ່ ວໍຊິງຕັນວ່າ ບໍ່ໃຊ້ອິດທິພົນຂອງຕົນ ເພື່ອຄວບຄຸມການລະເມີດຢຸດຍິງ ໂດຍພວກຕໍ່ຕ້ານກຸ່ມຕ່າງໆນັ້ນ.