ລາຍໄດ້ຕໍ່ຄອບຄົວໃນ ສະຫະລັດ ຂະຫຍາຍ ຕົວຂຶ້ນໃນປີ 2015

ບັນດາລູກຄ້າທັງຫຼາຍທີ່ຮ້ານຂາຍເຄື່ອງ Walmart ໃນເມືອງ Bentonville, ລັດ Arkansas ພາກັນຊື້ເຄື່ອງຂອງມື້ສຸດ ທ້າຍໃນຍາມພັກ. 27 ພະຈິກ, 2014.

ຂໍ້ມູນການສຳຫຼວດຈຳນວນປະຊາກອນສະບັບໃໝ່ຂອງ ສະຫະລັດ ໄດ້ສະແດງໃຫ້ເຫັນ ລາຍໄດ້ສຳລັບຄອບຄົວປະຊາຊົນ ອາເມຣິກັນ ເພີ່ມຂຶ້ນຫຼາຍກວ່າ 5 ເປີເຊັນໃນປີ 2015 ທີ່ຜ່ານມາ, ​ເຊິ່ງເປັນການສົ່ງສັນ ຍານໃນສິ່ງທີ່ບັນດາວິເຄາະກຳລັງຍົກຍ້ອງວ່າ ​ເປັນ​ຈຸດ​ຕ່າວ​ປີ້ນໃນການຟື້ນ​ຕົວ​ຄືນ ຈາກພາວະເສດຖະກິດຕົກຕ່ຳໂລກ ທີ່ໄດ້ເລີ່ມຂຶ້ນ ໃນປີ 2007.

ຂໍ້ມູນດັ່ງກ່າວ ​ເຊິ່ງໄດ້ຖືກເປີດເຜີຍໃນວັນອັງຄານວານນີ້, ສະແດງໃຫ້ເຫັນການເພີ່ມຂຶ້ນ 5.2 ເປີເຊັນໃນທົ່ວທຸກພາກພື້ນຂອງປະເທດ ແລະ ທຸກກຸ່ມອາຍຸຄົນ, ເປັນການສິ້ນສຸດ ຂອງລາຍໄດ້ຊົບເຊົາ ທີ່ມີມາ 8 ປີ. ນອກ​ນັ້ນມັນຍັງໄດ້ສະແດງໃຫ້ເຫັນວ່າ ລະດັບຄວາມ ທຸກຍາກໃນປະເທດໄດ້ຫຼຸດລົງ 1.2 ເປີເຊັນ, ເຊິ່ງຫຼຸດລົງ 3 ລ້ານ 5 ​ແສນຄົນ ​ເປັນປະມານ 8 ເປີເຊັນ. ເປັນການຫຼຸດລົງຫຼາຍທີ່ສຸດພາຍໃນ 1 ປີໃນຮອບເກືອບເຄິ່ງສັດຕະວັດ.

ມີປະຊາຊົນ ອາເມຣິກັນ 43 ລ້ານຄົນ ໄດ້ຖືກລະບຸວ່າ ດຳລົງ​ຊີວິດຢູ່ໃນຄວາມທຸກຍາກ ໃນປີ 2015, ເຊິ່ງຫຼຸດລົງ 3 ລ້ານ 5 ​ແສນຄົນຈາກປີ 2014. ພ້ອມກັນນັ້ນ, ຈຳນວນປະຊາ ຊົນ ອາເມຣິກັນ ທີ່ບໍ່ມີປະກັນສຸຂະພາບກໍໄດ້ສືບຕໍ່ຫຼຸດລົງໃນແຕ່ລະປີ, ຄືຫຼຸດລົງ 1.3 ເປີ ເຊັນ ຈາກຈຳນວນກາຍ 9 ເປີເຊັນໜ້ອຍໜຶ່ງ.

ເຖິງແມ່ນວ່າຈະໄດ້ບັນລຸຜົນຢ່າງຫຼວງຫຼາຍ, ຂໍ້ມູນໄດ້ສະແດງໃຫ້ເຫັນວ່າ ລາຍໄດ້ປານ ກາງຍັງຄົງຢູ່ທີ່ 1.6 ເປີເຊັນຕ່ຳກວ່າປີ 2007, ເຊິ່ງແມ່ນປີທີ່ການຫວ່າງ​ງານໃນ ສະຫະລັດ ໄດ້ເລີ່ມສູງຂຶ້ນແລະ ຕະຫຼາດ ຊື້ຂາຍເຮືອນໄດ້ດິ່ງຕ່ຳລົງ. ວິກິດການດັ່ງກ່າວໄດ້ສ້າງພາວະ ເສດຖະ ກິດຕົກຕ່ຳຄັ້ງໃຫຍ່ໃນປີ 2008, ​ເຊິ່ງໄດ້ປ່ຽນແປງຕະຫຼາດຕ່າງໆໃນ ຢູໂຣບ ແລະ ເອເຊຍ ແລະ ໄດ້ກະຕຸ້ນໃຫ້ມີການສູນເສຍວຽກງານຢ່າງຫຼວງຫຼາຍ ພ້ອມກັບການຕັດການ​ໃຊ້​ຈ່າຍຕ່າໆຂອງລັດຖະບານໃນ ສະຫະລັດ ແລະ ຕ່າງປະເທດລົງ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ