ສະຫະລັດ ລົງໂທດ ຫົວໜ້າສືບສວນ ຂອງ ວັງເຄຣມລິນ ແລະອີກຫົກຄົນ

ປະທານາທິບໍດີຣັດເຊຍທ່ານ Vladimir Putin (ຊ້າຍ) ພົບປະກັບ ຫົວໜ້າຄະນະກຳມະການສືບສວນ ທ່ານ lAlexander Bastrykin ໃນວັງ Kremlin ນະຄອນຫລວງ Moscow.

ສະຫະລັດ​ໄດ້​ທຳການ​ລົງ​ໂທດ ຕໍ່​ຫົວໜ້າສືບສວນ​ຣັດ​ເຊຍ ​ແລະບຸກຄົນສຳຄັນ ອື່ນໆອີກ 4 ຄົນ ຂອງ​ໃນ​ວັງ Kremlin ​ໃນວັນ​ຈັນ​ວານ​ນີ້ ​ໃນອັນ​ທີ່​ກະຊວງ​ຕ່າງປະ​ເທດ​ສະຫະລັດຮ້ອງ​ວ່າ “​ພວກ​ລະ​ເມີດ​ສິດທິ​ມະນຸດ​ທີ່ມີ​ຊື່​ສຽງ​ບໍ່​ດີ.”

ຊາວຣັດ​ເຊຍທັງຫ້າ​ຄົນ ພ້ອມ​ດ້ວຍ​ຜູ້​ຊາຍອີກສອງ​ຄົນ​ ຖືກ​ກ່າວ​ຫາວ່າ ​ພົວພັນ​ກັບກຸ່ມ Hezbollah ​ໄດ້​ຖືກ​ລົງ​ໂທດ ​ພາຍ​ໃຕ້​ກົດໝາຍ Magnitsky.

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດບໍ່​ໄດ້ແຈ້ງ​ໃຫ້​ຊາບ​ຢ່າງ​ເຈາະ​ຈົງ​ວ່າ ບຸກຄົນທັງເຈັດ​ ໄດ້ຖືກ​ລົງ​ໂທດຍ້ອນຫຍັງ. ​ແຕ່​ວ່າ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ກ່າວ​ວ່າ "​ຊື່ແຕ່​ລະ​ຄົນ​ທີ່​ໄດ້​ເພີ້​ມ​ເຂົ້າ​ຫວ່າງ​ມໍ່​ໆ​ມາ​ນີ້ ​ໄດ້​ຖືກ​ພິຈາ ລະນາ​ຫລັງ​ຈາກ​ການ​ຄົ້ນ​ຄວ້າ​ຢ່າງ​ຍືດຍາວ.”​

ທ່ານ Kirby ກ່າວ​ວ່າ ຊາວຣັດ​ເຊຍ​ຫ້າ​ຄົນ​ “ມີ​ບົດບາດໃນ​ກົນ​ຈັກ​ກາ​ນກົດ​ຂີ່ຢູ່​ໃນ​ການບັງ​ຄັບ​ໃຊ້​ກົດໝາຍ​ຢ່າງ​ເປັນ​ລະບົບ​ຂອງຣັດ​ເຊຍ ພ້ອມ​ດ້ວຍ​ບັນດາ​ສ່ວນ​ບຸກຄົນພົວພັນ​ທີ່​ຮູ້​ດີ​ຂອງ​ການ​ລະ​ເມີດ​ສິດທິ​ມະນຸດ.”

ຮວມຢູ່ໃນນັ້ນ ​ມີທ່ານ Alexander Bastrykin ທີ່​ເຊື່ອກັນວ່າ ​ເປັນ​ຫົວໜ້າສືບ ສວນ​ຂອງ​ວັງ Kremlin ​ແລະ​ເປັນ​ຜູ້ນຳພາ​ການ​ປາບ​ປາມ​ທັບ​ມ້າງບັນດາ​ຜູ້​ບໍ່​ເຫັນ​ພ້​ອມ.

ອີກ​ສອງ​ຄົນ​ຢູ່​ໃນ​ລາຍ​ຊື່​ມີ ທ່ານ Andrei Lugovoi ​ແລະ​ທ່ານ Dmitri Kovtun ຜູ້​ທີ່​ອັງກິດ​ໄດ້ລະບຸວ່າ ​ເປັນ​ຜູ້​ຕ້ອງ​ສົງ​ໄສຄົນ​ສຳຄັນ ​ໃນ​ການວາງ​ຢາ​ຜິດ​ສັງຫານນັກ​ສືບຣັດ​ເຊຍ ​ແລະ​ຜູ້ຕິຕຽນ​ວັງ Kremlin ທ່ານ Alexander Litvinenko ​ໃນ​ປີ 2006.

​ເວລາ​ນີ້ ມີ 44 ຄົນ ຢູ່​ໃນບັນຊີ​ລາຍ​ຊື່​ຫ້າມ​ເຂົ້າ​ມາສະ​ຫະລັດ ​ແລະ​ຊັບ​ສົມບັດ​ເຂົາ​ເຈົ້າ​ຢູ່​ໃນ​ສະຫະລັດ​ໄດ້​ຖືກ​ກັກ ຊາວອາ​ເມຣິກັນ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ໂອນ​ເງິນ​ກັບ​ເຂົາ​ເຈົ້າ.

ກົດໝາຍ Magnitsky ​ໄດ້ໃສ່​ຊື່ໃຫ້ໃຫ້ທະນາຍຄວາມຣັດ​ເຊຍ ທີ່​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ທ່ານ Sergei Magnitsky ​ທີ່​ໄດ້​ເສ​ຍຊີວິດ​ໃນ​ປີ 2009 ຫລັງ​ຈາກ​ໄດ້​ຖືກ​ຕິດຄຸກ​ນຶ່ງ​ປີ ​ແລະມີ​ສຸຂະພາບ​ບໍ່​ດີ.

ບັນດາ​ຜູ້​ສືບສວນຣັດ​ເຊຍໄດ້​ລົງ​ຄວາມ​ເຫັນ​ວ່າ ບໍ່​ມີ​ການ​ກະທຳຜິດ​ໃດໆໃນ​ການ​ຕາຍ​ຂອງ​ທ່ານ Magnitsky.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ