ອີຣ່ານ ຕ້ອງພິສູດວ່າ ຕົນເປັນບ່ອນ ທີ່ປອດໄພ ໃນການເຮັດທຸລະກິດ

ປະທານາທິບໍດີ ບາຣັກ ໂອບາມາ ພ້ອມດ້ວຍ ລັດຖະມົນຕີ ການຕ່າງປະເທດ John Kerry (ຊ້າຍ) ຮອງປະທານາທິບໍດີ Joe Biden ແລະທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານນາງ Susan Rice ພວມຖະແຫຼງ ໃນລະຫວ່າງ ກອງປະຊຸມກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອບ​າມາ ກ່າວ​ວ່າ ​ເຕຫະຣ່ານ ຕ້ອງ​ໄດ້ດຳ​ເນີນ ການ​ເພີ້ມຕື່ມ​ເພື່ອ​ພິສູ​ດ​ໃຫ້​ບໍລິສັດ​ຕ່າງໆ​ໃນ​ໂລກ​ເຫັນ​ວ່າອີຣ່ານ​ເປັນ​ສະຖານ​ທີ່​ປອດ​ໄພ ທີ່ຈະ​ເຮັດ​ທຸລະ​ກິດ.

​ໃນ​ຕອນ​ປິດ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ດ້ານ​ນິວ​ເຄລຍທີ່​ນະຄອນຫຼວງ ວໍຊິງ​ຕັນ​ ໃນ​ວັນ​ສຸກ​ວາ​ນນີ້ ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ມາ​ຮອດເວລາ​ນີ້ ອີຣ່ານ ແມ່ນ​ຍັງ​ປະຕິບັດ​ຕາມ​ເງື່ອນ​ໄຂ​ຂອງ​ຂໍ້​ຕົກລົງ​ນິວ​ເຄລຍ ກັບ​ຫົກ​ປະ​ເທດມະຫາ​ອຳນາດ ຂອງໂລກ​ຢູ່ ​ແຕ່​ການ​ກະທຳ​ແບບ​ທ້າ​ທາຍ​ຂອງ​ອີ​ຣ່ານ ອາດ​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້​ແກ່ ບັນດາ​ທຸລະ​ກິດຕ່າງໆ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ ​ເວລາ​ພວກ​ເຂົາ​ເຈົ້າຍິງ​ລູກ​ສອນ​ໄຟ​ຂີປະ​ນາ​ວຸດ ດ້ວຍ​ຄຳ​ຂວັນ ທີ່ຮຽກຮ້ອງ​ໃຫ້​ທຳລາຍ​ອິສຣາ​ແອ​ລນັ້ນ ​ໄດ້​ສ້າງ​ຄວາມ​ກັງວົນ​ໃຈ​ໃຫ້​ແກ່ທຸລະ​ກິດ.

ພວກຜູ້ນຳ​ອີຣ່ານ​ໄດ້​ພາກັນ​ຈົ່ມ​ວ່າ ​ເຂົາ​ເຈົ້າຍັງ​ບໍ່​ທັນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃດໆ ໃນດ້ານ ເສດຖະກິດ​ເທື່ອ ທີ່​ພວກ​ເຂົາ​ເຈົ້າຄາດ​ວ່າ​ຈະ​ໄດ້​ຮັບ ​ເວລາ​ການ​ລົງ​ໂທດ​ຈຳນວນ​ນຶ່ງ​ໄດ້ ຖືກຍົກ​ເລີກເພື່ອ​ເປັນ​ການ​ແລກປ່ຽນ​ກັບ​ການ​ຫຼຸດຜ່ອນກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ​ ອີຣ່ານ.

Your browser doesn’t support HTML5

Obama Meets with P5 +1 Leaders

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ລັດຖະມົນຕີ​ກະຊວງ​ການ​ເງິ​ນຂອງ​ສະຫະລັດຈະ​ເຮັດ ວຽກ​ຮ່ວມ​ກັບ​ບັນດາ​ລັດຖະມົນຕີ​ການ​ເງິນ​ ຂອງ​ຫ້າ​ປະ​ເທດ ທີ່​ລົງ​ນາມ​ ໃນຂໍ້​ຕົກລົງ​ນິວ ເຄລຍ ​ເພື່ອ​ໃຫ້​ເປັນ​ທີ່​ຈະ​ແຈ້ງວ່າ ການ​ຕົກລົງ​ດ້ານ​ການ​ເງິນ​ແບບ​ໃດ​ກັບ​ອີຣ່ານ ຈຶ່ງ​ຈະ ໄດ້ຮັບ​ອະນຸຍາດ​ພາຍ​ໃຕ້​ຂໍ້​ຕົກລົງ​ສະບັບ​ນີ້.

ຂະນະ​ດຽວ​ກັນ ບັນດາ​ສະມາຊິກ​ສະພາ​ສັງກັດ​ພັກຣີພັບ​ບລີ​ກັນຕ່າງ​ກໍ​ມີ​ຄວາມ​ວິຕົກ​ກັງ ວົນ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ທີ່​ວ່າລັດຖະບານ​ທ່ານ​ໂອ​ບາ​ມາ​ກຳລັງ​ພິຈາລະນາທີ່​ຈະຜ່ອນ ຜັນການ​ຈຳກັດ​ຮັດ​ແຄບ​ດ້ານ​ການ​ເງິນ​ຕໍ່​ອີຣ່ານ.

ອົງການ​ຂ່າວ​ເອພີ​ ແລະ​ໜັງສືພິມ Wall Street Journal ລາຍ​ງານ​ໃນ​ອາທິດນີ້ວ່າ ກະ ຊວງການ​ເງິນ ​ອາດ​ຈະ​ອອກ​ໃບ​ອະນຸຍາດ ​ໃຫ້​ທະນາຄານ​ຕ່າງໆ ທີ່ຢູ່​ນອກປະ​ເທດ ໃຊ້ ເງິນໂດ​ລາ​ເວລາໂອນ​ເງິນ​ໃນ​ການ​ເຮັດ​ທຸລະ​ກິດລະຫວ່າງ​ອີຣ່ານ​ແລະ​ບໍລິສັດ​ຕ່າງໆ​ທີ່​ບໍ່ ແມ່ນ​ຂອງ​ສະຫະລັດ.

ອີຣ່ານຍັງ​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ເຖິງ​ລະບົບ​ການ​ເງິນ​ຂອງ​ສະຫະລັດ ​ແຕ່​ຕ້ອງການຢາກ​ຊື້ ຂາຍ​ເປັນ​ເງິນ​ໂດ​ລາ ​ແທນ​ທີ່​ຈະ​ໃຊ້​ເງິນ​ໃນ​ສະກຸນ​ຕ່າງໆ​ທີ່​ອ່ອນ​ແອກ​ວ່າ​ນັ້ນ.

Your browser doesn’t support HTML5

US Iran Santions