ສະຫະລັດ ຈະກົດດັນ ບໍ່ໃຫ້ຂາຍອາວຸດ ໃຫ້ແກ່ ຊູດານໃຕ້

ລົດລຳລຽງພົນ ຂອງ ສປຊ ທີ່ໄປຮັບພວກຕົກຄ້າງ ຢູ່ສູນ ຜູ້ປະສົບໄພ ທີ່ນະຄອນຈູບາ. (25 ກໍລະກົດ 2016)

ສະຫະລັດ​ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ຕົນ​ຈະ​ກົດ​ດັນ​ໃຫ້ມີ​ການ​ຫ້າມ​ຂາຍ​ອາວຸດ​ຂອງ​ອົງ ການ​ສະຫະ​ປະຊາ​ຊາດຕໍ່​ພວກ​ທີ່​ຮັບຜິດຊອບ​ໃນ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢູ່ຊູ​ດານ​ໃຕ້ ຊຶ່ງໄດ້​ເພີ້ມທະວີ​ຂຶ້ນລະຫວ່າງ​ພວກ​ຊົນ​ຊາດ​ຊົນ​ເຜົ່າ.

​ທ່ານ​ນາງ Samantha Power ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ປະຈຳ​ອົງການສະຫະ​ປະຊາ​ຊາດ ກ່າວ​ຕໍ່​ສະມາຊິກ​ ຂອງ​ ສະພາ​ຄວາມ​ໝັ້ນຄົງ​ວ່າ “​ໃນ​ໄລຍະ​ສອງ​ສາມມື້ຂ້າງ​ໜ້ານີ້ ສະຫະລັດ​ຈະ​ນຳ​ສະ​ເໜີ ການ​ຫ້າມ​ບໍ່​ໃຫ້​ຂາຍ​ອາວຸດໃຫ້​ແກ່​ຊູ​ດານ​ໃຕ້ ​ແລະ​ໄດ້​ແນ​ເປົ້າໝາຍ​ການ​ລົງ​ໂທດ​ໃສ່​ສ່ວນ​ບຸກຄົນ ທີ່​ໄດ້​ສ້າງຄວາມ​ເສຍ​ຫາ​ຍຮ້າຍ​ແຮງ​ຕໍ່​ການ​ບັນລຸ​ສັນຕິພາບ​ອັນ​ຖາວອນ​ຢູ່​ໃນ​ຊູ​ດານ​ໃຕ້.”

ທ່ານ​ນາງ​ກ່າວ​ຕື່ມ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ ຈະ​ເປັນ​ບາດກ້າວ​ສຳຄັນ​ເພື່ອ​ຊ່ອຍ​ຍຸຕິ​ການ​ກໍ່ຄວາມ​ຮຸນ​ແຮງ​ໂດຍ​ກຳລັງ​ລັດຖະບານ ​ແລະ​ພວກ​ຝ່າຍ​ຄ້ານ​ຕໍ່​ພົນລະ​ເຮືອນ​ ທີ່​ປະ ເທດຊາດໄດ້​ຖືກທຳລາຍ​ຍ້ອນສົງຄາມ ໃນ​ໄລຍະ​ສາມ​ປີ​ທີ່​ຜ່ານ​ມານີ້.

​ເຖິງ​ແມ່ນ​ມີການ​ຫ້າມ​ຂາຍ​ອາວຸດ ກໍຈະ​ບໍ່​ສາມາດ​ຍຸຕິ​ຢ່າງ​ສິ້ນ​ເຊີງ ​ຕໍ່​ການ​ຫລັ່ງ​ໄຫລຂອງ​ອາວຸດ​ໄປ​ຍັງ​ປະ​ເທດ​ດັ່ງກ່າວ​ ຫລື​ກຳຈັດ​ອາວຸດທີ່​ມີ​ຢູ່​ແລ້ວນັ້ນກໍ​ຈິງຢູ່ ທ່ານ​ນາງ Power ກ່າວ​ວ່າ ມັນ​ສາມາດ​ທີ່​ຈະ​ສ້າງ​ຄວາມ​ແຕກ​ຕ່າງ​ໄດ້ໂດຍ​ສະ​ເພາະ ​ໃນ​ການ​ປ້ອງ​ກັນ​ບໍ່​ໃຫ້ ​ມີການ​ໄດ້​ຮັບ​ອາວຸດ​ໜັກ​ ເຮືອບິນ ຫຼືລົດ​ທະຫານ ໃນ​ຈຳນວນ​ເພີ້ມຂຶ້ນ.

ທ່ານ Adama Dieng ທີ່ປຶກສາພິເສດ ຂອງເລຂາທີການໃຫຍ່ ສປຊ ເພື່ອປ້ອງກັນ ບໍ່ໃຫ້ມີການ ຂ້າລ້າງເຊືອຊາດ ຖະແຫຼງຕໍ່ພວກນັກຂ່າວ ທີ່ນະຄອນຈູບາ ປະເທດຊູດານໃຕ້

ຊູ​ດານ​ໃຕ້​ ໄດ້​ກ້າວ​ເຂົ້າສູ່​ບັນຫາ​ຂັດ​ແຍ້​ງ ທາງ​ການ​ເມືອງ ນັບ​ແຕ່​ເດືອນ​ທັນວາ ​ປີ 2013 ​ເປັນຕົ້ນມາທີ່​ໄດ້​ກໍ່​ໃຫ້​ເກີດ​ຄວາມ​ຮຸນ​ແຮງລະຫວ່າງ​ພວກ​ຊົນ​ຊາດ​ຊົນ​ເຜົ່າຊຶ່ງ​ພາ​ໃຫ້​ເສດ ຖະກິດ​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລະ​ອົບ​ພະຍົບຫລົບ​ໄພ​ຫຼາຍໆ​ພັນ​ຄົນແລະ​ໄດ້​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ທາງ​ດ້ານມະນຸດສະທຳທີ່​ເຊື່ອ​ວ່າມີ​ປະຊາຊົນ​ເກືອບ 5 ລ້ານ​ຄົນ​ຂາດ​ແຄນ​ອາຫານ​ການ​ກິນ​ຢ່າງ​ໜັກ.

​ແຕ່​ການ​ທີ່​ຈະ​ຊັກ​ຊວນ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ເຫັນ​ພ້ອມ​ກ່ຽວ​ກັບ​ການ​ຫ້າມ​ຂາຍອາວຸດ​ແລະ​ແນ​ເປົ້າໝາຍ​ການ​ລົງ​ໂທດ​ນັ້ນ ອາດ​ຈະ​ປະສົບ​ ກັບ​ຄວາມ​ຫຍຸ້ງຍາກ. ​ເວລາ​ຄວາມ ຄິດກ່ຽວ​ກັບ​ການ​ຫ້າມ​ຂາຍ​ອາວຸດ ໄດ້​ຖືກ​ຍົກ​ຂຶ້ນມາ​ໂອ້​ລົມ​ກັນ ​ເທື່ອ​ທຳ​ອິດ ​ເມື່ອ​ຫຼາຍໆ​ເດືອນ​ກ່ອນ ສະມາຊິກ​ບາງ​ປະ​ເທດ​ ຂອງ​ສະພາ​ຄວາມ​ໝັ້ນຄົງ​ ໄດ້​ສະ​ແດງ​ຄວາມ​ລັງ​ເລ​ໃຈ​ຍ້ອນ​ຢ້ານ​ວ່າ​ ມາດ​ຕະການ​ດັ່ງກ່າວ​ ແມ່ນ​ຍາກ​ທີ່​ຈະ​ບັງຄັບ​ໃຊ້​ໄດ້ ​ແລະ​ນັ້ນ ຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ລັດຖະບານ​ຈູ​ບາ ​ແລະ​ເປັນ​ການ​ສະໜັບສະໜຸນ​ຝ່າຍ​ຄ້ານ​ໄປ​ໃນ​ຕົວ.

ຣັດ​ເຊຍ ​ແມ່ນ​ນຶ່ງ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ບໍ່​ຍອມ​ທີ່​ຈະ​ອ່ອນ​ທ່າ​ທີ​ຂອງ​ຕົນ​ລົງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ