ສຫລ ຢູໂຣບ ຮຽກຮ້ອງໃຫ້ ສປຊ ເຄື່ອນໄຫວ ຕໍ່ການ ທົດລອງ ລູກສອນໄຟ ຂອງ ອີຣ່ານ

ພາບນີ້ໄດ້ຖືກເປີດເຜີຍໂດຍເວັບໄຊທ໌ ຢ່າງເປັນທາງການ ຂອງ ກະຊວງປ້ອງກັນປະເທດ ອີຣ່ານ ວັນທີ 11 ຕຸລາ 2015, ອ້າງໃຫ້ເຫັນ ການຍິງຂີປະນາວຸດ ໄລຍະໄກ Emad ໃນ ສະຖານທີ່ໆບໍ່ເປີດເຜີຍ.

ສະຫະລັດ, ອັງກິດ, ຝຣັ່ງ ​ແລະ ​ເຢຍຣະ​ມັນ ​ໄດ້​ຮຽກ​ຮ້ອງຕໍ່ຄະນະ ກຳມະການລົງໂທດ ອີຣ່ານ ຂອງສະຫະ​ປະຊາ​ຊາດ​ ໃຫ້​ມີເຄື່ອນ​ໄຫວ​ກ່ຽວ​ກັບການ​ທົດ​ລອງລູກສອນໄຟ​ຂີ​ປະ​ນາ​ວຸດ, ​ທີ່​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ​ໄດ້​ລະ​ເມີດ​ມະຕິ​ຂອງ​ອົງການ​ສະຫະ​ປະຊາ​ຊາດ.

4 ປະ​ເທດ​ດັ່ງ​ກ່າວ​ນັ້ນ, ທັງ​ໝົດ​ແມ່ນ​ສະມະ​ຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ, ​ໄດ້​ສົ່ງ​ຈົດໝາຍ ​ຫາ​ຄະນະ​ກຳມະ ການລົງ​ໂທ​ດ ​ໂດຍ​ກ່າວ​ວ່າ ການ​ຍິງລູກສອນໄຟ​ຂີ​ປະ​ນາ​ວຸດ​ແມ່ນ​ການ​ລະ​ເມີດ​ທີ່​ຮ້າຍ​ແຮງ ​ແລະ ຂໍ​ໃຫ້​ຄະນະ​ກຳມະການດຳ​ເນີນ​ “ການ​ເຄື່ອນ​ໄຫວ​ຢ່າງ​ເໝາະ​ສົມ.”

ທູດ​ຂອງ​ປະ​ເທດ ອັງ​ກິດ ທ່ານ Matthew Rycroft ​ໄດ້​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ໃດໆກໍ ຕາມ ແມ່ນຈະ​ອີງ​ຕາມທັດສະນະ​ຂອງຜູ້​ຊ່ຽວຊານ​ດ້ານເທັກ​ນິກ ກ່ຽວກັບ ການຍິງດັ່ງກ່າວໂດຍເວົ້າ ວ່າ “​ມັນ​ມີ​ຄວາມກະ​ຈ່າງ​ແຈ້ງ​ໃນ​ທັດສະ​ນະ​ຂອງ​ພວກ​ເຮົາ​ວ່າ ມັນແມ່ນ​ການລະ​ເມີດ​ມະຕິ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ຫຼາຍ​ປະການ, ​ເຊິ່ງຍັງ​ມີ​ຜົນ​ບັງຄັບ​ໃຊ້​ຢູ່​ ຫຼັງ​ຈາກຂໍ້​ຕົກ ລົງ​ນິວ​ເຄລຍ ອີຣ່ານ. ມັນ​ມີ​ຄວາມ​ສຳຄັນ​ຫຼາຍ​ທີ່​ຄະນະ​ກຳມະ ການ​ລົງ​ໂທດ​ຈະພິຈາລະນາ​ຢ່າງຮອບ​ຄອບ ​ແລະ ລາຍ​ງານ​ມາ​ຄືນ​ໃຫ້​ກັບ​ພວກ​ເຮົາ.”

ມະຕິ​ 1929 ​ໄດ້​ຫ້າມ​ ບໍ່ໃຫ້ອີຣ່ານ ທຳ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາວຸດ ທີ່​ມີ​ຄວາມ​ສາມາດ​ສົ່ງ​ຫົວ​ລະເບີດ​ນິວ​ເຄລຍ. ອົງການ​ຂ່າວ Reuters ​ໄດ້​ອ້າງຄຳເວົ້າໃນ​ຈົດໝາຍ​ໂດຍ​ກ່າວ​ວ່າ ລູກສອນໄຟຂີ​ປະ​ນາ​ວຸດນີ້​ “​ມີ​ຄວາມ​ສາມາດ​ໃນ​ການ​ນຳ​ສົ່ງ​ຫົວ​ລະເບີດ​ນິວ​ເຄລຍ.”

ຈົດໝາຍ​ດັ່ງກ່າວນີ້ແມ່ນເປັນບາດກ້າວ​ທຳ​ອິດ ໄປສູ່ການ​ລົງໂທດ​ທີ່ ເປັນໄດ້ສຳ​ລັບ​ ອີຣ່ານ, ​ເຖິງ​ແມ່ນ​ວ່າ ການ​ລົງ​ໂທ​ດນັ້ນ​ແມ່​ນຈະ​ຕ້ອງ​ໄດ້​ຖືກ​ຮັບຮອງ​ໂດຍ ສະມາ​ຊິກຮ່ວມ​ໃນ​ສະພາ​ຄວາມ​ໝັ້ນຄົງເຊັ່ນ, ຣັດ​ເຊ​ຍ ​ແລະ ຈີນ ກໍ​ຕາມ.

ທ່ານ Rycroft ​ໄດ້​ກ່າວ​ວ່າ “ຂ້າພະ​ເຈົ້າ​ຈະ​ໃຫ້​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ເວົ້າ​ພວກ​ເພື່ອ​ພວກ​ເຂົາ​ເຈົ້າ​ເອງ. ​ແຕ່​ຂ້າພະ​ເຈົ້າ​ຄິດ​ວ່າ ທຸກໆ ຄົນຈະ​ຮູ້​ເຖິງ​ຄວາມ​ສຳຄັນ​ຂອງ​ຂໍ້​ຕົກ​ລົງ​ ອີຣ່ານ. ພວກ​ເຮົາ​ຢາກ​ເຫັນ​ມັນໄດ້ຮັບການການຈັດຕັ້ງ​ປະຕິ ບັດ​ມັນ​ຢ່າງ​ຖືກຕ້ອງ, ຍຸດ​ຕະທຳ ​ແລະ ຢ່າງ​ເຕັມ​ທີ່ໂດຍ​ທຸກໆ​ຝ່າຍ.”

ຂໍ້ຕົກລົງ ນິວ​ເຄລຍ ອີຣ່ານ, ​ໄດ້​ຖືກ​ລົງ​ນາມ​ໂດຍ ອີຣ່ານ ​ແລະ 6 ປະ​ເທດ​ມະຫາ​ອຳນາດ​ໃຫຍ່, ຊຶ່ງເລີ້ມມີຜົນບັງຄັບໃນການຈັດຕັ້ງປະຕິ ບັດ​ຂັ້ນ​ຕອນ​ທຳ​ອິດໃນ​ວັນ​ອາທິດ​ທີ່​ຜ່ານ​ມາ.