ຣັດເຊຍ ໄດ້ປະຕິເສດອີກຄັ້ງນຶ່ງ ຕໍ່ການວີໂຕຂອງສະພາຄວາມໝັ້ນຄົງອົງການ
ສະຫະປະຊາຊາດ ໃນວັນພຸດວານນີ້ ເພື່ອປົກປ້ອງທ່ານ Bashar al-Assad ຜູ້ນຳຜະເດັດການທີ່ປົກຄອງຊີເຣຍ ທີ່ນາໆຊາດພາກັນຕຳນິຕິຕຽນຍ້ອນການ
ໂຈມຕີທີ່ຮ້າຍແຮງອາວຸດເຄມີ.
ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ
Nikki Haley ເວົ້າວ່າ “ດ້ວຍການອອກສຽງຢັບຢັ້ງ ຣັດເຊຍໄດ້ກ່າວປະຕິເສດ ຕໍ່ການຮັບຜິດຊອບ, ກ່າວປະຕິເສດຕໍ່ການຮ່ວມມື ໃນການສືບສວນສອບສວນ
ທີ່ເປັນອິດສະຫຼະ ຂອງອົງການສະຫະປະຊາຊາດ ແລະຣັດເຊຍໄດ້ປະຕິເສດ ຕໍ່ມະຕິການແກ້ໄຂບັນຫາ ທີ່ຈະສົ່ງເສີມສັນຕິພາບໃນຊີເຣຍ,” ຊຶ່ງທ່ານນາງໄດ້
ບອກສະພາຄວາມໝັ້ນຄົງວ່າ “ຣັດເຊຍ ອີກຄັ້ງນຶ່ງເລືອກທີ່ຈະເຂົ້າຂ້າງທ່ານ
Assad,” ຊຶ່ງທ່ານນາງໝາຍເຖິງປະທານາທິບໍດີ Bashar al-Assad ນັ້ນ.
ເອກອັກຄະລັດຖະທູດສະຫະລັດ ປະຈຳອົງການສະຫະປະຊາຊາດ ທ່ານນາງ Nikki Haley ກ່າວຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ກ່ຽວກັບ ຊີເຣຍ ໃນອົງການສະຫະປະຊາຊາດໃນ New York, 12 ເມສາ, 2017.
ໃນການລົງຄະແນນສຽງ 10 ສຽງທີ່ສະໜັບສະໜຸນ ແລະ 2 ສຽງຄັດຄ້ານ ແມ່ນ
Moscow ໄດ້ກີດກັນມາດຕະການທີ່ອອກໂດຍອັງກິດ ຝຣັ່ງ ແລະສະຫະລັດ.
ສ່ວນ ຈີນ ຊ່ຶງບໍ່ຄ່ອຍເຫັນແຍກໂຕອອກຈາກຣັດເຊຍນັ້ນ ບໍ່ອອກສຽງ ໃນຂະນະ
ທີ່ສະມາຊິກບໍ່ຖາວອນ ເຊັ່ນ Bolivia ໄດ້ອອກສຽງ ບໍ່ເຫັນດີ ແລະ Ethiopia
ກັບ Kazakhstan ແມ່ນເຂົ້າຮ່ວມກັບຈີນ ໃນການບໍ່ອອກສຽງ.
ປະທານາທິບໍດີ Donald Trump ກ່າວກ່ຽວກັບ ການສົ່ງລູກສອນໄຟ ໃສ່ຄ້າຍທະຫານອາກາດ ໃນ Mar-a-Lago ທີ່ສະຖານທີ່ West Palm Beach, Fla., 6 ເມສາ, 2017.
ຮ່າງຍະຕິດັ່ງກ່າວແມ່ນເພື່ອຫາທາງຕຳນິຕິຕຽນ ການໂຈມຕີດ້ວຍແກ໊ສ ແລະຈັດໃຫ້
ມີການສືບສວນສອບສວນທີ່ເຂັ້ມແຂງຂຶ້ນ ຕໍ່ການໂຈມຕີນັ້ນ. ກ່ອນໜ້ານີ້ ຮ່າງຍະຕິ
ທີ່ຄ້າຍຄືກັນ ໄດ້ຮັບຄວາມລົ້ມແຫຼວໃນວັນພະຫັດສັປດາແລ້ວນີ້.
ທ່ານນາງ Haley ກ່າວວ່າ “ຖ້າຫາກວ່າລະບອບການປົກຄອງທີ່ວ່ານີ້ ບໍລິສຸດ ຕາມທີ່
ຣັດເຊຍ ໄດ້ອ້າງໄປນັ້ນ ຍະຕິນີ້ ກໍຈະຜູກມັດພວກເຂົາ. ຖ້າຣັດເຊຍບໍ່ປະຕິບັດຕາມ ຣັດເຊຍກໍຈະສືບຕໍ່ຢູ່ໂດດດ່ຽວຕໍ່ໄປ.”
ຮອງເອກອັກຄະລັດຖະທູດ ຣັດເຊຍ ປະຈຳອົງການສະຫະປະຊາຊາດ ທ່ານ Vladimir Safronkov, ຂຶ້ນກ່າວໃນກອງປະຊຸມ ກ່ຽວກັບຊີເຣຍ, 7 ເມສາ, 2017 ທີ່ຫ້ອງການອົງການສະຫະປະຊາຊາດ.
ທ່ານນາງ Haley ໄດ້ເຕືອນລະບອບຜະເດັດການຂອງທ່ານ Assad ໃນນະຄອນ
Damascus ວ່າ “ສະຫະລັດ ຈະສິ້ງຊອມເບິ່ງບົດບາດຂອງທ່ານຢ່າງໃກ້ຊິດຊອມ
ເບິ່ງມື້ທີ່ຄວາມໂອຫັງຂອງທ່ານ ແລະການບໍ່ເອົາຫົວຊາຕໍ່ຄວາມມີມະນຸດສະທຳ
ຈະໝົດລົງ. ຂ້າພະເຈົ້າຂໍແນະນຳວ່າ ໃຫ້ທ່ານເບິ່ງການລົງຄະແນນສຽງນີ້ຢ່າງ
ລະມັດລະວັງ ແລະຄວນປະຕິບັດຕາມຄຳເຕືອນນີ້.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ທູດພິເສດຂອງອົງການສະຫະປະຊາຊາດ ກ່ຽວກັບຊີເຣຍ, ທ່ານ Staffan de Mistura, ກ່າວຕໍ່ພວກນັກນ່າວທີ່ Vatican, 29 ກັນຍາ, 2016.